ການປ່ອຍໝາກປູມເປົ້າສູ່ສິ່ງເເວດລ້ອມສົ່ງຜົນກະທົບຕໍ່ສິ່ງທີ່ມີຊີວິດທັງໃນທະເລ ເເລະ ເທິງບົກ


ການປ່ອຍໝາກປູມເປົ້າເຂົ້າໄປໃນສະພາບແວດລ້ອມສາມາດສົ່ງຜົນສະທ້ອນອັນໃຫຍ່ຫຼວງທີ່ເປັນອັນຕະລາຍຫຼາຍຕໍ່ສິ່ງທີ່ມີຊີວິດ.

ໂດຍວິທີ​ການ​ປ່ອຍ​ໝາກ​ປູມ​ເປົ້າ​ອອກໄປ​ສູ່​ສະພາບ​ແວດ​ລ້ອມ​ໄດ້ເເກ່:

1. ປ່ອຍ​ໝາກ​ປູມ​ເປົ້າ​ທີ່​ເຕັມ​ໄປ​ດ້ວຍ​ທາດ​ຮີ​ລ​ຽມ​ໃນ​ງານ​ຕ່າງໆ ເຊິ່ງໃນທີ່ສຸດກໍຈະລົງໄປໃນມະຫາສະໝຸດ.

2. ການຖິ້ມໝາກປູມເປົ້າຢ່າງບໍ່ຖືກຕ້ອງ, ເຮັດໃຫ້ຖືກນ້ຳພັດລົງສູ່ມະຫາສະໝຸດຜ່ານທາງລະບາຍນ້ຳ ແລະ ອື່ນໆ.

ໜຶ່ງ​ໃນ​ຄວາມ​ກັງວົນ​ດ້ານ​ສິ່ງ​ແວດ​ລ້ອມເບື້ອງ​ຕົ້ນ​​ຂອງ​ການປ່ອຍໝາກ​ປູມ​ເປົ້າ​ແມ່ນ​ຜົນ​ກະ​ທົບ​ທີ່​​ມີ​ຕໍ່​ເຕົ່າ​ທະ​ເລ. ໂດຍໜຶ່ງໃນແຫຼ່ງອາຫານຫຼັກຂອງເຕົ່າທະເລນັ້ນກໍຄືແມງກະພຸນ ເຕົ່າທະເລມັກຈະເຂົ້າໃຈຜິດວ່າໝາກປູມເປົ້ານັ້ນຄືອາຫານ ແລະ ກິນມັນເຂົ້າໄປ. ການກິນໝາກປູມເປົ້າເຂົ້າໄປຈະສົ່ງຜົນຮ້າຍຕໍ່ຊີວິດຂອງເຕົ່າ ເນື່ອງຈາກກະເພາະອາຫານຂອງເຕົ່າບໍ່ສາມາດຍ່ອຍໄດ້. ໃນບາງຄັ້ງເຕົ່າອາດຈະສະມັກໝາກປູມເປົ້າໃນຂະນະທີ່ກຳລັງກິນເເລ້ວເຮັດໃຫ້ມັນຕາຍໄດ້.

ນອກຈາກນັ້ນ, ເຊືອກ ຫຼື ໂບທີ່ໃຊ້ໃນການມັດໝາກປູມເປົ້າ ສາມາດເຂົ້າໄປກ້ຽວພັນກັບເຕົ່າທີ່ໃຫຍ່ເຕັມທີ່ເເລ້ວ ຫຼື ເຕົ່າທີ່ຍັງນ້ອຍໄດ້, ເຮັດໃຫ້ຄວາມສາມາດໃນການຊອກຫາອາຫານ, ຊອກຫາຄູ່ ຫຼື ໜີຈາກຜູ້ລ່າລົດລງ ສົ່ງຜົນໃຫ້ໂອກາດທີ່ຈະຢູ່ລອດໃນສະພາບແວດລ້ອມທໍາມະຊາດລົດລົງຢ່າງຫຼວງຫຼາຍ.

ໝາກປູມເປົ້າທີ່ປ່ອຍອອກມາສູ່ສິ່ງແວດລ້ອມມີຜົນກະທົບຫຼາຍກວ່າເຕົ່າທະເລ. ໂດຍສິ່ງທີ່ມີຊີວິດຢູ່ໃນທະເລ ເເລະ ເທິງບົກຫຼາກຫຼາຍຊະນິດສາມາດບໍລິໂພກວັດຖຸເຫຼົ່ານີ້ໄດ້ ລວມທັງ: ນົກ, ປາ, ສະຫຼາມ, ວານ ແລະອື່ນໆ. ເມື່ອບໍລິໂພກ, ອາດຈະເປັນອັນຕະລາຍຕໍ່ສຸຂະພາບ ແລະ ພຶດຕິກໍາໂດຍລວມຂອງພວກມັນໄດ້. ບັນຫາດັ່ງກ່າວແມ່ນຄ້າຍຄືກັນທໍ່ດູດ ແລະ ພລາສຕິກອື່ນໆທີ່ຖືກປ່ອຍອອກມາສູ່ສິ່ງແວດລ້ອມ ​ເຊິ່ງເປັນທີ່ໜ້າວິຕົກກັງວົນຫຼາຍທາງ​​ດ້ານການອະນາໄມ​​ສິ່ງ​ແວດ​ລ້ອມ​.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/