ຈີນສັ່ງແບນຊິບຂອງ Micron ເຜີຍບໍ່ຜ່ານການກວດສອບຄວາມໝັ້ນຄົງ ແລະ ເຕືອນໃຫ້ຢຸດຜະລິດ


ລັດຖະບານຈີນປະກາດແບນຜະລິດຕະພັນຂອງບໍລິສັດ Micron ເຊິ່ງເປັນບໍລິສັດຜະລິດຊິບໜ່ວຍຄວາມຈຳຂອງອາເມຣິກາ ໂດຍທາງປະເທດ ຈີນ ໄດ້ອອກມາໃຫ້ເຫດຜົນວ່າ ບໍ່ຜ່ານການກວດສອບ ດ້ານຄວາມໝັ້ນຄົງແຫ່ງຊາດ ພ້ອມກັບອອກມາເຕືອນໃຫ້ຢຸດການຜະລິດໃນທັນທີ.

CAC ສຳນັກງານໄຊເບີສະເປດຈີນ ຊີ້ວ່າ ຜະລິດຕະພັນຂອງ Micron ມີບັນຫາທາງດ້ານຄວາມໝັ້ນຄົງຕໍ່ລະບົບເຄືອຂ່າຍທີ່ອອກຈະຮ້າຍແຮງ ອາດຈະນຳມາເຊິ່ງໄພຄວາມໝັ້ນຄົງຕໍ່ຕ່ອງໂສ້ການຜະລິດໂຄງສ້າງພື້ນຖານສຳຄັນທາງສາລະສົນເທດ ແລະ ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງແຫ່ງຊາດໃນພາບລວມ.

ເມື່ອວັນທີ 21 ທີ່ຜ່ານມາ ລັດຖະບານຈີນໄດ້ອອກປະກາດແບນຊິບຂອງ Micron ເນື່ອງຈາກບໍ່ຜ່ານການກວດສອບ ເນື່ອງຈາກກົດລະບຽບຂອງ CIIO ໃນປະເທດຂ້ອນຂ້າງກວ້າງ ແລະ ຄອບຄຸມຫຼາຍພາກສ່ວນທີ່ຖືວ່າມີຄວາມສຳຄັນຕໍ່ຄວາມໝັ້ນຄົງຂອງຊາດ ແລະ ການດຳລົງຊີວິດຂອງປະຊາຊົນ ພ້ອມຍັງລວມໄປຮອດສາທາລະນະປະໂຫຍດ ເຊັ່ນ: ການສື່ສານ ແລະ ບໍລິການຂໍ້ມູນ, ພະລັງງານ, ການຂົນສົ່ງ, ຊັບພະຍາກອນນ້ຳ ແລະ ການເງິນ.

ຄຳພິພາກສາຈະມີຜົນໃນການຫ້າມຂາຍຜະລິດຕະພັນ Micron ໃນຈີນ ເຊິ່ງປະກອບດ້ວຍຜະລິດຕະພັນຊິບເຊັ່ນ:  DRAM, NAND flash memory ແລະ ສິນຄ້າກຸ່ມ SSD ເປັນຜົນລົບຕໍ່ລາຍໄດ້ຈາກຕະຫຼາດຈີນຂອງບໍລິສັດ ເຊິ່ງແຕ່ກ່ອນສ້າງລາຍໄດ້ປະມານ 11% ຂອງລາຍໄດ້ລວມທັງໝົດຂອງບໍລິສັດ ແລະ ລູກຄ້າລຳດັບຕົ້ນຂອງ Micron ໃນຈີນມີຄື Lenovo, Xiaomi, Inspur Electronics Information, ZTE, Coolpad, China Electronics Corp ແລະ Oppo.

ເຫດການໃນຄັ້ງນີ້ເກີດຂຶ້ນທ່າມກາງຄວາມຂັດແຍ້ງຢ່າງຮຸນແຮງລະຫວ່າງອາເມຣິກາ ແລະ ຈີນ ໃນດ້ານເທັກໂນໂລຢີເຊມິິຄອນດັກເຕີທີ່ຝ່າຍ ອາເມຣິກາ ແລະ ຊາດພັນທະມິດຕ້ອງການຕັດຈີນອອກຈາກຕ່ອງໂສ້ການຜະລິດຊິບ ດ້ວຍການຫ້າມສົ່ງອອກເທັກໂນໂລຢີໄປຈີນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/