ຂອບໃຈເດີ! Willis Carrier ຜູ້ຄົ້ນຄິດ “ແອ” ເຮັດໃຫ້ຄົນທົ່ວໂລກຮູ້ສຶກເຢັນເວລາອາກາດຮ້ອນ

ແອ

ຖ້າເວົ້າເຖິງອາກາດຮ້ອນ ແນ່ນອນເຮົາກໍຕ້ອງຫາຄວາມເຢັນຈາກພັດລົມ ຫຼື ແອ ເຊິ່ງມັນສາມາດເຮັດໃຫ້ເຮົາເຢັນກາຍສະບາຍໃຈໄດ້ໃນເວລານັ້ນ ມີບາງຄັ້ງທີ່ຫຼາຍຄົນກໍເກີດຄວາມສົງໄສວ່າແມ່ນໃຜເປັນຜູ້ຄົ້ນຄິດເທັກໂນໂລຢີເຫຼົ່ານີ້, ລາວໜ້າຕາເປັນແບບໃດ, ເປັນຄົນປະເທດໃດ ແລະ ຄົ້ນຄິດເຄື່ອງໃຊ້ໄຟຟ້າແບບນີ້ຂຶ້ນມາໄດ້ແນວໃດ ຈຶ່ງເຮັດໃຫ້ຜູ້ຄົນຢູ່ເຢັນສະບາຍເວລາອາກາດຮ້ອນ.

Willis Carrier ເກີດປີ 1876 ທີ່ນິວຢອກ ເຊິ່ງລາວເປັນຄົນທີ່ຮຽນເກັ່ງຈົນໄດ້ທຶນການສຶກສາ ທີ່ມະຫາວິທະຍາໄລ Cornel University, ອາຍຸພຽງ 25 ປີ ກໍຈົບປະລິນຍາໂທດ້ານວິສະວະກຳ ກ່ອນທີ່ລາວຈະເຂົ້າໄປເຮັດວຽກທີ່ Buffalo Forge Company ເຊິ່ງເປັນບໍລິສັດທີ່ໄດ້ຮັບຮາງວັນຜະລິດເຄື່ອງໃຊ້ໄຟຟ້າຫຼາຍຊະນິດ ລວມເຖິງເຮັດດ້ານລະບົບເຮັດຄວາມຮ້ອນໃນອາຄານ.

ແອ

ໃນລະຫວ່າງການເຮັດວຽກ Willis Carrier ພົບກັບບັນຫາກັບລູກຄ້າໃນໂຮງພິມ ເຊິ່ງກໍຄື ຄວາມຊຸ່ມໃນອາກາດທີ່ບໍ່ແນ່ນອນ ໄດ້ເຮັດໃຫ້ເຈ້ຍຂະຫຍາຍ ແລະ ຫົດຕົວແບບຄາດເດົາບໍ່ໄດ້. Willis Carrier ເລີຍຄິດລະບົບໃນການຈັດການກັບຄວາມຮ້ອນ ແລະ ຄວາມຊຸ່ມໃນອາກາດຊຸ່ມ ແລະ ຈົດສິດທິບັດໃບທຳອິດຂອງລາວ ເຊິ່ງມັນໄດ້ມາດຕະຖານຂອງເທັກໂນໂລຢີປັບອາກາດ ໃນອາຄານຈົນເຖິງທຸກມື້ນີ້. ແຕ່ວ່າມັນຕ້ອງມີ: ລະບົບຄວບຄຸມອຸນຫະພູມ, ລະບົບຄວບຄຸມຄວາມຊຸ່ມ, ລະບົບຄວບຄຸມການຖ່າຍທອດຂອງອາກາດ ແລະ ລະບົບຟອກອາກາດ.

ແອ

ໃນຕອນທີ່ Willis Carrier ມີອາຍຸ 29 ປີ ລາວໄດ້ຈົດສິດທິບັດໃບທຳອິດ ແຕ່ລາວກໍຍັງບໍ່ຢຸດທີ່ຈະສ້າງນະວັດຕະກຳ ໃນການຄວບຄຸມອາກາດ. ໃນປີ 1911 Willis Carrier ມີອາຍຸ 35 ປີ ລາວກໍຍັງໄດ້ພຣີເຊັ້ນເປເປີ້ ທີ່ເຮົາເອີ້ນວ່າ ເປເປີ້ ໄອເດຍຕົ້ນແບບຂອງເທັກໂນໂລຢີແອທີ່ເຮົາໃຊ້ກັນທຸກມື້ນີ້ ທີ່ງານປະຊຸມວິສະວະກຳເຄື່ອງກົນຈັກແຫ່ງຊາດຂອງອາເມຣິກາ.

ເວລາຜ່ານໄປ ບໍລິສັດທີ່ Willis Carrier ເຮັດວຽກຢູ່ ໄດ້ຍົກເລີກແຜນທີ່ຈະເຮັດເລື່ອງລະບົບການເຮັດຄວາມຮ້ອນໃນອາຄານ. Willis Carrie ມີຄວາມຄິດ ແລະ ຄວາມຝັນທີ່ຍິ່ງໃຫຍ່ທີ່ຈະປະຕິວັດເທັກໂນໂລຢີຄວບຄຸມອາກາດໃຫ້ກັບໂລກ. ດັ່ງນັ້ນ ລາວ ແລະ ໝູ່ອີກ 6 ຄົນ ຈຶ່ງໄດ້ສ້າງບໍລິສັດຂຶ້ນມາ ເຊິ່ງມີຊື່ວ່າ Carrier Engineering Corporation ຫຼື Carrier (ຊື່ທີ່ຫຼາຍຄົນຄຸ້ນຫູໃນປັດຈຸບັນນີ້).

ແອ

ໃນປີ 1915  Willis Carrier ອາຍຸໄດ້ 39 ປີ ເຊິ່ງໄດ້ມີບໍລິສັດເປັນຂອງຕົນເອງເປັນຄັ້ງທຳອິດ ແລະ ລາວກໍໄດ້ສ້າງເຄື່ອງປັບອາກາດໃຫ້ສຳເລັດ,  ອຸປະສັກຂອງລາວໃນຕອນນີ້ກໍຄື ຍັງບໍ່ມີສານເຄມີທີ່ໃຊ້ເຮັດຄວາມເຢັນທີ່ໃຊ້ການໄດ້ຈິງທີ່ບໍ່ມີພິດ ແລະ ບໍ່ຕິດໄຟງ່າຍ ຈົນເຮັດໃຫ້ເກີດອັນຕະລາຍ. Willis Carrier ເປັນຜູ້ທີ່ກະຕືລືລົ້ນຢູ່ຕະຫຼອດ ອາຍຸ 45 ປີ ກໍຍັງຈົດສິດທິບັດກ່ຽວກັບຂະບວນການຜະລິດສານເຄມີອັນໜຶ່ງ ເຊິ່ງມີຄຸນສົມບັດທີ່ເຮັດຄວາມເຢັນໄດ້ ແຕ່ບໍ່ເປັນພິດ ແລະ ຕິດໄຟໄດ້ຍາກ. ສານເຄມີທີ່ວ່ານີ້ ທຸກມື້ນີ້ເຮົາເອີ້ນມັນວ່າ “ນ້ຳຢາແອ”.

ແອ

ເທັກໂນໂລຢີຄົບແລ້ວ Carrier Corporation ກໍພ້ອມໃຫ້ບໍລິການ “ຕິດແອ” ຕະຫຼອດສະຕະວັດ 1920 ບ່ອນທຳອິດທີ່ໃຊ້ບໍລິການຂອງ Carrier Corporation ຄືສູນການຄ້າ J.L Hudson ເຊິ່ງໄດ້ສ້າງຄວາມຕື່ນເຕັ້ນໃຫ້ຄົນອາເມຣິກາ. ໃນປີ 1930 ອາຍຸລາວກໍໄດ້ 54 ປີ ເທັກໂນໂລຢີຂອງລາວໄດ້ເປັນມາດຕະຖານອຸດສາຫະກຳໃນຫຼາຍໆແວດວົງ. ໄລຍະນັ້ນກໍມີສົງຄາມໂລກເສດຖະກິດອາເມຣິກາກໍຕົກຕ່ຳ ຖືໄດ້ວ່າບໍລິສັດຂອງ Willis Carrier ກໍຜ່ານມາໄດ້. ມາໃນສົງຄາມໂລກຄັ້ງທີ 2 ເສດຖະກິດອາເມຣິກາກໍເຕີບໃຫຍ່ຂະຫຍາຍຕົວອີກຄັ້ງ ເຮັດໃຫ້ເທັກໂນໂລຢີກໍເຕີບໃຫຍ່ໄປເຊັ່ນກັນ ໂດຍສະເພາະ “ແອ” ເຊິ່ງເປັນທີ່ນິຍົມກັນຢ່າງຫຼວງຫຼາຍ.

ແອ

ປີ 1948 Willis Carrier ມີອາການຫົວໃຈວາຍຈົນຕ້ອງໄດ້ຢຸດການເຮັດວຽກ ມາຮອດປີ 1950 ກໍໄດ້ເສຍຊີວິດ ໃນອາຍຸ 73 ປີ. ລາວຢູ່ບໍ່ທັນເຫັນຄວາມກ້າວໜ້າຂອງເທັກໂນໂລຢີທີ່ລາວສ້າງຂຶ້ນມາ ແຕ່ກໍເປັນທີ່ຈົດຈຳໃຫ້ຄົນທົ່ວໂລກໄດ້ຮັບຮູ້ ວ່າແມ່ນໃຜເປັນຜູ້ບຸກເບີກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/