ອົງການກວດສອບ ພົບເຫັນລາຍຮັບທີ່ບໍ່ມອບເຂົ້າງົບປະມານຈຳນວນຫຼາຍຕື້ກີບ

ອົງການກວດສອບ

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 22 ທັນວາ 2022 ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານການເຄື່ອນໄຫວວຽກງານປະຈຳປີ 2022 ແລະ ທິດທາງປະຈຳປີ 2023 ຂອງອົງການກວດສອບແຫ່ງລັດ ເຊິ່ງຜົນການກວດສອບຄືນ ການແກ້ໄຂຜົນການກວດສອບ ແລະ ຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດງົບປະມານແຫ່ງລັດປະຈຳປີ 2021; ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຫຼາຍເຂດເລືອກຕັ້ງ ກໍໄດ້ປະກອບຄຳເຫັນໃສ່ຮ່າງບົດລາຍງານດັ່ງກ່າວ.

ອົງການກວດສອບ

ທ່ານ ວຽງທະວີສອນ ເທບພະຈັນ ລາຍງານໃຫ້ຮູ້ວ່າ: ຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດປະຈໍາປີ 2021, ຜ່ານການກວດສອບຕາມຫຼັກວິຊາການບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດ ງົບປະມານແຫ່ງລັດ ປະກອບມີລາຍຮັບຕາມແຜນການ 27.629 ຕື້ກວ່າກີບ ປະຕິບັດໄດ້ 28.905 ຕື້ກວ່າກີບ ເທົ່າກັບ 104,62% ຂອງແຜນການ; ລາຍຈ່າຍຕາມແຜນການ 31.583 ຕື້ກວ່າກີບ ປະຕິບັດໄດ້ 29.507 ຕື້ກວ່າກີບ ເທົ່າກັບ 93,43% ຂອງແຜນການ; ການດຸ່ນດ່ຽງຊໍາລະໜີ້ສິນສາທາລະນະຕາມແຜນການ 16.395 ຕື້ກວ່າກີບ ປະຕິບັດໄດ້ 12.592 ກວ່າຕື້ກີບ ເທົ່າກັບ 76,81%; ການດຸ່ນດ່ຽງງົບປະມານແຫ່ງລັດຕາມແຜນການ 20.349 ຕື້ກວ່າກີບ ປະຕິບັດໄດ້ 14.492 ຕື້ກວ່າກີບ ເທົ່າກັບ 71,22% ຂອງແຜນການ.

ຜ່ານການກວດສອບພົບເຫັນລາຍຮັບ ທີ່ບໍ່ມອບເຂົ້າງົບປະມານແຫ່ງລັດ 141,30 ຕື້ກີບ; ໃນນັ້ນ ໄດ້ເອົາໄປຈ່າຍນອກແຜນງົບປະມານແຫ່ງລັດ 35,18 ຕື້ກີບ ຍັງເກັບຮັກສາໄວ້ຢູ່ຄັງເງິນສົດຝາກໄວ້ຢູ່ທະນາຄານ ແລະ ຝາກໄວ້ໃນລະບົບບັນຊີເງິນຝາກຄັງເງິນ 106,12 ຕື້ກີບ; ກວດສອບເຫັນເງິນຈ່າຍລ່ວງໜ້າຄ້າງ ໃນລະບົບຄັງເງິນປະຈໍາແຂວງ ທີ່ບໍ່ສາມາດສະສາງໄດ້ຍົກມາຈາກປີກ່ອນ 1.294 ກວ່າຕື້ກີບ ເກີດຂຶ້ນໃໝ່ປີ 2021 ຈໍານວນ 85,73 ຕື້ກີບ ກວດສອບພົບໜີ້ຕ້ອງຮັບສ່ວຍສາອາກອນ ຊັບສິນແຫ່ງລັດ ແລະ ຈາກບັນດາຫົວໜ່ວຍງົບປະມານ ທີ່ບໍ່ມອບເຂົ້າງົບປະມານແຫ່ງລັດ ທັນຕາມກໍານົດເວລາ ມີຍົກມາຈາກປີກ່ອນ 1.879 ຕື້ກວ່າກີບ ເກີດຂຶ້ນໃໝ່ປີ 2021 ຈໍານວນ 551,43 ຕື້ກີບ; ກວດສອບເຫັນຍອດເຫຼືອເງິນລາຍຮັບໃນບັນຊີລໍຖ້າຈັດສັນ(ບັນຊີ 547) ຄ້າງສະສາງເຂົ້າງົບປະມານແຫ່ງລັດ 9,48 ຕື້ກີບ; ກວດສອບເຫັນການນຳໃຊ້ເງິນຄັງພັດທະນາທ້ອງຖິ່ນ ເງິນຄັງພັດທະນາຊຸມຊົນ ແລະ ເງິນລະດົມ, ເງິນເກີນແຜນປີ 2021, ເງິນແຮ່ທ້ອງຖິ່ນ, ເງິນກອງທຶນຄົ້ນຄວ້າວິທະຍາສາດ ແລະ ເງິນງົບປະມານແຫ່ງລັດ ລວມທັງໝົດ 78,46 ຕື້ກີບ ໄປຈ່າຍບໍ່ຖືກຕາມເປົ້າໝາຍ; ກວດສອບເຫັນການຈັດຕັ້ງປະຕິບັດ ໂຄງການນອກແຜນງົບປະມານແຫ່ງລັດ 13 ໂຄງການ ມູນຄ່າຕາມສັນຍາ 23,07 ຕື້ກີບ ໃນນັ້ນ ມູນຄ່າປະຕິບັດຕົວຈິງ 21,72 ຕື້ກີບ.

ອົງການກວດສອບ

ທ່ານ ວຽງທະວີສອນ ເທບພະຈັນ ຍັງໃຫ້ຮູ້ອີກວ່າ: ຜົນການກວດສອບການແກ້ໄຂຜົນການກວດສອບຕາມມະຕິ ຂອງກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ເຊິ່ງການແກ້ໄຂຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດງົບປະມານແຫ່ງລັດປະຈຳປີ 2020 ເລັ່ງທວງເອົາຍອດເຫຼືອລາຍຮັບທີ່ກວດເຫັນເພີ່ມ 106,17 ຕື້ກີບ ເຂົ້າງົບປະມານແຫ່ງລັດ; ໃນນັ້ນ, ໄດ້ຮັບການແກ້ໃນປີ 2021 ຈຳນວນ 34,57 ຕື້ກີບ ເລັ່ງທວງໜີ້ສິນຕ້ອງຮັບສ່ວຍສາອາກອນ ແລະ ຊັບສິນຂອງລັດ ເຂົ້າງົບປະມານແຫ່ງລັດສະສົມຮອດທ້າຍປີ 2020 ຈຳນວນ 5.000 ຕື້ກວ່າກີບ; ໃນນັ້ນ, ເກັບໄດ້ປີ 2021 ຈຳນວນ 315 ຕື້ກວ່າກີບ, ຍັງຄ້າງຮອດທ້າຍປີ 2021 ມີ 4.000 ຕື້ກວ່າກີບ, ການສະສາງເງິນລາຍຈ່າຍລ່ວງໜ້າໃນລະບົບຄັງເງິນແຫ່ງຊາດສະສົມຮອດປີ 2020 ມີ 1.000 ຕື້ກວ່າກີບ, ໄດ້ຮັບການແກ້ໄຂໃນປີ 2021 ຈຳນວນ 44,13 ຕື້ກີບ ປະກອບເອກະສານເປັນລາຍຈ່າຍ 23 ຕື້ກວ່າກີບ ເກັບຄືນເປັນເງິນໄດ້ 20 ຕື້ກວ່າກີບ ຍັງຄ້າງຮອດປີ 2021 ຈຳນວນ 1.000 ຕື້ກວ່າກີບ.

ອົງການກວດສອບ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/