ສປປ ລາວ ກຳລັງໄດ້ຮັບຄວາມສົນໃຈ ຈາກນັກລົງທຶນ ເພື່ອເຂົ້າມາລົງທຶນປູກຖົ່ວລຽນຢູ່ລາວ


ອີງຕາມການລາຍງານຂອງ ວິທະຍຸກະຈາຍສຽງແຫ່ງຊາດລາວ, ສປປ ລາວ ເປັນໜຶ່ງໃນບັນດາ 10 ປະເທດ ສະມາຊິກອາຊຽນ ທີ່ຮັບຄວາມສົນໃຈຈາກນັກລົງທຶນຕ່າງປະເທດ ເພື່ອເຂົ້າມາລົງທຶນປູກໝາກຖົ່ວລຽນໃນໄລຍະຍາວ ຂະນະທີ່ພາກກາງ ແລະ ພາກໃຕ້ຂອງລາວ ເປັນເຂດທີ່ນັກລົງທຶນຕ້ອງການຫຼາຍກວ່າເຂດອື່ນໆ.

ໂດຍຕາມຂໍ້ມູນຂອງກະຊວງກະສິກໍາ ແລະ ປ່າໄມ້ລາຍງານເມື່ອບໍ່ດົນມານີ້ວ່າ: ເຖິງປັດຈຸບັນນີ້ມີນັກລົງທຶນຕ່າງປະເທດສະເໜີຂໍສໍາປະທານທີ່ດິນ ຢ່າງໜ້ອຍ 4.000 ກວ່າເຮັກຕາ ເພື່ອປູກໝາກຖົ່ວລຽນ ເຊິ່ງໃນນັ້ນໄດ້ອະນຸມັດແລ້ວຈໍານວນໜຶ່ງ.

ຖົ່ວລຽນ ຖືເປັນອີກໜຶ່ງສິນຄ້າກະສິກຳ ທີ່ມີທ່າແຮງສູງໃນປັດຈຸບັນ ເນື່ອງຈາກມີຕະຫຼາດຮອງຮັບທີ່ໃຫຍ່ຢ່າງ ຈີນ, ເກົາຫຼີ, ຍີ່ປຸ່ນ ໄດ້ລາຄາດີ ແລະ ເປັນພືດທີ່ໃຊ້ສານເຄມີໜ້ອຍ ແລະ ສົ່ງຜົນຕໍ່ທຳມະຊາດໜ້ອຍກວ່າ ເມື່ອທຽບໃສ່ກັບການປູກຢາງພາລາ. ນອກຈາກນີ້ ການປູກຖົ່ວລຽນ ແລະ ສົ່ງອອກ ຈາກ ສປປ ລາວ ຍັງມີຂໍ້ໄດ້ປຽບໃນເລື່ອງຂອງການຂົນສົ່ງ ຈາກທ່າແຮງຂອງລົດໄຟລາວ-ຈີນ ທີ່ສາມາດຫຼຸດເວລາ ແລະ ຕົ້ນທຶນ ໃນການຂົນສົ່ງສິນຄ້າກະສິກຳເຂົ້າໄປຕະຫຼາດຈີນໄດ້ຫຼາຍກວ່າ.

ຕະຫຼອດໄລຍະ 5 ປີຜ່ານມາເຫັນວ່າບໍ່ພຽງແຕ່ນັກລົງທຶນຕ່າງປະເທດຫັນທິດມາປູກໝາກຖົ່ວລຽນ ຫາກປະຊາຊົນລາວຈໍານວນບໍ່ໜ້ອຍກໍຫັນມາປູກໝາກຖົ່ວລຽນຫຼາຍຂຶ້ນກວ່າຕົ້ນໄມ້ກິນໝາກຊະນິດອື່ນໆ ອັນສືບເນື່ອງມາຈາກຄວາມຕ້ອງການຂອງຕະຫຼາດຕ່າງປະເທດມີສູງ ແລະ ຂາຍໄດ້ກໍາໄລດີໂດຍສະເພາະແມ່ນຕະຫລາດຈີນ, ເກົາຫຼີ, ຍີ່ປຸ່ນ ແລະ ອື່ນໆ.

ອີງຈາກການລາຍງານຂອງ ທ່ານ ລີປາກ້າວ ເຈ່ຍຫລື ຕາງໜ້າ ກຸ່ມສວນຖົ່ວລຽນລາວ ເຫັນວ່າ ປັດຈຸບັນ ກຸ່ມສວນຖົ່ວລຽນລາວ ມີສະມາຊິກທັງໝົດ 100 ກວ່າສວນ ເຊິ່ງສະມາຊິກມີຢູ່ ແຂວງອັດຕະປື, ສາລະວັນ, ຈຳປາສັກ, ບໍລິຄຳໄຊ, ນະຄອນຫຼວງວຽງຈັນ, ຫຼວງພະບາງ, ຫຼວງນ້ຳທາ, ບໍ່ແກ້ວ ແລະ ແຂວງຊຽງຂວາງ. (ບໍ່ນັບລວມຊາວກະສິກອນທີ່ບໍ່ທັນໄດ້ເຂົ້າມາເປັນສະມາຊິກຂອງກຸ່ມ)

https://www.facebook.com/lnrlao/posts/pfbid02WTjokaZYLRE7qExxW1r2gUyKNCD6JVWUMDmpx4LiZAXYyWG2wk9u8DmbhgvB7MLfl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/