Elon Musk ກຽມໃຫ້ບໍລິການ ອິນເຕີເນັດດາວທຽມ ທີ່ສາມາດໃຊ້ໄດ້ຢູ່ເກືອບທຸກມຸມຂອງໂລກ ໃນລາຄາ 200 ໂດລາຕໍ່ເດືອນ

elon-musk-ກຽມໃຫ້ບໍລິການ-ອິນເຕີເນັດ

ໃນໂລກປັດຈຸບັນ ອິນເຕີເນັດ ຖືເປັນເລື່ອງສຳຄັນ ແລະ ເປັນອີກສິ່ງໜຶ່ງທີ່ຫຼາຍໆຄົນບໍ່ສາມາດຂາດໄດ້ ໃນການໃຊ້ຊີວິດປະຈຳວັນ ເຊິ່ງໃນປັດຈຸບັນການຈະໃຊ້ອິນເຕີເນັດໄດ້ນັ້ນເຮົາຍັງຕ້ອງອາໄສສັນຍານ ຈາກເສົາສັນຍານທີ່ມາຈາກຜູ້ໃຫ້ບໍລິການ ເຊິ່ງມີອານາເຂດທີ່ຈຳກັດ ແລະ ອິນເຕີເນັດມັກຈະໃຊ້ບໍ່ໄດ້ເມື່ອເຮົາອອກຈາກເຂດສັນຍານດັ່ງກ່າວ.

ແຕ່ບັນຫາເຫຼົ່ານັ້ນຈະໝົດໄປ ເພາະຫຼ້າສຸດ Starlink, ຜູ້ໃຫ້ບໍລິການອິນເຕີເນັດດາວທຽມຂອງ Elon Musk, ໄດ້ກຽມທົດສອບການບໍລິການໃໝ່ ທີ່ອະນຸຍາດໃຫ້ຜູ້ໃຊ້ ສາມາດເຊື່ອມຕໍ່ອິນເຕີເນັດເກືອບທຸກບ່ອນໃນໂລກ ໂດຍເອີ້ນວ່າ “ບໍລິການໂຣມມິງທົ່ວໂລກ” ຫຼື Global Roaming Service”  ເຊິ່ງຈະມີລາຄາຢູ່ທີ່ 200 ໂດລາສະຫະລັດ ຫຼື ປະມານ 3 ລ້ານກວ່າກີບ ຕໍ່ເດືອນ.

elon-musk-ກຽມໃຫ້ບໍລິການ-ອິນເຕີເນັດ

ແຕ່ບໍ່ຟ້າວດີໃຈ ສໍາລັບຜູ້ທີ່ບໍ່ເຄີຍໃຊ້ມັນ ຍັງຕ້ອງໄດ້ຊື້ຊຸດ Starlink Kit ຫຼື ອຸປະກອນຈານດາວທຽມຕ່າງໆໃນລາຄາ 599 ໂດລາ ຫຼື ປະມານ 8.386.000 ກີບ ເຊິ່ງຈານດາວທຽມນີ້ ຜູ້ໃຊ້ງານຕ້ອງພົກພາໄວ້ ເມື່ອເດີນທາງໄປປະເທດຕ່າງໆ.

elon-musk-ກຽມໃຫ້ບໍລິການ-ອິນເຕີເນັດ

ສໍາລັບການບໍລິການອິນເຕີເນັດດາວທຽມ Starlink ເປັນບໍລິການທີ່ໃຫ້ບໍລິການອິນເຕີເນັດຄວາມໄວສູງ, ອັດຕາການໜ່ວງຕ່ຳ, ແຕ່ບາງຄັ້ງການເຊື່ອມຕໍ່ອາດຈະບໍ່ມີຄວາມສະຖຽນ ຫຼື ອາດຈະບໍ່ມີສັນຍານຫຍັງເລີຍ ເຊິ່ງ Starlink ກ່າວວ່າເລື່ອງນີ້ກໍາລັງປັບປຸງ ແລະ ຈະດີຂຶ້ນຕາມເວລາ.

ກ່ຽວກັບການບໍລິການອິນເຕີເນັດໃນທຸກຂົງເຂດຂອງໂລກໃນຈຸດນີ້, ມັນບໍ່ຊັດເຈນວ່າ Starlink ຈະເຮັດຕາມທີ່ພວກເຂົາເວົ້າໄດ້ແທ້ ຫຼືບໍ່ ເນື່ອງຈາກວ່າບາງປະເທດຍັງລໍຖ້າການອະນຸມັດການບໍລິການຈາກລັດຖະບານ.

elon-musk-ກຽມໃຫ້ບໍລິການ-ອິນເຕີເນັດ

ໂດຍກ່ອນໜ້ານີ້ Starlink ໄດ້ເປີດຕົວບໍລິການທີ່ອະນຸຍາດໃຫ້ຜູ້ໃຊ້ງານໃນສະຫະລັດອາເມຣິກາ ສາມາດໃຊ້ອິນເຕີເນັດດາວທຽມໄດ້ທຸກພື້ນທີ່ໃນທະວີບ ເຊິ່ງລາຄາຕົກຢູ່ເດືອນລະ 135 ໂດລາ ຫຼື ປະມານ 2.264.220,00 ກີບ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/