ອິນເດຍ ມອບທຶນການສຶກສາ ແລະ ປະກັນສຸຂະພາບໃຫ້ເດັກນ້ອຍ ທີ່ພໍ່ແມ່ເສຍຊີວິດຈາກພະຍາດ ໂຄວິດ-19


ທ່ານ ນາເຣນດຣາ ໂມດິ (Narendra Modi) ນາຍົກລັດຖະມົນຕີແຫ່ງປະເທດ ອິນເດຍ ໄດ້ປະກາດເມື່ອວັນທີ 30 ພຶດສະພາ 2022 ທີ່ຜ່ານມານີ້ວ່າ ລັດຖະບານຈະມອບທຶນການສຶກສາ ການໃຫ້ຄຳແນະນຳດ້ານສຸຂະພາບຈິດ ແລະ ປະກັນສຸຂະພາບ ໃຫ້ແກ່ເດັກນ້ອຍເຍົາວະຊົນທີ່ຕ້ອງກາຍເປັນເດັກນ້ອຍ ທີ່ພໍ່ ແລະ ແມ່ເສຍຊີວິດຈາກ ໂຄວິດ-19.

ພາຍໃຕ້ໂຄງການຂອງລັດຖະບານ ເດັກທີ່ເສຍທັງພໍ່ ແລະ ແມ່ຈາກໂຄວິດ-19 ໃນລະຫວ່າງວັນທີ 11 ມີນາ 2020 ຫາ ເດືອນ ກຸມພາ 2022 ຈະໄດ້ຮັບສິດເຂົ້າຮຽນໃນໂຮງຮຽນໃກ້ບ້ານຟຣີ, ໄດ້ຮັບປຶ້ມແບບຮຽນຟຣີ ແລະ ໄດ້ຮັບເງິນຊ່ວຍເຫຼືອອີກ 1 ລ້ານຣູປີ ຫຼື ປະມານ 17 ລ້ານກວ່າກີບ.

ນາເຣນດຣາ ໂມດິ ກ່າວວ່າ: “ສຳລັບຜູ້ທີ່ສູນເສຍບຸກຄົນອັນເປັນທີ່ຮັກໄປຍ້ອນ ໂຄວິດ-19 ການປ່ຽນແປງດັ່ງກ່າວທີ່ເກີດຂຶ້ນ ແນ່ນອນມັນຈະເຮັດໃຫ້ຊີວິດຂອງພວກເຂົາຕ້ອງປະເຊີນກັບຄວາມຍາກລຳບາກຢ່າງຫຼວງຫຼາຍ”

ຈາກສະຖິຕິຂອງທາງການອິນເດຍ ປັດຈຸບັນມີປະຊາກອນທີ່ເສຍຊີວິດຈາກ ພະຍາດໂຄວິດ-19 ນີ້ ຫຼາຍກວ່າ 524,000 ຄົນ ໂດຍສ່ວນໃຫຍ່ເປັນຜູ້ທີ່ເສຍຊີວິດລະຫວ່າງການລະບາດຮອບ 2 ເມື່ອປີ 2021 ເຊິ່ງເປັນໄລຍະທີ່ ອິນເດຍ ມີຜູ້ຕິດເຊື້ອສູງເຖິງຫຼັກລ້ານ ຈົນເຮັດໃຫ້ຕາມສະຖານທີ່ປິ່ນປົວທົ່ວໄປ ປະສົບບັນຫາຂາດແຄນຕຽງນອນ ແລະ ອັອກຊີເຈນ.

         ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/