Goodyear ໄດ້ທົດສອບໃຊ້ງານ ຢາງລົດແບບບໍ່ມີລົມ ດ້ວຍໄລຍະທາງຫຼາຍກວ່າ 120,000 ກິໂລແມັດ ແລະ ໄດ້ທົດສອບກັບລົດໄຟຟ້າອີກນຳ


ໃນໄລຍະ 2-3 ປີທີ່ຜ່ານມາ Goodyear ແລະ Local Motor ໄດ້ຮ່ວມກັນພັດທະນາ ແລະ ທົດສອບຢາງລົດແບບບໍ່ມີລົມຢູ່ທາງໃນ ທັງດ້ານປະສິດທິພາບຕ່າງໆ ບໍ່ວ່າຈະເປັນ ຄວາມໄວ, ຄວາມແຂງແຮງ ແລະ ຄວາມທົນທານ ເພື່ອຫວັງວ່າ ຢາງບໍ່ມີລົມນີ້ ຈະເປັນທາງເລືອກທີ່ຍືນຍົງໃນການໃຊ້ລົດທີ່ມີຢາງປາສະຈາກລົມ, ບໍ່ຕ້ອງການ ການບຳລຸງຮັກສາທີ່ຫຍຸ້ງຫຍາກ ແລະ ໃຊ້ງານໄດ້ດົນກວ່າ ເພື່ອສອດຄ່ອງກັບ ການໃຊ້ຊີວິດໃນເມືອງ.

ປັດຈຸບັນ Goodyear ໄດ້ປະກາດການພັດທະນາ ແລະ ທົດສອບໃຊ້ງານຕົວຈິງ ກັບຢາງລົດແບບບໍ່ມີລົມທາງໃນ, ບໍ່ຮົ່ວ, ບໍ່ແວບ ແລະ ແຂງແຮງທົນທານ ທີ່ເອີ້ນວ່າ non-pneumatic tires (NTP) ໄປແລ້ວຫຼາຍກວ່າ 120,000 ກິໂລແມັດ. ໜຶ່ງໃນການທົດສອບມີລົດໄຟຟ້າເຂົ້າຮ່ວມການທົດສອບນຳ ເຊີ່ງເປັນການທົດສອບໂດຍໃຊ້ລົດ Tesla Model 3.

ໂດຍການທົດສອບກັບລົດໄຟຟ້ານັ້ນຜົນອອກມາຖືວ່າດີພໍສົມຄວນ ທັງໃນເລື່ອງຄວາມໄວ, ການເຂົ້າໂຄ້ງຕ່າງໆ ແມ່ນອອກມາໄດ້ດີຫຼາຍ.

ທາງ Goodyear ເຜີຍວ່າຢາງລົດແຫ່ງອະນາຄົດນີ້ ມີຄວາມຕ້ອງການ ການບຳລຸງຮັກສາທີ່ໜ້ອຍກວ່າຢາງລົດປົກກະຕິທົ່ວໄປ ກຳຈັດຄວາມສ່ຽງທີ່ຈະຢາງຮົ່ວ, ຢາງແປ, ຢາງລະເບີດ, ບໍ່ຕ້ອງສູບລົມ ອີກຍັງເພີ່ມຄວາມທົນທານ ແລະ ມີຄວາມຫົດຢືດສູງ ແຖມຍັງຊ່ວຍລົດການໃຊ້ວັດສະດຸໂດຍລວມໄດ້ອີກນຳ.

Goodyear ຍັງລະບຸອີກວ່າ ຢາງຮຸ່ນນີ້ຍັງສາມາດຮອງຮັບການບັນທຸກທີ່ມີນໍ້າໜັກຫຼາຍໄດ້, ສາມາດນຳໄປໃຊ້ໃນລົດຂົນສົ່ງສາທາລະນະ ເຊັ່ນ ລົດເມ ແລະ ເໝາະສົມກັບການໃຊ້ງານໃນເມືອງ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/