ສະຖິຕິແຕ່ງງານຂອງຊາວຈີນ ລົດລົງຕ່ຳສຸດເປັນປະຫວັດສາດ ສະທ້ອນນະໂຍບາຍຈາກພາກລັດອາດບໍ່ເປັນຜົນ


ສຳນັກຂ່າວທ້ອງຖິ່ນຂອງຈີນໄດ້ລາຍງານວ່າ ສະຖິຕິການແຕ່ງງານໃນປະເທດຈີນເມື່ອປີ2022 ລົດລົງສູ່ລະດັບຕ່ຳສຸດນັບຕັ້ງແຕ່ມີການບັນທຶກຂໍ້ມູນ ຫຼັງຈາກລົດລົງມາຕະຫຼອດໃນໄລຍະທົດສະວັດທີ່ຜ່ານມາ ໂດຍຄາດວ່າສະຖິຕິໃນ 2-3 ປີຫຼັງອາດຈະລົດລົງເພາະຜົນກະທົບຈາກພະຍາດໂຄວິດ-19 ແລະ ການລັອກດາວ.

ຂໍ້ມູນຈາກກະຊວງກິດຈະການພົນລະເຮືອນຈີນເປີດເຜີຍວ່າ ຕົວເລກຄູ່ສົມຣົດໃນຈີນປີ 2022 ລົດລົງແຕະຢູ່ທີ່ 6,83 ລ້ານຄູ່ ຫຼື ຕ່ຳສຸດນັບຕັ້ງແຕ່ທີ່ມີການເກັບສະຖິຕິມາໃນປີ 1986 ຫາກທຽບກັບປີ 2021 ຈະເຫັນວ່າຈຳນວນຄູ່ແຕ່ງງານໃໝ່ລົດລົງປະມານ 8 ແສນຄູ່ໃນປີ 2022 ໂດຍລາຍງານລະບຸວ່າ ອັດຕາການສົມຣົດຂອງຊາວຈີນລົດລົງເປັນຢ່າງຫຼວງຫຼາຍໃນໄລຍະເວລາ 10 ປີ.

ໃນປີ 2022 ປະຊາກອນຈີນລົດລົງເປັນຄັ້ງທຳອິດໃນຮອບ 6 ທົດສະຕະວັດ ໂດຍອັດຕາການເກີດລົດລົງເຫຼືອພຽງ 6,77 ຄົນຕໍ່ປະຊາກອນ 1.000 ຄົນຕ່ຳທີ່ສຸດໃນປະຫວັດສາດ ຈາກ 7,52 ຄົນໃນປີ 2021 ການລົດລົງນີ້ຫຼາຍຝ່າຍກັງວົນວ່າ ອາດຈະມີຜົນກະທົບຢ່າງເລິກເຊິ່ງຕໍ່ເສດຖະກິດຈີນ ແລະ ເສດຖະກິດໂລກ.

ໃນປີ 2016 ຈີນໄດ້ຍົກເລີກນະໂຍບາຍລູກຄົນດຽວ ແລະ ສະໜັບສະໜູນໃຫ້ຜູ້ຍິງມີລູກ 3 ຄົນ ນອກຈາກນີ້ລັດຖະບານທ້ອງຖິ່ນຍັງໄດ້ນຳສະເໜີນະໂຍບາຍຕ່າງໆ ທີ່ສົ່ງເສີມໃຫ້ມີຄົນມີລູກເພີ່ມຫຼາຍຂຶ້ນ ຢ່າງເຊັ່ນ ການເຮັດເດັກລອດແກ້ວຟຣີ ແລະ ການມອບເງິນສະໜັບສະໜູນສຳລັບຄອບຄົວທີ່ມີລູກຄົນທີ 2 ແລະ ຄົນທີ 3. ທັງນີ້ ເນື່ອງຈາກລັດຖະບານຈີນເບີ່ງວ່າຊີວິດສົມຣົດທີ່ເຂັ້ມແຂງ ແລະ ສົມບູນນັ້ນເປັນຮາກຖານໃຫ້ກັບການເພີ່ມອັດຕາການເກີດ ໂດຍບາງມົນທົນໃນຈີນ ເຖິງກັບສະເໜີໃຫ້ມີມື້ລາພັກໃນການແຕ່ງງານສູງສຸດໄດ້ຮອດ 30 ມື້ ສຳລັບຄູ່ແຕ່ງງານໃໝ່.

ໂດຍທາງນັກສັງຄົມວິທະຍາແຫ່ງມະຫາໄລມິຊິແກນ ທ່ານ Yun Zhou ໄດ້ກ່າວວ່າ ຜູ້ຍິງທີ່ມີການສຶກສາສູງມັກວິຈານການແຕ່ງງານວ່າ ເປັນປະເພນີບູຮານທີ່ກົດຂີ່ຜູ້ຍິງ ໂດຍນະໂຍບາຍຕ່າງໆທີ່ລັດຖະບານອອກມາຂ້າງຕົ້ນ ອາດຈະບໍ່ປະສົບຜົນສຳເລັດທີ່ຈະເຮັດໃຫ້ໜຸ່ມສາວໃຫ້ແຕ່ງງານກັນໄດ້.

ທັງນີ້ ໃນປີ 2021 ລັດຖະບານທີ່ໄດ້ອອກກົດໝາຍບັງຄັບໃຫ້ຄູ່ຮັກໃຊ້ຊີວິດຮ່ວມກັນ 30 ມື້ກ່ອນຢ່າຮ້າງໃນຂະບວນການ Cooling-off Period ເພື່ອລົດຄວາມຂັດແຍ້ງ ແລະ ປັບຄວາມເຂົ້າໃຈກັນ ໂດຍຜົນອອກມາເປັນທີ່ໜ້າພໍໃຈເນື່ອງອັດຕາການຢ່າຮ້າງລົດລົງ ແຕ່ໃນທາງກັບກັນເງື່ອນໄຂດັ່ງກ່າວ ກໍອາດເປັນອຸປະສັກທີ່ເຮັດໃຫ້ຄົນບໍ່ຢາກແຕ່ງງານໄດ້ເຊັ່ນກັນ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/