ເກີດຫຍັງຂຶ້ນກັບ #JusticForMarshallandMillions


ໂຊຊຽວເດືອດ ພາກັນຕິດ #JusticFormarshallandMillions ເພື່ອທວງຄືນຄວາມຍຸຕິທຳໃຫ້ກັບ ໝາພັນພິດບູ ຫຼັງຈາກຖືກເຈົ້າໜ້າທີ່ຍິງເສຍຊີວິດທີ່ປະເທດ ອັງກິດ ມື້ນີ້ທາງ LaoX ຈະມາສະຫຼຸບເຫດການທີ່ເກີດຂຶ້ນ.

– Marshall ແລະ Millions ເປັນໝາພັນພິດບູຂອງຊາຍທີ່ມີຊື່ວ່າ Louie Turnbull ອາຍຸ 46 ປີ ຢູ່ທີ່ປະເທດອັງກິດ ໂດຍ Marshall ມີອາຍຸ 3 ປີ ສ່ວນ Millions ມີອາຍຸ 9 ເດືອນ.

– ປົກກະຕິແລ້ວ Louie Turnbull ມັກຈະພາໝາທັງສອງໃສ່ສາຍຈູງ ແລະ ອອກມາຍ່າງຫຼິ້ນຕາມສະຖານທີ່ຕ່າງໆເປັນປະຈຳ ຄັ້ງໜຶ່ງທີ່ລາວໄດ້ພາໝາຂຶ້ນລົດໄຟໃຕ້ດິນ ແລະ ມີຄົນຖ່າຍຄລິບຄວາມໜ້າຮັກຂອງທັງສາມໄວ້ ເຊິ່ງຫຼາຍໆຄັ້ງທີ່ມີຄົນເຂົ້າມາຂໍຖ່າຍຮູບກັບ Marshall ແລະ Millions.

– ຈຸດເລີ່ມຕົ້ນທັງໝົດເກີດຈາກຕອນທີ່ Louie Turnbull ໄດ້ພາໝາໄປຍ່າງຫຼິ້ນເມືອງໂດຍທີ່ມີຜູ້ຍິງຄົນໜຶ່ງຈູງນ້ອງໝາໂຕນ້ອຍຍ່າງຜ່ານມາ ໂດຍຜູ້ຍິງຄົນດັ່ງກ່າວໄດ້ໂທແຈ້ງຕຳຫຼວດວ່າຕົວຂອງລາວ ແລະ ໝາ ຖືກກັດ ໂດຍທີ່ບໍ່ມີຫຼັກຖານໃດໆວ່າຖືກ Marshall ແລະ Millions ກັດ ແຕ່ພາຍຫຼັງມີພະຍານກ່າວວ່າ ບໍ່ໄດ້ມີການກັດເກີດຂຶ້ນ.

– ມື້ຕໍ່ມາທາງຕຳຫຼວດພະຍາຍາມເຂົ້າຄວບຄຸມຕົວ Louie Turnbull ຈາກການໂທແຈ້ງຄວາມ ແນ່ນອນວ່າທາງ Louie Turnbull ປະຕິເສດເພາະວ່າລາວບໍ່ໄດ້ເຮັດຫຍັງຜິດ ສັນຊາດຕະຍານຂອງນ້ອງໝາເລີ່ມເຮັດວຽກ ໝາທັງສອງເຫົ່າໃສ່ຕຳຫຼວດເພື່ອປົກປ້ອງເຈົ້າຂອງ, Louie Turnbull ພະຍາຍາມດຶງນ້ອງໝາອອກ ແລະ ບອກໃຫ້ໝາຂອງລາວທັງສອງສະຫງົບລົງ ເຊິ່ງເບິ່ງຈາກຄິບແລ້ວຈະເຫັນໄດ້ຊັດເຈນວ່າ ໝາທັງສອງຟັງ Louie Turnbull ທີ່ສຸດ.

– ແຕ່ການພະຍາຍາມເຂົ້າຈັບ Louie Turnbull ກໍກາຍເປັນວ່າໝາທັງສອງຍິ່ງເຫົ່າດັງຂຶ້ນ ສຸດທ້າຍເຈົ້າໜ້າທີ່ໄດ້ໃຊ້ກະສຸນຢາງຍິງໄປທີ່ Louie Turnbull ເພື່ອເຂົ້າຈັບກຸມ ແຕ່ຄວາມຮັກຂອງໝາທັງສອງກໍພະຍາຍາມປົກປ້ອງເຈົ້າຂອງຢ່າງສຸດຊີວິດ ເຈົ້າໜ້າທີ່ຈຶ່ງໃຊ້ກະສຸນແທ້ຍິງທີ່ໝາໂຕທຳອິດ ເຮັດໃຫ້ເສຍຊີວິດທັນທີ ສ່ວນໝາໂຕທີສອງກໍຖືກວິສາມັນໂດຍຕຳຫຼວດເຊັ່ນດຽວກັນ.

– ຫຼັງຈາກມີວິດີໂອຖືກເຜີຍແຜ່ລົງໂລກໂຊຊຽວມີຫຼາຍຄົນຕັ້ງຄຳຖາມວ່າ “ຍິງໝາເຮັດຫຍັງ?” ລວມໄປຮອດອົງກອນພິທັກສັດເບິ່ງວ່າເຫດການນີ້ຕຳຫຼວດເຮັດເກີນໄປ ຈົນເຮັດໃຫ້ມີຜູ້ຄົນຈຳນວນຫຼາຍອອກມາຮຽກຮ້ອງໃຫ້ເອົາຜິດກັບຕຳຫຼວດ

– ທາງດ້ານຕຳຫຼວດໄດ້ອອກມາຖະແຫຼງການວ່າ ໝາເປັນອັນຕະລາຍເກີນທີ່ພວກເຮົາຈະຄວບຄຸມ ແລະ ການຕັດສິນໃຈເຮັດແບບນັ້ນເພື່ອບໍ່ໃຫ້ເກີດເລື່ອງບານປາຍຈົນເຮັດໃຫ້ເຈົ້າໜ້າທີ່ບາດເຈັບ

– ແຕ່ໃນວິດີໂອຜູ້ຄົນຕ່າງເຫັນພ້ອມກັນວ່າ Marshall ແລະ Millions ບໍ່ມີທ່າທີອັນຕະລາຍເລີຍ ພ້ອມຍັງມີພະຍານເຫັນເຫດການ ວ່າຜູ້ຍິງຄົນແຈ້ງຄວາມບໍ່ໄດ້ຮັບບາດເຈັບໃດໆ ແຕ່ຕີໂພຍຕີພາຍໄປເອງ ເພາະແບບນີ້ຈຶ່ງເກີດ #JusticFormarshallandMillions ຂຶ້ນມາ.

– ເມື່ອວັນທີ 12 ພຶດສະພາ 2023 ທີ່ຜ່ານມາ Louie Turnbull ເຂົ້າຮັບຊາບຂໍ້ກ່າວຫາຄອບຄອງໝາອັນຕະລາຍເກີນຄວບຄຸມທີ່ສານ ເຊິ່ງມີຄົນມາປະທ້ວງໜ້າສານເປັນຈຳນວນຫຼວງຫຼາຍ.

– ໃນຕອນນີ້ມີການອອກມາລ່າລາຍຊື່ທາງຜ່ານເວັບໄຊ Change.Org ເພື່ອເອົາຜິດຕຳຫຼວດ ມີຄົນມາລົງລາຍຊື່ຫຼາຍກວ່າ 1 ລ້ານຄົນ ແຕ່ທາງຕຳຫຼວດບໍ່ມີການເຄື່ອນໄຫວກ່ຽວກັບເລື່ອງນີ້ຈົນເຮັດໃຫ້ກະແສໃນໂລກອອນລາຍຍິ່ງຮ້ອນແຮງຂຶ້ນກວ່າເກົ່າ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/