ຫຼາຍຄົນຄົງຈະຄຸ້ນເຄີຍກັບຮູບພາບຂອງເດັກນ້ອຍທີ່ນັ່ງກົ້ມໜ້າກົ້ມຕາເຮັດໂຈດວິຊາຄະນິດສາດທີ່ຍາກໆ. ບາງຄົນກໍອາດຈະເຄີຍຜ່ານປະສົບການທີ່ແສນຈະທໍລະມານນີ້ມາແລ້ວ. ໂດຍຫຼ້າສຸດການສຶກສາຄົ້ນຄວ້າຈາກມະຫາວິທະຍາໄລ South Australia ແລະ ມະຫາວິທະຍາໄລ St. Francis Xavier ໃນແຄນາດາ ຊີ້ໃຫ້ເຫັນວ່າວຽກບ້ານຄະນິດສາດທີ່ຍາກເກີນໄປ ອາດຈະສົ່ງຜົນເສຍຫຼາຍກວ່າຜົນດີຕໍ່ເດັກນ້ອຍ. ທັງເລື່ອງຄວາມຝັນ, ຄວາມສໍາພັນໃນຄອບຄົວ ແລະ ຄວາມໝັ້ນໃຈຕົນເອງ
ອີງຈາກຜົນການສຳຫຼວດຈາກນັກຮຽນ ແລະ ຜູ້ປົກຄອງກວ່າ 1,000 ຄົນພົບວ່າ:
- ເດັກນ້ອຍທີ່ໄດ້ຮັບວຽກບ້ານຄະນິດສາດທີ່ຍາກເກີນໄປ ມີແນວໂນ້ມທີ່ຈະຮູ້ສຶກຄຽດ, ວິຕົກກັງວົນໃຈ ແລະ ທໍ້ແທ້. ສົ່ງຜົນກະທົບຕໍ່ຄວາມໝັ້ນໃຈໃນຕົນເອງ ແລະ ອາດຈະນໍາໄປສູ່ບັນຫາການຮຽນຮູ້ໃນໄລຍະຍາວ.
- ວຽກບ້ານຄະນິດສາດທີ່ຍາກເກີນໄປ ຍັງສົ່ງຜົນໃນທາງລົບຕໍ່ຄວາມສໍາພັນລະຫວ່າງເດັກນ້ອຍ ແລະ ຜູ້ປົກຄອງ. ກໍ່ໃຫ້ເກີດຄວາມຂັດແຍ້ງ, ຄວາມກົດດັນ ແລະບັນຍາກາດທີ່ບໍ່ດີພາຍໃນຄອບຄົວ ແທນທີ່ຈະມັນແມ່ນເວລາສໍາລັບການຮຽນຮູ້ຮ່ວມກັນ.
- ວຽກບ້ານຄະນິດສາດທີ່ຍາກເກີນໄປ ມັກຈະໃຊ້ເວລາດົນກວ່າຄວາມຈໍາເປັນ. ໂດຍບໍ່ກໍ່ໃຫ້ເກີດຜົນປະໂຫຍດຕໍ່ການຮຽນຮູ້, ເດັກນ້ອຍຕ້ອງເສຍເວລາທີ່ມີຄຸນຄ່າເພື່ອພະຍາຍາມແກ້ໄຂບັນຫາທີ່ເກີນຄວາມສາມາດຂອງເຂົາເຈົ້າ. ແທນທີ່ຈະເຮັດກິດຈະກໍາອື່ນໆ ທີ່ສົ່ງເສີມການພັດທະນາ
ດັ່ງນັ້ນ, ວຽກບ້ານຄະນິດສາດຄວນຖືກອອກແບບເພື່ອສົ່ງເສີມການຮຽນຮູ້ ບໍ່ແມ່ນເພື່ອວັດແທກຜົນໄດ້ຮັບ ຫຼື ສ້າງພາລະໃຫ້ກັບເດັກນ້ອຍ. ຄູຄວນອອກແບບວຽກບ້ານໃຫ້ເໝາະສົມກັບລະດັບຄວາມສາມາດຂອງນັກຮຽນ, ເນັ້ນໃສ່ການເຝິກອົບຮົມທັກສະ, ຄວາມເຂົ້າໃຈ ແລະ ກະຕຸ້ນໃຫ້ເດັກຄິດວິເຄາະ. ພໍ່ແມ່ຄວນມີບົດບາດສະໜັບສະໜູນ ໂດຍການຊ່ວຍອະທິບາຍກ່ຽວກັບໂຈດ, ແນະນຳວິທີຄິດ ແລະ ໃຫ້ກໍາລັງໃຈ. ແຕ່ບໍ່ຄວນບັງຄັບ ຫຼື ກົດດັນເດັກຫຼາຍເກີນໄປ.
ວຽກບ້ານຄະນິດສາດທີ່ດີ ຄວນຈະເປັນເຄື່ອງມືທີ່ຊ່ວຍໃຫ້ເດັກຮຽນຮຽນຮູ້ ແລະ ພັດທະນາສັກກະຍະພາບຂອງພວກເຂົາ. ບໍ່ແມ່ນການສ້າງບາດແຜທາງອາລົມ ຫຼື ທໍາລາຍຄວາມຝັນ ແລະ ຄວາມສໍາພັນທີ່ດີໃນຄອບຄົວ. ຜ່ານການຮ່ວມມືລະຫວ່າງຄູອາຈານ, ພໍ່ແມ່ນັກຮຽນ, ພວກເຮົາສາມາດສ້າງລະບົບການສຶກສາທີ່ມີປະສິດທິຜົນ ຊຸກຍູ້ໃຫ້ເດັກນ້ອຍ ເຕີບໃຫຍ່ເປັນຜູ້ໃຫຍ່ທີ່ມີຄວາມຮູ້, ຄວາມສາມາດ ແລະ ຄວາມໝັ້ນໃຈໃນຕົນເອງ ເພື່ອພ້ອມທີ່ຈະປະເຊີນກັບໂລກກວ້າງໃນອະນາຄົດ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/