ສປປ ລາວ ມີແຜນ! ປູກ ຕົ້ນໄມ້ດູ່, ໄມ້ຍາງ ແລະ ໄມ້ສັກ ໃຫ້ເປັນ ສິນຄ້າ ແກ່ປະເທດຊາດ


ໃນປີ 2022 ນີ້, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສົມທົບກັບຄະນະພັກ, ອົງການປົກຄອງທ້ອງຖິ່ນທົ່ວປະເທດ ກະກຽມແຜນການ ແລະ ຂະບວນການປູກຕົ້ນໄມ້ຢູ່ທ້ອງຖິ່ນ ໃຫ້ເປັນຂະບວນຟົດຟື້ນ ໂດຍມີແຜນການ ຄື: ເກັບແກ່ນ 20,000 ກິໂລກຣາມ, ກ້າເບ້ຍ 34 ລ້ານກວ່າເບ້ຍ ແລະ ປູກໄມ້ 37,200 ເຮັກຕາ, ໃນນີ້ ປູກໄມ້ເພື່ອປົກປັກຮັກສາສິ່ງແວດລ້ອມ ຢູ່ໃນຂອບເຂດປ່າປ້ອງກັນ, ປ່າສະຫງວນ 7.400 ເຮັກຕາ, ປູກປ່າທົດແທນເຂດໂຄງການພື້ນຖານໂຄງລ່າງ ແລະ ປູກໄມ້ອຸດສາຫະກໍາເປັນສິນຄ້າ 24,800 ເຮັກຕາ ແລະ ທີ່ເປັນດິນຂອງບຸກຄົນ, ນິຕິບຸກຄົນ 5,000 ເຮັກຕາ.

ເມື່ອບໍ່ດົນມານີ້, ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຖະແຫຼງຂ່າວເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ນີ້ວ່າ: ສະເພາະໃນວັນທີ 1 ມິຖຸນາ ທົ່ວປະເທດຈະປູກຕົ້ນໄມ້ໃນເນື້ອທີ່ 1,213 ເຮັກຕາ, ນໍາໃຊ້ເບ້ຍໄມ້ 1,465,233 ກວ່າເບ້ຍ, ໃນນັ້ນລວມມີ: ໄມ້ດູ່, ໄມ້ແຕ້ຄ່າ, ໄມ້ຍາງ, ໄມ້ສັກ, ໄມ້ແຄນ, ໄມ້ສົ້ມຝາດ, ໄມ້ຂະຍຸງ, ໄມ້ແຕ້ຮໍ, ໄມ້ສະຝາງ, ໄມ້ກາກະເລົາ, ໄມ້ຄູນ, ໄມ້ສາມສາ ແລະ ໄມ້ອື່ນໆ. ພ້ອມນີ້ ແຕ່ລະແຂວງກໍໄດ້ວາງແຜນການຈັດງານວາງສະແດງເບ້ຍໄມ້ ເພື່ອສົ່ງເສີມການປູກໄມ້ເປັນສິນຄ້າ ແລະ ປົກປັກຮັກສາສິ່ງແວດລ້ອມອີກດ້ວຍ.

ທ່ານ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ຕື່ມວ່າ:  ລັດຖະບານວາງຄາດໝາຍສູ້ຊົນ ຮັກສາທີ່ດິນປ່າໄມ້ ປະມານ 16.5 ລ້ານເຮັກຕາ ແລະ ຈະຍົກລະດັບຄວາມປົກຫຸ້ມປ່າໄມ້ ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດ ຫຼື ເທົ່າກັບ 16.5 ລ້ານເຮັກຕາ, ໃນນັ້ນ ວາງຄາດໝາຍຕາມແຜນການ ປ່າສະຫງວນ ໃຫ້ໄດ້ 4.7 ລ້ານເຮັກຕາ, ປ່າປ້ອງກັນ 8.2 ລ້ານເຮັກຕາ, ປ່າຜະລິດ 3.1 ລ້ານເຮັກຕາ, ຟື້ນຟູປ່າທໍາມະຊາດ 6 ລ້ານເຮັກຕາ ແລະ ປ່າປູກ 5 ແສນເຮັກຕາ ດ້ວຍການສົ່ງເສີມທຸກພາກສ່ວນເສດຖະກິດ, ຜູ້ປະກອບການ ແລະ ພາກສ່ວນຕ່າງໆໃນສັງຄົມ ໃຫ້ເຂົ້າຮ່ວມປູກຕົ້ນໄມ້ຕາມທ່າແຮງ ແລະ ເງື່ອນໄຂຕົວຈິງ.  ຢ່າງໃດກໍຕາມ, ການປົກປັກຮັກສາປ່າໄມ້ ຍັງມີສິ່ງທ້າທາຍທີ່ສົ່ງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ປ່າໄມ້ ແລະ ທີ່ດິນປ່າໄມ້ ໂດຍສະເພາະການບຸກ ເຂດ 3 ປະເພດປ່າ. ພ້ອມນີ້ ວຽກການກໍານົດທີ່ດິນປ່າໄມ້ ເຂົ້າໃນ 3 ປະເພດປ່າ ກໍຍັງບໍ່ທັນສໍາເລັດ ເຊິ່ງເປັນສິ່ງທ້າທາຍ ຕໍ່ການບັນລຸເປົ້າໝາຍ ການຍົກລະດັບຄວາມປົກຫຸ້ມປ່າໄມ້ ໃຫ້ໄດ້ 70% (ປະມານ 16.5 ລ້ານເຮັກຕາ) ຕາມແຜນຄາດໝາຍສູ້ຊົນໃນຍຸດທະສາດປ່າໄມ້.

ໂອກາດນີ້, ທ່ານ ເພັດ ພົມພິພັກ ຍັງໄດ້ຮຽກຮ້ອງໃຫ້ປວງຊົນທັງຊາດ ຈົ່ງເຊີດຊູສະຕິຮັກຊາດ ແລະ ຫວງແຫນປ່າໄມ້ ປະກອບສ່ວນຕາມເງື່ອນໄຂຄວາມສາມາດ ໃນການປູກໄມ້, ຟື້ນຟູປ່າ ໄປຄຽງຄູ່ກັບການຄຸ້ມຄອງ, ປົກປັກຮັກສາປ່າໄມ້ ອັນເປັນມໍລະດົກຂອງຊາດ ໃຫ້ນັບມື້ນັບອຸດົມສົມບູນ ແລະ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການວັດຖຸດິບດ້ານໄມ້ ແລະ ຜະລິດຕະຜົນປ່າໄມ້ ໄດ້ຢ່າງຍືນນານບໍ່ມີວັນບົກແຫ້ງ, ເຮັດໃຫ້ຊັບພະຍາກອນປ່າໄມ້ ທີ່ເປັນສ່ວນປະກອບອັນສໍາຄັນ ເຂົ້າໃນການພັດທະນາເສດຖະກິດຂອງຊາດ ແລະ ເປັນການປົກປັກຮັກສາສິ່ງແວດລ້ອມ ນັບມື້ນັບຂະຫຍາຍຕົວຂຶ້ນເລື້ອຍໆ ເພາະການປູກຕົ້ນໄມ້ແມ່ນສາມາດປູກໄດ້ຕັ້ງແຕ່ດຽວນີ້ເປັນຕົ້ນໄປ ແລະ ຕະຫຼອດຮອດລະດູຝົນ, ບ່ອນໃດມີເງື່ອນໄຂ, ເນື້ອທີ່ ແລະ ແຫຼ່ງນໍ້າ ກໍສາມາດປູກໄດ້ຕະຫລອດ. ປູກຜູ້ລະ 1-2 ຕົ້ນ ໃນເນື້ອທີ່ດິນເປົ່າວ່າງຂອງຕົນ, ໃນຮົ້ວ, ສວນ, ທີ່ດິນປຸກສ້າງ, ເດີ່ນໂຮງຮຽນ, ສໍານັກງານອົງການ ແລະ ຕາມແຄມທາງ ເຊິ່ງສາມາດປູກໄດ້ທຸກໆ ຊະນິດໄມ້ຕາມເງື່ອນໄຂຕົວຈິງ ດັ່ງຄໍາຂວັນ ທີ່ວ່າ: “ຈົ່ງຊ່ວຍກັນປູກຕົ້ນໄມ້ ໃຫ້ເປັນປ່າ ເພື່ອເປັນສິນຄ້າ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດ ລ້ອມ, ລົດຜ່ອນການປ່ຽນແປງດິນຟ້າອາກາດ”.

ຂໍ້ມູນຈາກ:

https://cutt.ly/xJoQzA5

ຮູບພາບໂດຍ: ຄະນະປ່າໄມ້

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/