ຊາຍຊາວອາເຈນຕິນາຖືກຕໍາຫຼວດຈັບ ແລະ ຖືກໄລ່ອອກ ຫຼັງຈາກເຮັດບຣາວນີທີ່ຄາດວ່າມີສ່ວນປະສົມຂອງກັນຊາມາແຈກໝູ່ຮ່ວມງານ


ການທີ່ເຮົາເປັນພະນັກງານຫ້ອງການຫຼືໜ່ວຍງານໃດໜຶ່ງນັ້ນ ເອີ້ນໄດ້ວ່າເປັນເລື່ອງປົກກະຕິຢູ່ແລ້ວທີ່ຈະໄດ້ພົບໝູ່ຮ່ວມງານຫຼາກໜ້າຫຼາຍຕາ ແລະ ການມີໝູ່ຮ່ວມງານທີ່ມີນ້ຳໃຈນັ້ນກໍນັບໄດ້ວ່າເປັນໂຊກດີຂອງເຮົາ ຢ່າງໃດກໍຕາມເຖິງຈະມີໝູ່ທີ່ແສນຈະຈິດໃຈດີ ແຕ່ຢ່າໄດ້ຫຼົງກິນອາຫານທີ່ເຂົາເຈົ້າເຮັດມາໃຫ້ກິນເດີ້ ເພາະບາງເທື່ອມັນອາດມີສ່ວນປະສົມທີ່ເຮັດໃຫ້ເຮົາເສຍອາການໄດ້.

ເຊັ່ນດຽວກັນກັບກໍລະນີຂອງພະນັກງານຊາຍຊາວອາເຈນຕິນາຄົນໜຶ່ງທີ່ລາວໄດ້ເຮັດບຣາວນີຊັອກໂກແລັດມາແຈກຢາຍໝູ່ເພື່ອນໃນຫ້ອງການ ແຕ່ວ່າລາວຊໍ້າພັດຖືກໄລ່ອອກ ແລະ ຖືກຕໍາຫຼວດຈັບກຸມຕົວ ເພາະເຂົ້າໜົມທີ່ລາວເຮັດມາໃຫ້ໝູ່ເພື່ອນຮ່ວມງານນັ້ນ ອາດຈະມີສ່ວນປະສົມຂອງກັນຊາຢູ່ນຳ.

ໂດຍເລື່ອງລາວນີ້ເປັນຂອງຊາຍອາເຈນຕິນາອາຍຸ 25 ປີທີ່ລາວໄດ້ອົບບຣາວນີສຸດຈະແຊບຊ້ອຍ ມາຝາກໝູ່ເພື່ອໃນຫ້ອງການ ແຕ່ວ່າມີໝູ່ລາວຢ່າງໜ້ອຍ 10 ຄົນທີ່ກິນບຣາວນີເຂົ້າໄປ ຕ່າງກໍມີອາການແຕກຕ່າງກັນໄປເຊັ່ນ: ວິນຫົວ, ຫົວໃຈເຕັ້ນໄວ ແລະ ບາງຄົນກໍໝົດສະຕິໄປເລີຍ ເຊິ່ງທາງຕໍາຫຼວດຄາດວ່າບຣາວນີດັ່ງກ່າວມີສ່ວນປະສົມກັນຊາ.

ທາງເຈົ້າໜ້າທີ່ຕໍາຫຼວດອາເຈນຕິນາບໍ່ໄດ້ເປີດເຜີຍຊື່ຂອງຊາຍຄົນດັ່ງກ່າວ ແຕ່ໄດ້ລະບຸວ່າໃນເຮືອນຂອງຊາຍຄົນນີ້ ແມ່ນຕຳຫຼວດໄດ້ພົບກັນຊາຈຳນວນ 105 ກຣາມ ແລະຍັງພົບກັບຮ່ອງຮອຍຂອງກັນຊາໃນອຸປະກອນເຄື່ອງໃຊ້ແຕ່ງກິນອີກພ້ອມ ເຊິ່ງເຈົ້າໜ້າທີ່ກ່າວເພີ່ມອີກວ່າຊາຍຄົນນີ້ພະຍາຍາມຈະຖິ້ມກັນຊາລົງໃນໂຖສ້ວມ ເພາະເນື່ອງດ້ວຍສະພາບຫ້ອງນ້ຳທີ່ຕອນຕຳຫຼວດໄດ້ໄປກວດນັ້ນແມ່ນເຕັມໄປດ້ວຍຂອງແຫຼວທີ່ເຕັມໄປດ້ວຍນ້ຳຕານເປື້ອນຊະຊາຍໄປໝົດຫ້ອງ.

ເຊິ່ງໃນຕອນນີ້ຊາຍທີ່ເຮັດບຣາວນີມາຢາຍໝູ່ແມ່ນໄດ້ຖືກທາງຕໍາຫຼວດຈັບກຸມຕົວ ແລະ ຖືກໄລ່ອອກຈາກວຽກເປັນທີ່ຮຽບຮ້ອຍແລ້ວ. ທັງນີ້ ໝູ່ຮ່ວມງານທີ່ໄດ້ກິນບຣາວນີດັ່ງກ່າວເຂົ້າໄປ ໄດ້ບອກກັບທາງເຈົ້າໜ້າທີ່ວ່າ ພຽງແຕ່ລາວກັດໄປຄຳດຽວ (ເພາະລາວບໍ່ມັກຣົດຊາດທີ່ຂົມເກີນໄປ) ເຊິ່ງລາວກໍຮູ້ສຶກຊາຢູ່ຂາແລະແຂນ ຮ່າງກາຍບໍ່ສາມາດເໜັງຕີງໄດ້.

ຂະນະດຽວກັນ ທາງບໍລິສັດທີ່ເກີດເຫດດັ່ງກ່າວກໍໄດ້ອອກມາຖະແຫຼງການວ່າ: “ບໍລິສັດຈະຈໍາໜ່າຍອາຫານໃນຫ້ອງການຜ່ານທາງເຄື່ອງຈໍາໜ່າຍອາຫານອັດຕະໂນມັດທີ່ທາງການອະນຸມັດແລ້ວເທົ່ານັ້ນ” ແຕ່ການເອົາອາຫານມາເອງຂອງພະນັກງານ ກໍເປັນທຳນຽມປະຕິບັດທີ່ຄົນໃນບໍລິສັດເຮັດແບບນີ້ມາຕະຫຼອດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/