ປາ Menhaden ຫຼາຍພັນໂຕຕາຍເທິງຊາຍຫາດຫຼາຍເເຫ່ງທາງທິດຕາເວັນອອກຂອງລັດເທັກຊັດ


ເມື່ອວັນອາທິດທີ່ຜ່ານມາ ສື່ທ້ອງຖິ່ນຂອງສະຫະລັດໄດ້ລາຍງານວ່າ ພົບເຫັນຝູງປາຈຳນວນຫຼາຍຕາຍເທິງຊາຍຫາດຫຼາຍເເຫ່ງທາງທິດຕາເວັນອອກຂອງລັດເທັກຊັດ ເນື່ອງຈາກອຸນຫະພູມໃນນ້ຳທີ່ເພີ່ມຂຶ້ນເຮັດໃຫ້ອັອກຊີເຈນຢູ່ລຸ່ມມີນ້ຳບໍ່ພຽງພໍ.

ໂດຍເຈົ້າໜ້າທີ່ອຸທິຍານ Quintana County ໄດ້ປະກາດໃຫ້ປະຊາຊົນຫ້າມເກັບປາ ເເລະ ອອກຫ່າງຈາກຊາຍຝັ່ງ ຈົນກວ່າເຈົ້າໜ້າທີ່ຈະເກັບກວາດຈົນໝົດ ເນື່ຶອງຈາກມີຄວາມສ່ຽງທີ່ຈະຕິດເເບັກທີເຣຍ ເເລະ ຖືກຄີປາບາດໄດ້

ສາເຫດທີ່ເຮັດໃຫ້ປາ Menhaden ຈຳນວນຫຼາຍຕາຍນັ້ນເນື່ອງຈາກ ອັອກຊີເຈນທີ່ມີໃນນ້ຳບໍ່ພຽງພໍ ເເລະ ອຸນຫະພູມໃນນ້ຳທີ່ເພິ່ມຂຶ້ນເຮັດໃຫ້ນ້ຳອຸ່ນ, ເຊິ່ງນ້ຳທີ່ອຸ່ນຂຶ້ນເຮັດໃຫ້ສາມາດກັກເກັບອັອກຊີເຈນໄດ້ໜ້ອຍລົງ ໂດຍສະເພາະໃນນ້ຳຕື້ນທີ່ຮ້ອນໄວກວ່າ ດັ່ງນັ້ນຝູງປາຈະຮູ້ສຶກວ່າ ຕົນເອງຂາດອັອກຊີເຈນໃນຂະນະທີ່ມັນລອຍຜ່ານນ້ຳຕື້ນໃນລະດູຮ້ອນ.

ສາເຫດອີກຢ່າງໜຶ່ງກໍຄື ໃນ 2 – 3 ອາທິດທີ່ຜ່ານມາ ທະເລໃກ້ຊາຍຫາດຂອງ Quintana County ຂ້ອນຂ້າງທີ່ຈະສະຫງົບ ນັ້ນໝາຍຄວາມວ່າມີຄື້ນ ເເລະ ລົມພຽງເລັກນ້ອຍທີ່ຊ່ວຍກະຈາຍອັອກຊີເຈນໃນນ້ຳ.

ນ້ຳໃນມະຫາສະໝຸດທີ່ອຸ່ນຂຶ້ນ ເຮັດໃຫ້ເກີດການປ່ຽນແປງອື່ນໆຕໍ່ລະບົບນິເວດ ແລະເສດຖະກິດ, ປາຫຼາຍຊະນິດໄດ້ອອກຈາກບ່ອນຢູ່ອາໄສຕາມທຳມະຊາດຂອງພວກມັນເພື່ອຊອກຫານ້ຳເຢັນ ​ເຊິ່ງສົ່ງ​ຜົນ​ກະທົບ​ຕໍ່​ອຸດສາຫະກຳ​ການ​ຫາ​ປາ.

ທີ່ມາ:

https://cutt.ly/Dwrt0eim

https://cutt.ly/8wrt0p7J

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/