ປະຊາຊົນຫວຽດນາມ ກຳລັງນິຍົມໃຊ້ສິນຄ້າມືສອງ ເພື່ອຮັກສາສິ່ງແວດລ້ອມ ແລະ ເປັນການປະຢັດ

ປະຊາຊົນຫວຽດນາມ-ກຳລັງນິຍົມ

ປັດຈຸບັນ ປະຊາຊົນຫວຽດນາມສ່ວນຫຼາຍແມ່ນຈະພາກັນນິຍົມໃຊ້ເຄື່ອງມືສອງ ໂດຍສະເພາະເຄື່ອງໃຊ້ຄົວເຮືອນ, ໂທລະພາບ, ພັດລົມ, ລຳໂພງ, ເຄື່ອງນຸ່ງຫົ່ມ ໃນບາງສ່ວນ. ສ່ວນຫຼາຍໄວໜຸ່ມອາຍຸຍັງນ້ອຍ ກຳລັງສົນໃຈກ່ຽວກັບສິ່ງແວດລ້ອມ ການພັດທະນາແບບຍືນຍົງໃຫ້ຫຼາຍຂຶ້ນ ພວກເຂົາຈຶ່ງໄດ້ຫັນມາໃຊ້ເຄື່ອງມືສອງ ເຊິ່ງກໍກຳລັງເປັນເທຣນ.

Vietnam News ສື່ທ້ອງຖິ່ນຂອງຫວຽດນາມ ໄດ້ລາຍງານໃຫ້ຮູ້ວ່າ ຫວຽດນາມກຳລັງມີພຶດຕິກຳການບໍລິໂພກທີ່ປ່ຽນແປງໄປຫຼັງຈາກການລະບາດໃຫຍ່ຂອງພະຍາດໂຄວິດ-19 ໂດຍຫຼາຍຄົນໄດ້ຫັນປ່ຽນໄປໃຊ້ສິນຄ້າມືສອງ ເພື່ອເປັນການປະຢັດໄປໃນຕົວ ແລະ ເພື່ອເປັນການສົ່ງເສີມແບບຍືນຍົງໄປອີກດ້ວຍ. ສິນຄ້າ 3 ປະເພດ ທີ່ໄດ້ຮັບຄວາມນິຍົມສູງທີ່ສຸດໃນການຂາຍເປັນສິນຄ້າມືສອງຈະມີ ອຸປະກອນອີເລັກໂທຣນິກຕ່າງໆ, ເຄື່ອງໃຊ້ໃນເຮືອນ ແລະ ເຟີນີເຈີ. ນອກຈາກນີ້ ກໍຍັງມີລຳໂພງ, ແລັບທັອບ ແລະ ອຸປະກອນໂທລະພາບ.

ປະຊາຊົນຫວຽດນາມ-ກຳລັງນິຍົມ

ຕະຫຼາດມືສອງສາມາດສ້າງລາຍຮັບໄດ້ເປັນຢ່າງດີ ສ້າງມູນຄ່າສູງເຖິງ 1,1 ພັນລ້ານໂດລາສະຫະລັດ ໃນຕະຫຼອດ 1 ປີທີ່ຜ່ານມາ. ຜູ້ຊົມໃຊ້ສິນຄ້າຫຼາຍຢ່າງ ລວມເຖິງສິນຄ້າແຟຊັ່ນ 76,8 ລ້ານຄົນ, ສິນຄ້າເອເລັກໂທຣນິກ 33,9 ລ້ານຄົນ ແລະ ສິນຄ້າຕົກແຕ່ງບ້ານ ແລະ ເຟີນິເຈີ 11,1 ລ້ານຄົນ ຕະຫຼອດ 10 ປີ ທີ່ຜ່ານມາ.

ຄວາມຕ້ອງການພາຍໃນປະເທດຂອງສິນຄ້າມືສອງມີຈຳນວນຫຼາຍຂຶ້ນ ຜູ້ຄົນໃນຫວຽດນາມທີ່ເລືອກມາໃຊ້ເຄື່ອງມືສອງມີຈຳນວນຫຼາຍຂຶ້ນເຊັ່ນດຽວກັນ,​ ຄາດວ່າມູນຄ່າຂອງຕະຫຼາດດັ່ງກ່າວ ອາດຈະສູງເຖິງ 5,1 ພັນລ້ານໂດລາສະຫະລັດໃນປີ 2026. ໂດຍສະເພາະໄວໜຸ່ມ ແມ່ນກໍາລັງຮິດໃຊ້ເຄື່ອງມືສອງ ອາດຈະເປັນຍ້ອນຄິດເຫັນເຖິງບັນຫາສິ່ງແວດລ້ອມກໍເປັນໄປໄດ້.

ປະຊາຊົນຫວຽດນາມ-ກຳລັງນິຍົມ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/