“ສາງເອີ 5” ຍານສຳຫລວດດວງເດືອນຂອງຈີນ ກັບສູ່ໂລກແລ້ວ

ສາງເອີ-5-ຍານສຳຫລວດດວງເດືອນ

ໃນວັນທີ 17 ທັນວາ ເວລາ 1 ໂມງ 59 ນາທີຕາມເວລາຂອງປັກກິ່ງ ສ.ປ ຈີນ ທີ່ຜ່ານມາ ຍານຂົນ​ສົ່ງ​​ຂອງ​ໂຄງ​ການ​ສຳ​ຫຼວດດວງ​ຈັນ “ສາງ​ເອີ 5” ໄດ້​ລົງ​ຈອດ​ຢູ່​ພື້ນ​ດິນ​ທີ່​ກຳ​ນົດ​ໄວ້​ລ່ວງ​ໜ້າ​ທີ່​​ເມືອງ​ຊື້​ຈື​ຫວາງ​ເຂດ​ປົກ​ຄອງ​ຕົນ​ເອງ​ມົງ​ໂກ​ໄດ້ຢ່າງ​ສຳ​ເລັດ, ຫຼັງຈາກຜ່ານ​ການ​ບິນ​ອະວະ​ກາດ​ທີ່​​ລະ​ທຶກ​ໃຈ​ຂອງ​ຄົນ​ທັງ​ຫຼາຍ​ເປັນ​ເວ​ລາ 23 ວັນ.

ໃນທີ່ສຸດກໍໄດ້ເກັບຕົວຢ່າງກ້ອນ​ຫີນ ​ແລະ​ດິນ​ຈາກດວງ​ຈັນ​ກັບ​ຄືນ​ສູ່​ໂລກໄດ້ ເອີ້ນໄດ້ວ່າເປັນ​ຂີດ​ໝາຍ​ອີກກ້າວໜຶ່ງຂອງວົງການດາຣາສາດ ທີ່ໄດ້ນຳ​ເອົາ​ຕົວ​ຢ່າງ​​ດິນ​ຈາກ​ຕ່າງ​ດາວ​ກັບ​ຄືນ​ສູ່ໂລກ​ເປັນ​ຄັ້ງ​ທຳ​ອິດ​​ຂອງ​ຈີນ​ໄດ້​ສຳ​ເລັດ​ຜົນ​ຢ່າງຈົບງາມຕາມທີ່ຄາດຫມາຍ.

ສາງເອີ-5-ຍານສຳຫລວດດວງເດືອນ

ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຄັ້ງ​ນີ້ ຍານ​ສຳ​ຫຼວດ​ດວງ​ຈັນ “ສາງ​ເອີ 5” ໄດ້​ບັນ​ລຸ​ການ​ບຸກ​ທະ​ລຸ​​ຄັ້ງສຳ​ຄັນ​ຫຼາຍ​ຢ່າງເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດສາດ​ການ​ບິນ​ອະວະ​ກາດ​ຂອງ​ຈີນ​ ບໍ່ວ່າຈະເປັນ: ການ​ເກັບ​ເອົາ​ຕົວ​ຢ່າງ​ດິນ​ຢູ່​ຜິວດວງ​ຈັນ, ການ​ບິນ​ຂຶ້ນ​ຈາກ​ພື້ນ​ຜິວດວງ​ຈັນ, ການ​ເຊື່ອມ​ຕໍ່​ກັບ​ຍານ​​ໂຄ​ຈອນຢູ່​ວົງ​ໂຄ​ຈອນ​ຂອງດວງ​ຈັນ, ການ​ນຳ​ເອົາ​ຕົວ​ຢ່າງ​ດິນ​ຂອງດວງ​ຈັນ​ກັບ​ຄືນ​ສູ່​ໂລກ​ ແລະ ​ອື່ນໆ ອັນເປັນ​ການ​ສະ​ຫຼຸບ​ຜົນ​ສຳ​ເລັດ​​ໄດ້ຢ່າງ​ຈົບ​ງາມ​ໃນ 3 ບາດ​ກ້າວ​ສຳ​ລັບ​ໂຄງ​ການ​ສຳ​ຫຼວດດວງ​ຈັນ​ຂອງ​ຈີນ​ຄື: “ໂຄ​ຈອນ,ລົງ​ຈອດ ແລະ​ ກັບ​ຄືນ​ສູ່​ໂລກ.”

​ເຊິ່ງ​ໃນ​ນີ້ ​ຂັ້ນ​ຕອນ​ “ກັບ​ຄືນ​ສູ່​ໂລກ” ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ ​ຈີນ​ໄດ້​ມີ​ເຕັກ​ນິກ​ພື້ນ​ຖານທາງວິທະຍາສາດ​ທີ່ທັນສະໄຫມ​ໃນ​ການ​ສຳ​ຫຼວດດວງ​ຈັນ​ໂດຍ​ບໍ່​ມີ​ຄົນຂັບ,ໄດ້​ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​​ເປົ້າ​ໝາຍ​ການສ້າງ​ສະ​ຖາ​ນີ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດດວງ​ຈັນ​ ​ແລະ ​ບັນ​ທຸກ​ມະ​ນຸດ​ຂຶ້ນດວງ​ຈັນ​ກໍ​ຄື​ຂຶ້ນ​ດາວ​ອັງ​ຄານໃນ​ອະ​ນາ​ຄົດ.

ສາງເອີ-5-ຍານສຳຫລວດດວງເດືອນ

ເຊິ່ງຍານ​ສຳ​ຫຼວດ​ດວງ​ຈັນ “ສາງ​ເອີ 5” ເປັນ​ຜົນ​ງານ​ໃໝ່​ຂອງ​ຈີນ​ໃນ​ເສັ້ນ​ທາງ​ແຫ່ງ​ການ​ປະ​ດິດ​ສ້າງ​ໃໝ່​​ດ້ານ​ການ​ບິນ​ອະວະ​ກາດ​ຢ່າງເປັນ​ເຈົ້າ​ຕົນ​ເອງ, ເປັນ​ຜົນ​ງານ​ທີ່​ປິ​ຕິ​ຊົມ​ຊື່ນ​ອີກຄັ້ງ​ໜຶ່ງໃນ 50 ປີ​ຜ່ານ​ມາ​ນັບ​ແຕ່​ຈີນ​ໄດ້​ຍິງ​ສົ່ງ​ດາວ​ທຽມ​ດວງ​ທຳ​ອິດ​ຂຶ້ນ​ສູ່​ອະ​ວະ​ກາດ​ໃນ​ປີ 1970.

ທັງນີ້ ດ້ວຍຄວາມສຳເລັດຂອງຍານສຳຫຼວດ ສາງເອີ 5 ນີ້ເອງເຮັດໃຫ້ ສ.ປ ຈີນ ໄດ້ກາຍເປັນຊາດທີ 2 ຂອງໂລກທີ່ສາມາດເອົາທຸງຊາດເປັນປັກເທິງດວງຈັນໄດ້ສຳເລັດໃນປີ 2020 ຫຼັງຈາກທີ່ສະຫະລັດອາເມຣິກາໄດ້ປັກທຸງເມື່ອ 51 ປີກ່ອນ ໃນປີ 1969.

ສາງເອີ-5-ຍານສຳຫລວດດວງເດືອນ

ທີ່ມາ:

https://web.facebook.com/1481813438714083/posts/2979510938944318/?_rdc=1&_rdr

http://www.xinhuanet.com/english/2020-11/25/c_139542527.htm