ຕ່າງຊາດເລີ່ມມາສົນໃຈມາເລເຊຍ ເນື່ອງຈາກຄ່າຄອງຊີບຖືກກວ່າສິງກະໂປ


Savills ຈາກຂໍ້ມູນຂອງບລິສັດອະສັງຫາລິມະຊັບລະດັບໂລກ ພົບວ່າລາຄາຄ່າເຊົ່າທີ່ພັກເຮັດທຳເລຂອງປະເທດສິງກະໂປ ໄດ້ປັບຕົວຂຶ້ນສູງກວ່າ 26% ໃນປີ 2022 ຫຼາຍກວ່າອັດຕາການເຕີບໂຕໃນລອນດອນ ແລະ ນິວຢອກ ເຖິງ 2 ເທົ່າ.

ໃນເດືອນມັງກອນທີ່ຜ່ານມາ ລັດຖະບານສິງກະໂປໄດ້ປັບຂຶ້ນພາສີສິນຄ້າ ແລະ ການບໍລິການຂຶ້ນອີກເປັນ 9% ຕາມແຜນໃນປີໜ້າ, ພະນັກງານຕ່າງຊາດທີ່ເຄີຍເຮັດກັບບໍລິສັດການຕະຫຼາດ ໃນສິງກະໂປກໍເປັນໜຶ່ງໃນກຸ່ມຊາວຕ່າງຊາດທີ່ຕັດສິນໃຈຍ້າຍອອກໄປຢູ່ປະເທດອື່ນໆ ໃນອາຊຽນທີ່ຖືກກວ່າ ເພາະຖືກບີບຈາກຄ່າເຊົ່າ ແລະ ຄ່າຄອງຊີບທີ່ຂຶ້ນສູງຢ່າງວ່ອງໄວ. ຫຼັງຈາກເສດຖະກິດກັບມາຟົດຟື້ນຈາກການແຜ່ລະບາດຂອງພະຍາດໂຄວິດ.

ນອກຈາກນີ້ ເຖິງແມ່ນວ່າຍັງບໍ່ມີຂໍ້ມູນຕົວເລກການຍ້າຍອອກຂອງຊາວຕ່າງຊາດ ໃນສິງກະໂປຢ່າງເປັນທາງການ ບໍລິສັດຂ້າມຊາດຕ່າງໆ ກໍເລີ່ມເບິ່ງຫາພະນັກງານທີ່ຢູ່ນອກປະເທດ ເພື່ອລົດຕົ້ນທຶນທີ່ເພີ່ມຂຶ້ນເລື້ອຍໆ ເຊິ່ງກໍຈະເປັນປະເທດເພື່ອນບ້ານຢ່າງມາເລເຊຍ. ເນື່ອງຈາກມີພົມແດນຕິດກັນ ມີປະຊາຊົນທີ່ໃຊ້ພາສາອັງກິດ ມີຄ່າຄອງຊີບຖືກກວ່າ ແລະ ມີລະບົບງານທີ່ແຂງແຮງ.

ເຖິງຢ່າງໃດກໍຕາມ ສິງກະໂປຍັງຄົງມີບົດບາດສຳຄັນຫຼາຍ ເນື່ອງຈາກ CFO ແລະ CEO ຂອງບໍລິສັດຈົດທະບຽນຫຼາຍແຫ່ງຍັງຄົງຕ້ອງການຢູ່ໃນສິງກະໂປເພາະຈະມີຄວາມໃກ້ຊິດກັບນັກລົງທຶນຫຼາຍກວ່າ ແລະ ໃນຂະນະດຽວກັນ ຊາວຕ່າງຊາດຍ້າຍອອກຈາກສິງກະໂປ ເພາະຄ່າເຊົ່າ ແລະ ຄ່າຄອງຊີບທີ່ສູງຂຶ້ນ. ສິ່ງນີ້ກໍຖືກຊົດເຊີຍດ້ວຍຊາວຕ່າງຊາດ ຈາກພູມີພາກອື່ນ ແລະ ຊາວຕ່າງຊາດໃນຝ່າຍບໍລິຫານລະດັບສູງໄດ້ເຂົ້າມາຄວ້າໂອກາດ. ເຖິງຢ່າງໃດກໍຕາມ ສິງກະໂປ ຍັງຄອງອັນດັບ 1 ຂຶ້ນເປັນປະເທດທີ່ດຶງດູດ ແລະ ເອື້ອອຳນວຍຕໍ່ການເຮັດວຽກຂອງຜູ້ມີຄວາມສາມາດສູງຫຼາຍທີ່ສຸດໃນອາຊີ.

ຂໍ້ມູນຈາກ: https://cutt.ly/hwrGnJOt

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/