Apple ປະກາດກຽມປັບເງິນຄ່າແຮງຂອງພະນັກງານຂຶ້ນເປັນ 352,000 ກີບ ຕໍ່ຊົ່ວໂມງ ເພື່ອຮັບມືກັບວິກິດເງິນເຟີ້ທົ່ວໂລກ


ຈາກສະພາບເສດຖະກິດໃນປັດຈຸບັນນີ້ອາດເວົ້າໄດ້ວ່າ ທົ່ວໂລກເຮົາກໍາລັງປະເຊີນກັບວິກິດເງິນເຟີ້ທີ່ໜັກໜ່ວງທີ່ສຸດ ເຊິ່ງນັ້ນສົ່ງຜົນໃຫ້ສິນຄ້າຕ່າງໆ ທົ່ວໂລກຕ້ອງໄດ້ປັບລາຄາຂຶ້ນກັນຢ່າງຫຼີກເວັ້ນບໍ່ໄດ້. ທັງນີ້ Apple ບໍລິສັດເທັກໂນໂລຢີອັນດັບຕົ້ນໆ ຂອງໂລກໄດ້ແນມເຫັນບັນຫານີ້ ຈຶ່ງໄດ້ມີການວາງແຜນ ແລະ ປະກາດວ່າຈະເພີ່ມຄ່າແຮງໃຫ້ພະນັກງານທຸກຄົນທີ່ຢູ່ໃນເຄືອຂອງ Apple ເພື່ອເປັນການຮັບມືກັບວິກິດເງີນເຟີ້.

ຕາມທີ່ໄດ້ກ່າວມາຂ້າງຕົ້ນ ເຊິ່ງນີ້ນັບໄດ້ວ່າເປັນຂ່າວດີສຳລັບພະນັກງານຂອງ Apple ທຸກຄົນເພາະຫຼ້າສຸດນີ້ທາງບໍລິສັດປະກາດກຽມເພີ່ມຄ່າແຮງໃຫ້ກັບພະນັກງານໃນອົງກອນ ລວມໄປຮອດຮ້ານຄ້າ ທີ່ຢູ່ໃນເຄືອ Apple ເນື່ອງຈາກບັນຫາເງິນເຟີ້ໃນປັດຈຸບັນ, ຄ່າຄອງຊີບທີ່ສູງຂຶ້ນ ເຊິ່ງມັນໄດ້ກາຍເປັນພາລະຂອງບຸກຄົນທົ່ວໄປແລ້ວເປັນທີ່ຮຽບຮ້ອຍ.

ໂດຍຕົວແທນຂອງ Apple ກ່າວວ່າ “ການສະໜັບສະໜູນແລະຮັກສາສະມາຊິກຂອງບໍລິສັດຈະຊ່ວຍໃຫ້ເຮົາສາມາດນໍາສະເໜີສິນຄ້າທີ່ດີທີ່ສຸດ ລ້ຳສະໄໝທີ່ສຸດ ແລະການບໍລິການທີ່ດີໃຫ້ກັບຜູ້ບໍລິໂພກ ເຮົາຈຶ່ງປະກາດເພີ່ມງົບຄ່າຕອບແທນສໍາລັບພະນັກງານຂອງ Apple ທັງໝົດ”.

ສຳລັບຮ້ານຄ້າຂາຍຍ່ອຍທີ່ຈຳໜ່າຍສິນຄ້າຂອງ Apple ໃນສະຫະລັດອາເມຣິກາ ຈະໄດ້ຄ່າຕອບແທນເພີ່ມຂຶ້ນຈາກ 20 ໂດລາຕໍ່ຊົ່ວໂມງ ມາເປັນ 22 ໂດລາຕໍ່ຊົ່ວໂມງ (ຄິດເປັນ 320,000 ກີບ ມາເປັນ 352,000 ກີບ) ແລະທາງ Apple ບອກວ່າພະນັກງານປະຈຳຮ້ານຄ້າຍ່ອຍໃນບາງປະເທດຈະໄດ້ຫຼາຍກວ່ານີ້ ເຊິ່ງຂຶ້ນກັບພາກພື້ນທີ່ຈັດຈຳໜ່າຍ.

ຢ່າງໃດກໍດີ Apple ບໍ່ໄດ້ເປັນບໍລິສັດຂະໜາດໃຫຍ່ລາຍທຳອິດທີ່ເພີ່ມເງິນເດືອນໃຫ້ກັບພະນັກງານ ເພາະວ່າກ່ອນໜ້ານີ້ Google, Amazon ແລະ Microsoft ກໍໄດ້ເພີ່ມຄ່າແຮງໃຫ້ກັບພະນັກງານພາຍໃນບໍລິສັດ ໂດຍສ່ວນໜຶ່ງແມ່ນເພື່ອທີ່ຈະດຶງດູດບຸກຄະລາກອນທີ່ມີຄວາມສາມາດ ໃຫ້ຢູ່ກັບບໍລິສັດຕົນເອງຕໍ່ໄປ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/