ຍິນດີນຳ Manchester City ຄວ້າແຊ້ມພຣີເມຍລີກໄດ້ສຳເລັດ 3 ສະໄໝຕິດຕໍ່ກັນ ແລະ ເປັນແຊ້ມທີ 5 ໃນ 6 ລະດູການຫຼັງສຸດ


ນັບເປັນອີກໜຶ່ງຄວາມສຸດຍອດຂອງ ແມນເຊັສເຕີ້ ຊິຕີ້ ຫຼັງເລັ່ງເຄື່ອງໂຊຟອມແຮງແບບບໍ່ມີໃຜສາມາດຢຸດໄດ້ ຈົນເຂົ້າເສັ້ນໄຊ ຄວ້າແຊ້ມພຣີເມຍລີກ ສະໄໝທີ 7 ຂອງຕົນເອງໄດ້ສຳເລັດ ກາຍເປັນແຊ້ມສະໄໝທີ 3 ຕິດຕໍ່ກັນ ແລະ ເປັນແຊ້ມທີ 5 ຈາກ 6 ລະດູການຫຼັງສຸດ.

ແມນເຊັສເຕີ້ ຊິຕີ້ ພາຍໃຕ້ການນຳຂອງ ເປັບ ກວາດິເອລາ ຫົວໜ້າຄູເຝິກຊາວສະເປນ ຄວ້າແຊ້ມລະດູການນີ້ ໄປດ້ວຍ 88 ຄະແນນ ແຕ່ລົງແຂ່ງ 36 ນັດ ຖິ້ມຫ່າງອັນດັບ 2 ຢ່າງ ອາເຊນອລ ທີ່ລົງແຂ່ງໄປ 37 ນັດ ແຕ່ມີພຽງ 81 ຄະແນນ ເຮັດໃຫ້ ແມນຊິຕີ້ ຄວ້າແຊ້ມພຣີເມຍລີກໄປກ່ອນຕັ້ງແຕ່ຍັງລົງແຂ່ງບໍ່ຄົບ 38 ນັດ.

ແມນເຊັສເຕີ້ ຊິຕີ້ ເລີ່ມຕົ້ນລະດູການ ດ້ວຍຟອມທີ່ຮ້ອນແຮງ ຈາກການມາຂອງ ເອີລິງ ຮາແລນ ແຕ່ຟອມຂອງ ແມນ ຊິຕີ້ ຕ້ອງຜ່ອນລົງໃນໄລຍະກາງລະດູການ ຈົນ ອາເຊນອລ ທີມພະລັງໜຸ່ມເຮັດຜົນງານໄດ້ດີກວ່າ ຂຶ້ນມາຄອງອັນດັບ 1 ຂອງຕາຕະລາງໃນໄຍະໜຶ່ງ.

     ແຕ່ສຸດທ້າຍ ລູກທີມຂອງ ເປັບ ກວາດິເອລາ ມາເລັ່ງເຄື່ອງຕອນທ້າຍລະດູການ ຈົນສາມາດຊະນະຕິດຕໍ່ກັນເຖິງ 12 ນັດລຽນຕິດ ໃນ ພຣີເມຍລີກ ບວກກັບ ຟອມຂອງ ອາເຊນອລ ທີ່ນັບມື້ນັບຜ່ອນລົງ ເຮັດໃຫ້ ແມນຊິຕີ້ ເຂົ້າເສັ້ນໄຊຄວ້າແຊ້ມລະດູການນີ້ໄປໄດ້ສຳເລັດ.

ສຳລັບແມນເຊັສເຕີ້ ຊິຕີ້ ໃນລະດູການນີ້ນັ້ນເອີ້ນໄດ້ວ່າ ສົມບູນແບບໃນທຸກຕຳແໜ່ງຜູ້ຫຼິ້ນ ທັງ 11 ຕົວຈິງ ແລະ ຕົວສຳຮອງ ແມ່ນສາມາດທົດແທນກັນໄດ້ແບບບໍ່ມີຮອຍຕໍ່ ບວກກັບການເຂົ້າມາເສີມຂອງ ເອີລິງ ຮາແລນ ກອງໜ້າອະນາຄົດໄກຂອງວົງການ ບານເຕະ ເຮັດໃຫ້ ແມນເຊັສເຕີ້ ຊິຕີ້ ນັ້ນສົມບູນແບບໃນທຸກມິຕິໄປຍິ່ງຂຶ້ນ.

     ນອກຈາກນີ້ ໃນລະດູການນີ້ ແມນເຊັສເຕີ້ ຊິຕີ້ ກຳລັງຈະສ້າງປະຫວັດສາດໜ້າໃໝ່ໃຫ້ກັບກຽດປະຫວັດຂອງຕົນເອງ ໂດຍການຄວ້າ 3 ແຊ້ມໃນລະດູການດຽວ ເຊິ່ງປັດຈຸບັນນີ້ ສຳເລັດໄປແລ້ວ 1 ແຊ້ມກໍຄື ແຊ້ມ ພຣີເມຍລີກ ແລະ ຍັງເຫຼືອໃຫ້ໄລ່ລ່າອີກ 2 ແຊ້ມ ກໍຄື ແຊ້ມ FA Cup ທີ່ເຂົ້າຊິງກັບ ແມນເຊັສເຕີ້ ຢູໄນເຕັດ ແລະ ແຊ້ມໃຫຍ່ສຸດກໍຄື UEFA Champion League ທີ່ຈະເຂົ້າຊິງກັບ ອິນເຕີ ມິລານ ໃນຕົ້ນເດືອນ ມິຖຸນາ ນີ້.

     ສຳລັບໂປຣແກຣມຕໍ່ໄປ ຂອງແມນ ຊິຕີ້ ແມນ ຈະມີຄິວລົງເຕະ ກັບ ໄບຣຕັນ ໃນເຊົ້າວັນພະຫັດທີ 25 ພຶດສະພາ ນີ້ ຕາມເວລາ ບ້ານເຮົາ. ແລະ ເຮົາມາຖ້າເບິ່ງນຳກັນວ່າ ປະຫວັດສາດ ໜ້າໃໝ່ຂອງ ແມນຊິຕີ້ ນັ້ນຈະເກີດຂຶ້ນແທ້ ໃນລະດູການນີ້ ຫຼືບໍ່.

     ຂອບຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/