ທຣຳ ປະກາດກາງເວທີ UN ຂໍປ່ຽນຊື່ AI ເປັນ SI ຍ້ອນຄຳວ່າ Artificial ມັນຟັງຄື “ຂອງປອມ”
ປະທານາທິບໍດີແຫ່ງສະຫະລັດອາເມຣິກາ ໂດນັລ ທຣຳ ສ້າງສີສັນກາງເວທີສະຫະປະຊາຊາດ ດ້ວຍການປະກາດຂໍປ່ຽນຊື່ເຕັກໂນໂລຊີີ AI ໃຫ້ກາຍເປັນ SI ຫຼື Super Intelligence ຢ່າງເປັນທາງການ. ຍ້ອນບໍ່ມັກຄຳວ່າ Artificial ຫຼື ທຽມ ທີ່ຟັງແລ້ວເບິ່ງຄືຂອງປອມ, ໂດຍມຸ່ງປັບປ່ຽນເອກະສານລັດຖະບານທັງໝົດ ເຊິ່ງສ້າງຄວາມມຶນງົງປົນຮອຍຍິ້ມໃຫ້ກັບວົງການເຕັກໂນໂລຊີທົ່ວໂລກ.
ເຫດການສຸດພິລຶກນີ້ເກີດຂຶ້ນໃນຂະນະທີ່ຜູ້ນຳສະຫະລັດກຳລັງກ່າວສູນທອນພົດທີ່ເຕັມໄປດ້ວຍປະເດັນເຄັ່ງຄຽດລະດັບໂລກ ໃນກອງປະຊຸມຊາມັດຊາໃຫຍ່ UN ໃນຄໍ່າວັນທີ ອັງຄາ່ນຕາມເວລາບ້ານເຮົາທີ່ຜ່ານມາ, ໂດຍພໍເວົ້າເຖິງ ເຕັກໂນໂລຊີທີ່ກຳລັງເປັນກະແສກໍໄດ້ສະຫຼັບອາລົມມາຈັດລະບຽບວົງການໄອທີແບບບໍ່ມີໃຜຕັ້ງຕົວ.
ທ່ານ ທຣຳ ໄດ້ສະແດງວິໄສທັດວ່າ ຄຳວ່າປັນຍາປະດິດ ຫຼື AI ນັ້ນ ມັນບໍ່ສອດຄ່ອງກັບຄວາມຍິ່ງໃຫຍ່ຂອງເຕັກໂນໂລຊີີໃນຍຸກປັດຈຸບັນ ແລະ ຍັງໄປຕຳໜິຜູ້ທີ່ມັກອອກມາເຕືອນໄພວ່າຫຸ່ນຍົນຈະຄອງໂລກ ວ່າເປັນກຸ່ມດຽວກັນກັບພວກທີ່ເຄີຍປັ່ນກະແສເລື່ອງໂລກຮ້ອນ.
ສິ່ງທີ່ເອີ້ນສຽງຮືຮາທີ່ສຸດຄືການປະກາດລົບລ້າງຄຳວ່າ “Artificial” ເພາະມັນໃຫ້ຄວາມຮູ້ສຶກຄືສິນຄ້າກ໊ອບປີ້ເກຣດເອ ພ້ອມທັງທົດສອບບາລະມີຂອງຕົນເອງກາງເວທີລະດັບໂລກ ວ່າຈະສາມາດສັ່ງໃຫ້ທຸກຄົນປ່ຽນມາໃຊ້ຊື່ໃໝ່ນີ້ໄດ້ແທ້ ຫຼື ບໍ່.
ທ່ານ ທຣຳ ໄດ້ກ່າວຢ້ຳກາງກອງປະຊຸມຢ່າງຈິງຈັງວ່າ: “ນັບແຕ່ນີ້ເປັນຕົ້ນໄປ ຂໍເອີ້ນຢ່າງເປັນທາງການວ່າ ຊຸບເປີອິນເທວລິເຈນ (Super Intelligence) ເພາະການໃຊ້ຄຳວ່າ ທຽມ ມັນເຮັດໃຫ້ຄວາມສະຫຼາດເບິ່ງຄືຂອງປອມ. ມັນຟັງເບິ່ງຄືຂອງປອມ ແຕ່ຄວາມຈິງມັນບໍ່ປອມເລີຍ… ລອງເບິ່ງວ່າຂ້ອຍຈະມີອຳນາດສັ່ງໄດ້ແທ້ບໍ່, ອາດຈະໄດ້ ຫຼື ບໍ່ໄດ້, ດຽວເຮົາກໍຈະໄດ້ຮູ້ກັນໄວໆນີ້.”
ການປະກາດປ່ຽນຊື່ແບບສາຍຟ້າແມບນີ້ ໝາຍຄວາມວ່າບັນດາບໍລິສັດຍັກໃຫຍ່ໃນຊິລິຄອນແວລລີ ອາດຈະຕ້ອງໄດ້ກຽມແກ້ໄຂເອກະສານ ແລະ ສະໄລ້ພຣີເຊັນເທຊັນກັນໃໝ່ໝົດ ຖ້າຫາກຢາກໄດ້ຮັບການຍອມຮັບຈາກລັດຖະບານສະຫະລັດ.
ຜົນກະທົບເບື້ອງຕົ້ນແມ່ນເອກະສານທາງການຂອງສະຫະລັດທຸກສະບັບຈະເລີ່ມນຳໃຊ້ຄຳວ່າ SI ແທນ AI ເຊິ່ງຖືເປັນການໃຊ້ວິທີການທາງການເມືອງມາປ່ຽນແປງຄຳສັບທາງເຕັກໂນໂລຊີີຢ່າງໜ້າຕາເສີຍ. ງານນີ້ບໍ່ຮູ້ວ່າປະຊາຄົມໂລກຈະຍອມເອົານຳ ຫຼື ບໍ່ ແຕ່ທີ່ແນ່ໆ ທ່ານ ທຣຳ ໄດ້ປະກາດຈຸດຢືນແລ້ວວ່າ ໃຜກໍຕາມທີ່ຊະນະໃນເສິກ “SI” ຄົນນັ້ນຄືຜູ້ຊະນະທີ່ແທ້ຈິງຂອງໂລກໃບນີ້.
#LaoX #UNGA2026 #SuperIntelligence #DonaldTrump #SInotAI #TechNews


