ເວົ້າຫຼາຍໂພດ! ອອງຣີ ແນະນຳ ຊາລາ ວ່າບໍ່ຄວນເວົ້າຫຼາຍກ່ອນຈະຫຼິ້ນເກມນັດຊິງຊະນະເລີດ


ຈາກຜົນການແຂ່ງຂັນ ຢູຟ່າ ແຊ້ມປ້ຽນລີກ ທີ່ ລິເວີ້ພູລ ໄດ້ເສຍໄຊໃຫ້ກັບ ເຣອັນ ມາດຣິດ 0 ປະຕູຕໍ່ 1. ເຮັດໃຫ້ ເທີຣີ້ ອອງຣີ ອະດີດກອງໜ້າລະດັບຕຳນານຂອງທີມຊາດ ຝຣັ່ງ ໄດ້ອອກມາແນະນຳ ໂມຮາເມັດ ຊາລາ ປີກຄົນເກັ່ງຂອງ ລິເວີ້ພູລ ວ່າຢ່າເວົ້າຫຼາຍເກີນໄປກ່ອນຈະລົງຫຼິ້ນນັດຊິງຊະນະເລີດ ເພາະມັນບໍ່ມີຫຍັງແນ່ນອນ.

ກ່ອນທີ່ທັງສອງທີມນີ້ຈະຮູ້ວ່າຈະໄດ້ພົບກັນ ໂມຮາເມັດ ຊາຣ່າ ເຄີຍໃຫ້ສຳພາດວ່າ: “ສ່ວນຕົວແລ້ວຢາກໃຫ້ ເຣອັນ ມາດຣິດ ເອົາຊະນະ ແມນຊິຕີ້ ແລ້ວເຂົ້າຮອບມາ ເພື່ອທີ່ຂ້ອຍຈະໄດ້ລ້າງແຄ້ນ ຫຼັງຈາກທີ່ຂ້ອຍ ແລະ ທີມຂອງຂ້ອຍເຄີຍເສຍໃຫ້ເຂົາມາແລ້ວ ໃນນັດຊິງເມື່ອລະດູການ 2017-18” ໂດຍໃນມື້ນັ້ນ ຊາຣ່າໄດ້ຮັບອາການບາດເຈັບຕັ້ງແຕ່ຕົ້ນເກມ ຈົນເຮັດໃຫ້ຕ້ອງຖືກປ່ຽນຕົວອອກ.

ຈົນໃນທີ່ສຸດ ລິເວີ້ພູລ ກໍໄດ້ພົບກັບ ເຣອັນ ມາດຣິດ ສົມໃຈ ຈົນເຮັດໃຫ້ກະແສການລ້າງແຄ້ນຈະເປັນປະເດັນທີ່ຖືກຍົກມາເວົ້າກັນເປັນວົງກວ້າງ. ແຕ່ສຸດທ້າຍ ກໍຄືທີ່ທຸກຄົນເຫັນ ລິເວີ້ພູລ ກໍເປັນຝ່າຍປະລາໄຊ ໄປອີກຮອບໜຶ່ງ.

ໂດຍ ອອງຣີກ່າວວ່າ: “ຂ້ອຍບອກຢູ່ສະເໝີວ່າຢ່າເວົ້າຫຼາຍກ່ອນລົງຫຼິ້ນນັດຊິງຊະນະເລີດ ເອົາຊະນະ ເຣອັນ ມາດຣິດ ໃຫ້ໄດ້ກ່ອນ ແລ້ວຈຶ່ງເວົ້າວ່າ ມັນແມ່ນການແກ້ແຄ້ນ, ເພາະຖ້າເຈົ້າເວົ້າແບບນັ້ນກ່ອນລົງສະໜາມ ມັນໝາຍຄວາມວ່າເຈົ້າຕ້ອງເອົາຊະນະໃຫ້ໄດ້ເທົ່ານັ້ນ”.

       ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/