FIFA ພິຈາລະນາສືບສວນເອົາຜິດ Salt Bae ພໍ່ຄົວໂຮຍເກືອ ກໍລະນີລົງໄປສະໜາມພ້ອມໄປຮ່ວມຈັບຂັນບານໂລກກັບ ອາເຈນຕິນາ

FIFA

Salt Bae ພໍ່ຄົວໂຮຍເກືອ ມາດເຈົ້າຊູ້ຊື່ດັງ ຖືກວິພາກວິຈານຢ່າງໜັກ ຫຼັງລົງໄປໃນສະໜາມໄປວຸ້ນວາຍກັບບັນດານັກເຕະທີມຊາດອາເຈນຕິນາ ພ້ອມເອົາຂັນຮາງວັນບານໂລກມາຖ່າຍຮູບ ໃນເກມນັດຊິງຊະນະເລີດ ລະຫວ່າງ ອາເຈນຕິນາ ແລະ ຝຣັ່ງ. ຫຼ້າສຸດທາງ ສະຫະພັນບານເຕະສາກົນ ຫຼື FIFA ໄດ້ພິຈາລະນາສືບສວນຫາບົດລົງໂທດເອົາຜິດພໍ່ຄົວຄົນດັ່ງກ່າວແລ້ວ.

FIFA

ໂດຍພຶດຕິກຳຂອງ ພໍ່ຄົວໂຮຍເກືອ ຊາວຕຸຣກີ ຄົນດັ່ງກ່າວຖືກວິພາກວິຈານຈາກສັງຄົມອອນລາຍ ແລະ ແຟນບານຫຼາຍຄົນວ່າ ເປັນພຶດຕິກຳທີ່ບໍ່ເໝາະສົມຢ່າງຍິ່ງ ທີ່ລົງໄປໃນສະໜາມພ້ອມເຂົ້າໄປວຸ້ນວາຍກັບ ລີໂອເນວ ເມັສຊີ່ ແຖມຍັງໄປຂໍນັກເຕະ ອາເຈນຕິນາຈັບຂັນຮາງວັນບານໂລກ ທັ້ງໆທີ່ຕົນເອງນັ້ນບໍ່ໄດ້ມີສ່ວນກ່ຽວຂ້ອງຫຍັງກັບທີມຊາດ ອາເຈນຕິນາ ເລີຍ.

FIFA

ເຊິ່ງການກະທຳດັ່ງກ່າວຖືເປັນການລະເມີດກົດລະບຽບຂອງ FIFA ທີ່ລະບຸວ່າ ບໍ່ອະນຸຍາດໃຫ້ຜູ້ໃດທີ່ບໍ່ກ່ຽວຂ້ອງ ລົງໄປໃນສະໜາມແຂ່ງ ແລະ ໄປສຳຜັດກັບຂັນຮາງວັນບານໂລກ. ທາງ FIFA ກໍໄດ້ອອກມາຊີ້ແຈງວ່າພວກເຂົາກຳລັງດຳເນີນການກວດສອບວ່າ Salt Bae ນັ້ນລົງໄປໃນສະໜາມໄດ້ແນວໃດ ແລະ ຈະມີການພິຈາລະນາເອົາຜິດຕາມຄວາມເໝາະສົມ.

FIFA

ທາງ ໂຄສົກຂອງ FIFA ໄດ້ລະບຸວ່າ: “ພາຍຫຼັງການກວດສອບພາບເຫດການ FIFA ໄດ້ກຽມດຳເນີນການກັບບຸກຄົນຕ່າງໆ ທີ່ເຂົ້າໄປໃນສະໜາມຫຼັງພິທີປິດການແຂ່ງຂັນທີ່ສະໜາມ ລູເຊວ ເມື່ອວັນທີ 18 ທັນວາ ແລະ ຈະມີການດຳເນີນການພາຍໃນກັນຢ່າງເໝາະສົມ”.

ຢ່າງໃດກໍຕາມ ມີລາຍງານຫຼຸດອອກມາຈາກ The sun ສຳນັກຂ່າວຊື່ດັງຈາກອັງກິດ ໄດ້ອອກມາເປີດເຜີຍແລ້ວວ່າ ຫຼ້າສຸດ ລາຍການການແຂ່ງຂັນກິລາເທັນນິສຊື່ດັງຂອງໂລກຢ່າງ US Open ໄດ້ມີການແບນ ຫຼື ຫ້າມ ພໍ່ຄົວໂຮຍເກືອຄົນນີ້ບໍ່ໃຫ້ເຂົ້າສະໜາມແລ້ວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/