ຮອງນາຍົກ ໄປເຄື່ອນໄຫວວຽກງານຢູ່ບໍ່ເຕັນ ເພື່ອເປັນການຊຸກຍູ້ຕິດຕາມ ແກ້ໄຂສິ່ງທີ່ຫຍຸ້ງຍາກຄົງຄ້າງຕໍ່ການດຳເນີນທຸລະກິດ


ໃນຕອນເຊົ້າວັນທີ 29 ພຶດສະພາ 2022 ທີ່ຜ່ານມາ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ຢູ່ເຂດເສດຖະກິດພິເສດບໍ່ເຕັນແດນງາມ ແຂວງຫຼວງນ້ຳທາ, ມີທ່ານ ຄຳໄຫຼ ສີປະເສີດ ເຈົ້າແຂວງໆຫຼວງນໍ້າທາ, ບັນດາການນໍາຂອງແຂວງ, ຂອງເມືອງ ແລະ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ບໍ່ເຕັນແດນງາມ, ຜູ້ພັດທະນາເຂດເສດຖະກິດພິເສດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງໃຫ້ການຕ້ອນຮັບ.

ຈຸດປະສົງ ຂອງການມາເຮັດວຽກໃນຄັ້ງນີ້ ເພື່ອເປັນການຊຸກຍູ້, ຕິດຕາມ ແລະ ແກ້ໄຂສິ່ງທີ່ຫຍຸ້ງຍາກຄົງຄ້າງໃນການດຳເນີນທຸລະກິດ ຢູ່ ສປປ ລາວ ເວົ້າລວມ, ເວົ້າສະເພາະ ແມ່ນການແກ້ໄຂບາງບັນຫາທີ່ຍັງຄົງຄ້າງ ເປັນອຸປະສັກກີດຂວາງຕໍ່ການພັດທະນາ ແລະ ການລົງທຶນຢູ່ພາຍໃນເຂດເສດຖະກິດພິເສດບໍ່ເຕັນແດນງາມ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການພັດທະນາ ແລະ ການດໍາເນີນທຸລະກິດ ແນໃສ່ສ້າງເຂດບໍ່ເຕັນແດນງາມ ໃຫ້ເປັນເຂດທີ່ເປັນຕາຢູ່, ເປັນຕາທ່ອງທ່ຽວ, ທັງມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ເປັນບ່ອນສ້າງວຽກເຮັດງານທຳ, ທັງເປັນຖານເກັບລາຍຮັບທີ່ສຳຄັນ ເພື່ອປະກອບສ່ວນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ກໍຄືຂອງແຂວງ.

ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ຮັບຟັງການລາຍງານກ່ຽວກັບສະພາບການພັດທະນາ ແລະ ຄວາມຄືບໜ້າໃນການແກ້ໄຂບັນຫາທີ່ຄົງຄ້າງຢູ່ພາຍໃນເຂດ ໃນໄລຍະຜ່ານມາ ລວມທັງ ແຜນພັດທະນາໃນຕໍ່ໜ້າ. ພ້ອມກັນນັ້ນ, ພາກສ່ວນທີ່ກ່ຽວຂ້ອງທີ່ເຂົ້າຮ່ວມປະຊຸມ ກໍຍັງໄດ້ມີຄຳເຫັນ ແລະ ຂໍ້ສະເໜີແລກປ່ຽນຈຳນວນໜຶ່ງ.

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ເຊິ່ງກ່ອນອື່ນທ່ານ ໄດ້ຕີລາຄາສູງຕໍ່ການພັດທະນາຢູ່ພາຍໃນເຂດ ເຊິ່ງເຫັນວ່າ ເປັນເຂດເສດຖະກິດພິເສດໜຶ່ງທີ່ມີການພັດທະນາໄວ ນັ້ນສະແດງໃຫ້ເຫັນຍ້ອນມີການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ຜູ້ພັດທະນາເຂດ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ, ອົງການປົກຄອງແຂວງ ກໍຄື ພາກສ່ວນທີ່ກ່ຽວຂ້ອງຈາກສູນກາງ; ເພື່ອເປັນພື້ນຖານໃຫ້ແກ່ການພັດທະນາເຂດເສດຖະກິດພິເສດ ສືບຕໍ່ໄດ້ຮັບການພັດທະນາດີຂຶ້ນຢ່າງຕໍ່ເນື່ອງ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ມີບາງຄຳເຫັນຊີ້ນຳໂດຍມອບໃຫ້ຄະນະຄຸ້ມຄອງເຂດເສດຖະກິດພິເສດບໍ່ເຕັນແດນງາມ ສືບຕໍ່ເຮັດໜ້າທີ່ເປັນໃຈກາງປະສານງານ ນຳພາກສ່ວນທີ່ກ່ຽວຂ້ອງ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ເພື່ອຄົ້ນຄວ້າແກ້ໄຂບັນຫາ ທີ່ຕິດພັນກັບການສະເໜີຂອງຜູ້ລົງທຶນ. ທັງນີ້ ກໍເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ຜູ້ລົງທຶນ ບົນພື້ນຖານສັນຍາ, ລະບຽບການ ກໍຄືກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ ໄດ້ກຳນົດດ້ວຍຄວາມໂປ່ງໃສ, ຍຸຕິທຳ ແລະ ບໍລິການດ້ວຍຄວາມວ່ອງໄວ ຜ່ານລະບົບທີ່ທັນສະໄໝ; ສຳລັບບໍລິສັດ ແມ່ນສະເໜີໃຫ້ສືບຕໍ່ປະກອບສ່ວນປະຕິບັດພັດທະນາ ຕາມສັນຍາ ແລະ ຕາມນະໂຍບາຍຂອງພັກ-ລັດຖະບານລາວ ກໍຄືນິຕິກຳທີ່ກ່ຽວຂ້ອງກ່ຽວກັບການລົງທຶນ ແລະ ການພັດທະນາ ຢູ່ພາຍໃນ ສປປ ລາວ.

ໃນຕອນທ້າຍ ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຜູ້ພັດທະນາເຂດ ສືບຕໍ່ຮ່ວມມືເຮັດວຽກນຳພາກສ່ວນທີ່ກ່ຽວຂ້ອງຂອງລາວ ເພື່ອພ້ອມກັນພັດທະນາເຂດເສດຖະກິດພິເສດແຫ່ງນີ້ໃຫ້ກາຍເປັນຕົວແບບໃນການພັດທະນາເສດຖະກິດຢູ່ ສປປ ລາວ. ໃນໂອກາດເຄື່ອນໄຫວເຮັດວຽກ ຢູ່ເຂດເສດຖະກິດພິເສດບໍ່ເຕັນແດນງາມ ທ່ານຮອງນາຍົກລັດຖະມົນຕີ, ຍັງໄດ້ປະຊຸມພົບປະສະເພາະ ກັບບັນດານັກລົງທຶນພັດທະນາຢູ່ເຂດເສດຖະກິດພິເສດດັ່ງກ່າວຕື່ມອີກ.

ຂອບໃຈຂໍ້ມູນຈາກ: https://cutt.ly/uJi4XQB

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/