ບານເສຍທາງ! Real Madrid ຍິງ 5 ປະຕູ ພິກຂຶ້ນນໍາເອົາຊະນະ Liverpool ໄປ 5-2 ກໍາຄວາມໄດ້ປຽບແບບແໜ້ນໆ ໃນການເຂົ້າຮອບຕໍ່ໄປ


ຈົບລົງແລ້ວກັບອີກ 1 ເກມຄຸນະພາບຂອງຄໍ່າຄືນທີ່ຜ່ານມາໃນເສິກການແຂ່ງຂັນ ຢູຟ່າ ແຊ້ມປ້ຽນລີກ ເຊິ່ງເປັນການຫວນກັບມາພົບກັນໃໝ່ຂອງຄູ່ຊິງຊະນະເລີດເມື່ອລະດູການ 2021/2022 ຢ່າງ ເຣອັນ ມາດຣິດ ແຊ້ມເກົ່າ ແລະ ລິເວີ້ພູລ ສະໂມສອນດັງຈາກອັງກິດ. ຜົນປາກົດວ່າ ກໍຍັງເປັນຝັ່ງຂອງ ເຣອັນ ມາດຣິດ ທີ່ເຮັດໄດ້ດີກວ່າ ຫຼັງເອົາຊະນະໄປເຖິງ 5 ປະຕູຕໍ່ 2 ໄປແບບສຸດມັນ.

ເກມໃນນັດນີ້ເລີ່ມຕົ້ນມາດ້ວຍຄວາມຫວັງຂອງ ລິເວີ້ພູລ ທີ່ຈະລ້າງແຄ້ນໃນນັດຊິງເມື່ອປີກ່ອນໃຫ້ໄດ້ ແລະ ເລີ່ມຕົ້ນມາກໍເປັນແບບນັ້ນແທ້ໆ ເພາະເປັນຝ່າຍຂອງ ລິເວີ້ພູລ ທີ່ເປີດເກມບຸກ ແລະ ແລ່ນໄລ່ບານຢ່າງໜັກ ຈົນມາໄດ້ປະຕູຂຶ້ນນຳຈາກ ດາວິນ ນູນເນສ 1 ປະຕູຕໍ່ 0 ໃນນາທີ 3 ຂອງເກມ.

ບານເສຍທາງ-real-madrid

ຫຼັງຈາກນັ້ນກໍຍັງເປັນທາງຂອງ ລິເວີ້ພູລ ທີ່ຍັງເຮັດໄດ້ດີກວ່າ ແລະ ແຟນໆ ຫົງແດງກໍໄດ້ເຮອີກເທື່ອໜຶ່ງ ໃນນາທີ 14 ຂອງເກມ ໂມຮາເມັດ ຊາຣ່າ ປີກຄວາມໄວສູງຂອງລິເວີ້ພູລ ກໍມາຍິງປະຕູທີ 2 ໃຫ້ກັບທີມຈົນໄດ້ ຈາກຄວາມຜິດພາດຂອງ ຕິບົວ ກຸຕົວສ ນັກຮັບຂອງ ເຣອັນ ມາດຣິດ ເອງ.

ບານເສຍທາງ-real-madrid

ເມື່ອຖືກຂຶ້ນນຳເຖິງ 2 ປະຕູຕໍ່ 0 ກໍເບິ່ງຄືວ່າ ເຣອັນ ມາດຣິດ ຈະຫາກໍຕື່ນຈາກຄວາມຊົບເຊົາ ແລະ ຫັນມາເປັນຝ່າຍຄອງເກມ ເປີດເກມບຸກໃສ່ ລິເວີ້ພູລ ຈົນມາຮອດໃນນາທີ 21 ຂອງເກມ ວິນີຊິອຸສ ຈູເນຍ ປີກລີລາດີ ຂອງ ເຣອັນ ມາດຣິດ ກໍມາຍິງປະຕູຕີຕື້ນເປັນ 2 ປະຕູຕໍ່ 1 ໃຫ້ກັບທີມໄດ້ ແລະ ຕໍ່ມາບໍ່ເທົ່າໃດນາທີ  ວິນີຊິອຸສ ຈູເນຍ ກໍມາເຮັດອີກ 1 ປະຕູ ຈາກຄວາມຜິດຜາດຂອງ ອາຣິຊອນ ເບກເກີ້ ຊ່ວຍໃຫ້ເຣອັນ ມາດຣິດ ຕີສະເໝີໄດ້ ເປັນ 2 ປະຕູຕໍ່ 2 ແລະ ຈົບເຄິ່ງເວລາທຳອິດ ໄປດ້ວຍສະກໍນີ້.

ບານເສຍທາງ-real-madrid

ເລິ່ມເຄິ່ງເວລາທີ 2 ​ມາ ເຣອັລ ມາດຣິດ ກໍສົ່ງມອບຝັນຮ້າຍໃຫ້ກັບ ລິເວີ້ພູລ ຢ່າງຕໍ່ເນື່ອງ ໂດຍການຍິງໄປອີກເຖິງ 3 ປະຕູ ຈາກ ອີເດ ມິລິເຕົາ 47’; ຄາຣິມ ເບັນເຊມາ 55’ ແລະ 67’. ຊ່ວຍໃຫ້ ເຣອັນ ມາດຣິດ ພິກຂຶ້ນນຳ ເອົາຊະນະ ລິເວີ້ພູລ ໄປ 5-2 ກໍາຄວາມໄດ້ປຽບແບບເໜ້ນໆ ໃນການເຂົ້າຮອບຕໍ່ໄປ ຂອງລາຍການນີ້.

ຜົນການແຂ່ງຂັນໃນນັດນີ້ ເຮັດໃຫ້ ໃນຮອບ 10 ປີ ຫຼັງຈາກທີ່ສອງທີມນີ້ພົບກັນມາ ລິເວີ້ພູລ ທີມດັງຈາກເກາະ ອັງກິດ ແມ່ນຍັງບໍ່ສາມາດສົ່ງມອບຄວາມປະລາໄຊໃຫ້ກັບ ເຣອັນ ມາດຣິດ ໄດ້ເລີຍ ແມ່ນແຕ່ເທື່ອດຽວ ໂດຍພົບກັນທັງໝົດ 6 ນັດ ແບ່ງອອກເປັນ ປະລາໄຊໄປເຖິງ 5 ນັດ ແລະ ສະເໝີໄດ້ພຽງນັດດຽວ.

ບານເສຍທາງ-real-madrid

ເອີ້ນໄດ້ວ່າ ໄຊຊະນະໃນນັດນີ້ຂອງ ເຣອັນ ມາດຣິດ ນັ້ນໄດ້ມາຈາກປະສົບການຂອງທັງນັກເຕະ ແລະ ຄູເຝິກທີ່ເບິ່ງຄືວ່າການຖືກຂຶ້ນນຳໄປກ່ອນ 2 ປະຕູຕໍ່ 0 ຈະບໍ່ໄດ້ສົ່ງຜົນກະທົບ ຫຼື ແຮງກົດດັນຫຍັງໃຫ້ກັບ ນັກເຕະຂອງ ເຣອັນ ມາດຣິດ ເລີຍ. ແຕ່ກັບກັນ ມັນປຽບເໝືອນໄຟກະຕຸ້ນ ທີ່ເຮັດໃຫ້ນັກເຕະຂອງ ເຣອັນມາດຣິດ ນັ້ນກັບມາສູ້ ແລະ ປັ້ນເກມຂອງຕົນເອງ ຈົນສາມາດເກັບໄຊ ໃນນັດນີ້ ມາໄດ້ສຳເລັດ.

ບານເສຍທາງ-real-madrid

ສຳລັບນັດທີ 2 ຫຼື ນັດຕັດສິນວ່າໃຜຈະໄດ້ເຂົ້າຮອບຕໍ່ໄປຂອງລາຍການນີ້ ແມ່ນຈະມີຂຶ້ນໃນວັນທີ 15 ມີນາ ທີ່ສະໜາມ Santiago Bernabeu ຂອງ ເຣອັນ ມາດຣິດ. ສ່ວນເງື່ອນໄຂ ໃນການຈະເຂົ້າຮອບຕໍ່ໄປຂອງ ລິເວີ້ພູລນັ້ນ ແມ່ນຕ້ອງບຸກໄປເອົາຊະນະ ເຣອັນ ມາດຣິດ ຮອດໃນບ້ານເຖິງ 4 ປະຕູຕໍ່ 0 ເປັນຢ່າງໜ້ອຍ ຈຶ່ງຈະສາມາດເຂົ້າຮອບຕໍ່ໄປໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/