ອິນເດຍ ຄົ້ນພົບທາດລິທຽມ ຈຳນວນຫຼວງຫຼາຍ ຄາດວ່າຈະໃຊ້ຜະລິດ EV


ລັດຖະບານອິນເດຍປະກາດ ເມື່ອເດືືອນກຸມພາທີ່ຜ່ານມາ ມີການຄົ້ນພົບແຫຼງຂອງແຮ່ລິທຽມສຳຮອງຈຳນວນຫຼາຍທີ່ເມືອງ Reasi ໂດຍປະລິມານລິທຽມທີ່ຄົ້ນພົບ ສາມາດຕອບສະໜອງຄວາມຕ້ອງການໂດຍລວມຂອງອິນເດຍໄດ້ປະມານ 80% ນັບເປັນຄັ້ງທຳອິດໃນປະຫວັດສາດຂອງປະເທດທີ່ມີການຄົ້ນພົບແຮ່ທາດສຳຄັນເຊັ່ນນີ້ ເຊິ່ງກ່ອນໜ້ານີ້ມີການຄົ້ນພົບພຽງປະລິມານເລັກໜ້ອຍໃນເມືອງແຫ່ງໜຶ່ງ.

ນອກຈາກນີ້ ລິທຽມເປັນສ່ວນປະກອບຫຼັກຂອງແບັດ ແລະ ເປັນອົງປະກອບສຳຄັນ ສຳລັບການຜະລິດລົດໄຟຟ້າ ແບັດລິທຽມຈຳເປັນຫຼາຍສຳລັບລົດໄຟຟ້າ. ເນື່ອງຈາກອັດຕາສ່ວນນ້ຳໜັກຂອງລົດທັງຄັນຕໍ່ແຮງມ້າທີ່ເຄື່ອງຂອງລົດ ສ້າງໄດ້ມີອັດຕາສູງ ເຮັດໃຫ້ສາມາດສາກໄດ້ເຕັມທີ່, ໃນຂະນະທີ່ນ້ຳໜັກຂອງລົດເບົາລົງ.

ການປ່ຽນແປງຂອງໂລກໄປສູ່ພະລັງງານໝຸນວຽນ ແລະ ແຫຼ່ງເຊື້ອເພີງທີ່ສະອາດກວ່າ ເພື່ອການຂົນສົ່ງ ກຳລັງຊຸກຍູ້ຄວາມຕ້ອງການລິທຽມໄປທົ່ວໂລກ ໂດຍໃນປີ 2022, ຂະໜາດຂອງຕະຫຼາດລິທຽມທົ່ວໂລກມີມູນຄ່າ 7,49 ພັນລ້ານໂດລາ ແລະ ຄາດວ່າຈະເຕີບໂຕຕໍ່ປີແບບທົບຕົ້ນ (CAGR) ທີ່ 12,3% ຕັ້ງແຕ່ປີ 2023-2030.

ໃນຂະນະທີ່ລັດຖະບານ ໄດ້ປະກາດແຜນທີ່ຈະເຈາະຕະຫຼາດລົດໄຟຟ້າເພີ່ມຂຶ້ນ 30% ພາຍໃນປີ 2030 ການຄົ້ນພົບແຮ່ສໍາຄັນໃນຄັ້ງທໍາອິດນີ້ ເຮັດໃຫ້ອິນເດຍໄດ້ປຽບໃນການແຂ່ງຂັນໃນທຸລະກິດນີ້ ແຕ່ໃນປີ 2023 ຍານພາຫະນະໃນປະເທດຫຼາຍກວ່າ 1% ພຽງເລັກໜ້ອຍເທົ່ານັ້ນທີ່ໃຊ້ພະລັງງານໄຟຟ້າ. ໂດຍປົກກະຕິແລ້ວ ປະລິມານລິທຽມສຳຮອງຂະໜາດໃຫຍ່ຈະຖືກພົບທີ່ສາມຫຼ່ຽມລິທຽມໃນອາເມຣິກາໃຕ້, ແຕ່ການຄົ້ນພົບຄັ້ງຫຼ້າສຸດແມ່ນ 5,9 ລ້ານໂຕນ.

ຂໍ້ມູນຈາກ:

https://cutt.ly/mwrqRWKn

https://cutt.ly/3wrqRLqc

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/