ສຳນັກງານປະທານປະເທດ ມອບຫຼຽນໄຊໃຫ້ພະນັກງານໃນການແຂ່ງຂັນຍ້ອງຍໍຜົນງານ 5 ປີຜ່ານມາ

ສຳນັກງານ

ຫ້ອງວ່າການສໍານັກງານປະທານປະເທດ (ຫສປທ) ຈັດກອງປະຊຸມສະຫຼຸບວຽກງານແຂ່ງຂັນຍ້ອງຍໍ ແລະ ປະດັບຫຼຽນ, ມອບໃບຍ້ອງຍໍລັດຖະບານ ຜົນງານ 5 ປີ (2016-2020) ໂດຍມີ ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ມີຮອງຫົວໜ້າ ຫສປທ, ບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນຫ້ອງວ່າການສໍານັກງານປະທານປະເທດ ເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ເພັດສະໝອນ ພັນທະວົງ ຮອງຫົວໜ້າ ຫສປທ ໄດ້ຍົກໃຫ້ເຫັນດ້ານດີ, ຜົນງານທີ່ຍາດມາໄດ້, ດ້ານອ່ອນ, ຂໍ້ຂາດຕົກບົກຜ່ອງ ແລະ ບົດຮຽນທີ່ຖອດຖອນໄດ້ ເຊິ່ງຕະຫຼອດໄລຍະ 5 ປີຜ່ານມາ, ຄະນະພັກ-ຄະນະນຳ ຫ້ອງວ່າການສຳນັກງານປະທານປະເທດ ໄດ້ຖືເອົາວຽກງານສຶກສາອົບຮົມຖັນແຖວພະນັກງານ-ລັດຖະກອນ ທາງດ້ານການເມືອງ, ແນວຄິດໃຫ້ຮັບຮູ້ຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມີນໍ້າໃຈຮັກຊາດ, ຮັກລະບອບໃໜ່ ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເປັນເຈົ້າການໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ສຳນັກງານ

ສຳລັບ ວຽກງານທີ່ພົ້ນເດັ່ນ ໃນໄລຍະຜ່ານມາ ພະນັກງານ-ລັດຖະກອນ ຂອງ ຫສປທ ໄດ້ສຸມໃສ່ ຍົກລະດັບຄວາມຮັບຮູ້ ແນວທາງນະໂຍບາຍຂອງພັກ, ຍົກສູງສະຕິລະວັງຕົວ ທາງດ້ານການເມືອງ, ສຸມໃສ່ຊຸກຍູ້ການປະຕິບັດ ບັນດາຄາດໝາຍຂອງມະຕິ I ແລະ ແຜນພັດທະນາ 5 ປີ (2021-2025) ຂອງ ຫສປທ ໃຫ້ເປັນຮູບປະທໍາຕົວຈິງ ໂດຍເລີ່ມຈາກບຸກຄົນ, ກົມກອງ, ຊຸກຍູ້ການພັດທະນາວຽກງານຂອງບັນດາກົມ, ຍູ້ແຮງການສ້າງຕົວແບບດີເດັ່ນ, ນໍາໜ້າຈາກນ້ອຍຫາໃຫຍ່, ຈາກດ້ານດຽວກ້າວສູ່ຫຼາຍດ້ານ ແລະ ຂະຫຍາຍອອກໃຫ້ກວ້າງຂວາງ, ມີຄຸນະພາບ ແລະ ຍືນຍົງ, ທັງຮັບປະກັນ 4 ຄາດໝາຍ ເຊັ່ນ: ໃຫ້ໄວ, ໃຫ້ດີ, ໃຫ້ຫຼາຍ ແລະ ຖືກກົດໝາຍ ແລະ 4 ເນື້ອໃນ ລວມຂອງການແຂ່ງຂັນ ຄື: ດ້ານການກໍ່ສ້າງຮາກຖານການເມືອງ, ດ້ານການພັດທະນາເສດຖະກິດ, ດ້ານວັດທະນະທໍາ-ສັງຄົມ ແລະ ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ສຳນັກງານ

ໃນໂອກາດນີ້, ທ່ານນາງ ເຂັມມະນີ ພົນເສນາ ກໍໄດ້ຕາງໜ້າໃຫ້ລັດຖະບານ ມອບຫຼຽນໄຊແຮງງານ, ຫຼຽນກາ ແລະ ໃບຍ້ອງຍໍລັດຖະບານໃຫ້ບຸກຄົນ, ກົມກອງລວມໝູ່ ພາຍໃນຫ້ອງວ່າການສໍານັກງານປະທານປະເທດ ທີ່ມີຜົນງານໃນການປະກອບສ່ວນວຽກງານ ໃນໄລຍະຜ່ານມາ ຈົນເຖິງປັດຈຸບັນ.

ຂອບໃຈຂໍ້ມູນຈາກ:

https://bit.ly/3km4AvD

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/