ພາຍຸ Cyclone Biparjoy ພັດເຂົ້າ ອິນເດຍ ແລະ ປາກີສະຖານ


ສະຖານະການພາຍຸ Cyclone Biparjoy ທີ່ເຄື່ອນຍ້າຍເຂົ້າສູ່ຝັ່ງທາງຕາເວັນຕົກຂອງອິນເດຍ ແລະ ທາງຕາເວັນຕົກສຽງໃຕ້ຂອງປາກີສະຖານ ຄາດວ່າຈະເກີດຝົນຕົກໜັກຈົນເກີດນ້ຳຖ້ວມກະທັນຫັນ ແລະ ເກີດດິນເຈື່ອນເຮັດໃຫ້ທາງການທັງ 2 ປະເທດໄດ້ອົບພະຍົບຜູ້ຄົນກວ່າ 180.000 ຄົນອອກຈາກພື້ນທີ່ທີ່ມີຄວາມສ່ຽງເປັນທີ່ຮຽບຮ້ອຍ.

ເມື່ອວັນທີ 16​ ມິຖຸນາ 2023  ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຂອງອິນເດຍ (IMD) ໄດ້ລາຍງານວ່າ ພາຍຸ Cyclone Biparjoy ພັດຂຶ້ນຝັ່ງ ທີ່ເມືອງ ຈາຄາອູ ໃນລັດຄຸຊະລາດ ທາງຕົກວັນຂອງອິນເດຍ ໂດຍມີການອົບພະຍົບປະຊາຊົນທີ່ອາໄສຢູ່ໃນພື້ນທີ່ສ່ຽງກວ່າ 74.000 ໄປສູນພັກອາໄສ ພ້ອມທັງປະກາດປິດໂຮງຮຽນ ງົດໃຫ້ບໍລິການຂະບວນລົດໄຟ ແລະ ທ່າເຮືອສຳຄັນຕ້ອງປິດທັນທີ.

ສ່ວນທາງປະເທດ ປາກີສະຖານ ທາງການຂອງປະເທດໄດ້ມີການອົບພະຍົບປະຊາຊົນບໍລິເວນຊາຍຝັ່ງໃນເຂດສຸຊາວານ, ເຂດທາດຕະ ແລະ ເຂດບະດິນ ເພີ່ມອີກ 67.000 ຄົນໄປສູນພັກອາໄສທີ່ທາງການຈັດກຽມໄວ້ປະມານ 75 ແຫ່ງທົ່ວລັດ. ນອກຈາກນີ້ ໜ່ວຍງານຄວາມໝັ້ນຄົງທາງທະເລຂອງປາກີສະຖານ ກໍໄດ້ສົ່ງກຳລັງພົນປະຈຳການຕາມແນວຊາຍຝັ່ງເພື່ອອົບພະຍົບຜູ້ຄົນໄປຢູ່ໃນສະຖານທີ່ປອດໄພ ສ່ວນໃນນະຄອນກາລາຈີ ເມືອງທີ່ມີປະຊາກອນຫຼາຍທີ່ສຸດໃນປາກີສະຖານ ເຊິ່ງເປັນຈຸດທີ່ພາຍຸ Cyclone Biparjoy ເຄື່ອນຕົວເຂົ້າສູ່ຝັ່ງໂດຍກົງ ປະຊາຊົນຈຳນວນຫຼວງຫຼາຍອອກມາຊື້ອາຫານ ແລະ ສິ່ງຂອງຈຳເປັນ ກຽມໄວ້ເພື່ອຮັບມືກັບພາຍຸ.

ພາຍຸ Cyclone Biparjoy ຖຶກພິຈາລະນາວ່າມີລະດັບຄວາມຮຸນແຮງຫຼາຍ ກົມອຸຕຸນິຍົມວິທະຍາອິນເດຍຄາດການວ່າ Cyclone Biparjoy ຈະພັດຂຶ້ນຝັ່ງດ້ວຍຄວາມໄວລົມສູງສຸດ 125-135 ກິໂລແມັດຕໍ່ຊົ່ວໂມງ ຄວາມໄວຂອງລົມຄວາມແຮງຢູ່ທີ່ 150 ກິໂລແມັດຕໍ່ຊົ່ວໂມງ.

ຢ່າງໃດກໍຕາມ ຂໍ້ມູນຈາກສະຖາບັນວິໄຈອຸຕຸວິທະຍາເຂດຮ້ອນແຫ່ງອິນເດຍ ລະບຸວ່າ ພາຍຸ Cyclone Biparjoy ຈະສະສົມພະລັງງານເພີ່ມຕື່ມຈາກການທີ່ອຸນຫະພູມໃນທະເລອາຣັບອຸ່ນຂຶ້ນລະຫວ່າງ 1,2-1,4 ອົງສາ ເມື່ອທຽບກັບເວລາ 4 ທົດສະຕະວັດ ແລະ ຢ້ອນກັບໄປເມື່ອເດືອນ ພຶດສະພາ 2021 ແຖວພູມີພາກອິນເດຍ ແລະ ປາກີສະຖານ ຕ້ອງພົບກັບຄວາມເສຍຫາຍຂອງ ພາຍຸ Cyclone Tauktae ສົ່ງຜົນໃຫ້ຄົນເສຍຊີວິດຢ່າງນ້ອຍ 174​ ຄົນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/