ຮູ້ແລ້ວບໍ່? ທ່ານສາມາດຕັ້ງຮ້ານຄ້າຂາຍເຄື່ອງຂອງຕົວເອງໃນ BCEL One ໄດ້ແລ້ວ ຜ່ານລະບົບ OneX

BCEL One

ບັນດານັກຊັອບ ແລະ ພໍ່ຄ້າແມ່ຄ້າທັງຫຼາຍກຽມຕົວໃຫ້ພ້ອມກັບຟັງຊັ່ນໃໝ່ທີ່ມີຊື່ວ່າ OneX ທີ່ນອນຢູ່ໃນແອັບຂອງ BCEL One ທີ່ຈະມາຊ່ວຍໃຫ້ທ່ານສາມາດຊື້ ຫຼື ຫຼືຕັ້ງຮ້ານຂາຍສິນຄ້າຂອງຕົນເອງໄດ້ຢ່າງສະດວກສະບາຍ ວ່ອງໄວ ສາມາດຮັບ ແລະ ຊຳລະເງິນຜ່ານບັນຊີຂອງທ່ານເອງທີ່ມີຢູ່ໃນແອັບທະນາຄານຢູ່ແລ້ວໄດ້ເລີຍ, ສາມາດແຊັດຕິດຕໍ່ລະຫວ່າງຜູ້ຊື້ ແລະ ຜູ້ຂາຍໄດ້ຢ່າງສະດວກ ແລະ ຍັງສາມາດຕິດຕາມການສົ່ງສິນຄ້າໄດ້ແບບ Real Time ໄດ້ອີກພ້ອມ.

BCEL One

OneX ເກີດຂຶ້ນຈາກການຮ່ວມມືກັນລະຫວ່າງ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ແລະ ບໍລິສັດ Best Telecom ໂດຍມີຈຸດປະສົງເພື່ອຂັບເຄື່ອນສັງຄົມໃຫ້ກ້າວໄປຂ້າງໜ້າ ໂດຍການເອົາສິນຄ້າ ແລະ ການບໍລິການທີ່ຫຼາກຫຼາຍ ມາໄວ້ພາຍໃນແອັບດຽວ ເພື່ອສ້າງຄວາມສະດວກສະບາຍໃຫ້ກັບສັງຄົມ.

BCEL One

ໂດຍການບໍລິການດັ່ງກ່າວຈະເປັນການ ຈັດຫາສະຖານທີ່ ແລະ ໂອກາດ ເພື່ອການຂາຍສິນຄ້າລະຫວ່າງຜູ້ຊື້ ແລະ ຜູ້ຂາຍ. ໂດຍສັນຍາຂາຍທີ່ແທ້ຈິງເປັນສັນຍາລະຫວ່າງຜູ້ຊື້ ແລະ ຜູ້ຂາຍໂດຍກົງ.

BCEL One

OneX ມີເປົ້າໝາຍເປັນສູນການຄ້າແບບດິຈິຕອນທີ່ດີທີ່ສຸດໃນລາວ ມີສິນຄ້າ-ການບໍລິການທີ່ມີຄຸນະພາບ, ຫຼາກຫຼາຍ, ແລະ ທຸກຄົນສາມາດເຂົ້າເຖິງໄດ້ທົ່ວປະເທດຜ່ານແອັບ BCEL One ອີກດ້ວຍ, ໃຊ້ງານງ່າຍ, ສະດວກ ພ້ອມຍົກສູງ ແລະ ສ້າງມາດຕະຖານດ້ານຄວາມປອດໄພໃນການ ຊື້-ຂາຍ ອອນລາຍ ໃຫ້ມີຄວາມໂປ່ງໃສທີ່ສຸດ ແລະ ໄດ້ມາດຕະຖານສາກົນ. ເປັນການຄ້າອີເລັກໂທຣນິກທີ່ຄວບຄຸມຜູ້ຊື້, ຜູ້ຂາຍ ທັງພາຍໃນ ແລະ ຕ່າງປະເທດ ຄົນຊື້ກໍງ່າຍຄົນຂາຍກໍສະດວກ.

ຂໍ້ມູນຈາກ: https://bit.ly/3BVKD4x

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/