ເກີດເຫດຊາຍປອມຕົວເປັນຍິງແກ່ໄດ້ເອົາເຄັກມາທາ ຮູບພາບສິລະປະຊື່ດັງ “Mona Lisa” ທີ່ພິພິທະພັນ Louvre


ໃນວັນທີ 29 ພຶດສະພາທີ່ຜ່ານມາ ໄດ້ມີເຫດການທີ່ເຮັດໃຫ້ຫຼາຍໆ ຄົນຕົກໃຈ ແລະເປັນທີ່ເວົ້າເຖິງຢ່າງຫຼວງຫຼາຍໃນໂລກອິນເຕີເນັດເມື່ອໄດ້ມີ ຊາຍຄົນໜຶ່ງທີ່ແຕ່ງກາຍເປັນຍິງແກ່ ໂດຍການໃສ່ວິກຜົມ ແລະ ນັ່ງຕັ່ງຜູ້ປ່ວຍ (Wheelchair) ໄດ້ເອົາເຄັກມາທາໃສ່ຮູບແຕ້ມ ໂມນາລິຊາ (Mona Lisa) ທີ່ຕັ້ງຢູ່ກາງພິພິທະພັນ Louvre ເຊິ່ງຮູບແຕ້ມດັ່ງກ່າວເປັນໜຶ່ງໃນບັນດາພາບສິລະປະທີ່ໂດ່ງດັງທີ່ສຸດພາບໜຶ່ງຂອງໂລກ.

ຈາກເຫດການນັ້ນພາບ ໂມນາລິຊາ ແມ່ນບໍ່ໄດ້ຮັບຄວາມເສຍຫາຍແຕ່ຢ່າງໃດ ເພາະວ່າຮູບແຕ້ມດັ່ງກ່າວຖືກກັນໄວ້ດ້ວຍແວ່ນນິລະໄພ ແຕ່ມັນຈະເປື້ອນແລະເຕັມໄປດ້ວຍຄຣີມຈາກເຄັກພຽງພາຍນອກເທົ່ານັ້ນ. ຫຼັງຈາກເກີດເຫດການດັ່ງກ່າວຮູບພາບໂມນາລິຊາມີກໍຖືກແຊຣ໌ຕໍ່ໄປໃນໂລກໂຊຊຽວຢ່າງໄວວາ.

ຕາມລາຍງານບອກວ່າ ນອກຈາກທາເຄັກແລ້ວ ຊາຍຄົນດັ່ງກ່າວຍັງພະຍາຍາມທີ່ຈະທຳລາຍແວ່ນນິລະໄພທີ່ປ້ອງກັນຮູບແຕ້ມໄວ້ຢູ່ ກ່ອນທີ່ລາວຈະໂຍນດອກກຸຫຼາບຂຶ້ນເທິງຟ້າ ແລ້ວກໍຖືກເຈົ້າໜ້າທີ່ໃນພິພິທະພັນຮີບຟ້າວເຂົ້າມາຫ້າມແລະພາຕົວອອກຈາກສະຖານທີ່ສະແດງພາບສິລະປະທັນທີ.

ທາງດ້ານສຳນັກຂ່າວ NEWSHUB ລາຍງານວ່າ ການກະທຳຂອງຊາຍຄົນນີ້ກ່ຽວຂ້ອງກັບການຮຽກຮ້ອງເລື່ອງສະພາບອາກາດປ່ຽນແປງ ເປັນຄວາມພະຍາຍາມໃຫ້ຄົນສົນໃຈບັນຫາສະພາບອາກາດປ່ຽນແປງຫຼາຍຂຶ້ນ ເພາະວ່າມີຄົນສາມາດບັນທຶກວິດີໂອທີ່ຊາຍຄົນດັ່ງກ່າວຮ້ອງອອກມາວ່າ “ຄົນຈໍານວນຫຼາຍກໍາລັງທຳລາຍໂລກໜ່ວຍນີ້ ຄິດເຖິງໂລກນຳແດ່”.

ໂດຍພາບ ໂມນາລິຊາ ທີ່ເຮົາຄຸ້ນໜ້າຕາກັນນັ້ນເປັນຜົນງານຮູບແຕ້ມສີນ້ຳມັນທີ່ແຕ້ມໂດຍ ຈິດຕະກອນຊາວອິຕາລີທີ່ມີຊື່ສຽງລະດັບໂລກຢ່າງ ເລໂອນາໂດ ດາວິນຊີ (Leonardo Da Vinci) ເຊິ່ງມັນໄດ້ຖືກແຕ້ມຂຶ້ນລະຫວ່າງໄລຍະປີ 1503-1519 ແລະກາຍເປັນໜຶ່ງໃນຜົນງານສິລະປະທີ່ຄົນທົ່ວໂລກໄດ້ໍຍອມຮັບເຖິງຄວາມທີ່ເປັນເອກະລັກ.


ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/