ລາວເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອເປີດກວ້າງການຮ່ວມມືດ້ານການຂົນສົ່ງຜ່ານທາງລົດໄຟ ລະຫວ່າງປະເທດ ຜ່ານລົດໄຟ ໄທ-ລາວ ແລະ ລົດໄຟ ລາວ-ຈີນ

ລາວເຊັນບົດບັນທຶກ

ໃນວັນທີ 17 ມີນາ 2023 ນີ້, ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອເປີດກວ້າງການຮ່ວມມືດ້ານການຂົນສົ່ງຜ່ານທາງລົດໄຟ ລະຫວ່າງປະເທດ (ຈາກໄທມາລາວໄປຈີນ, ຈາກຈີນມາລາວໄປໄທ), ຜ່ານລົດໄຟ ໄທ-ລາວ ແລະ ລົດໄຟ ລາວ-ຈີນ ໂດຍການລົງນາມລະຫວ່າງ ທ່ານ ດາວຈິນດາ ສີຫາລາດ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດລົດໄຟແຫ່ງຊາດລາວ, ທ່ານ ຊານສັກ ຊື່ນຊົມ ປະທານບໍລິຫານ ບໍລິສັດ Global Multimodal Logistics ຈຳກັດ, ທ່ານ ພະເດດ ເມທິຍະນົນ ຮອງປະທານບໍລິຫານ ບໍລິສັດ Pan-Asia Silk Road ຈຳກັດ ແລະ ທ່ານ ປັນຍາ ປະພຸດສະໂຣ ປະທານກຳມະການ ບໍລິສັດເກົ້າຈະເລີນ ເທຣນທຣານສປອດ ຈຳກັດ ໂດຍມີພາກສ່ວນກ່ຽວຂ້ອງ ຂອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ.

ລາວເຊັນບົດບັນທຶກ

ໃນບົດບັນທຶກດັ່ງກ່າວ, ລັດວິສາຫະກິດລົດໄຟແຫ່ງຊາດລາວ ເປັນຜູ້ປະສານງານ, ອຳນວຍຄວາມສະດວກ ແລະ ຈອງພ່ວງຈາກການລົດໄຟ ແຫ່ງປະເທດໄທ ແລະ ລົດໄຟ ລາວ-ຈີນ ເພື່ອໃຫ້ ຝ່າຍ ບໍລິສັດເກົ້າຈະເລີນ ເທຣນ ທຣານສປອດ ຈຳກັດ, ບໍລິສັດ Global Multimodal Logistics ຈຳກັດ ແລະ ບໍລິສັດ Pan-Asia Silk Road ຈຳກັດ ນໍາໃຊ້ໃນການບໍລິການຂົນສົ່ງສິນຄ້າທາງລົດໄຟຂ້າມແດນ ແລະ ຜ່ານແດນ, ພ້ອມທັງ ຈອງຂະບວນລົດໄຟຂົນສົ່ງສິນຄ້າ ຈາກການລົດໄຟແຫ່ງປະເທດໄທ ຫາ ສະຖານີລົດໄຟທ່ານາແລ້ງ ຫລື ຈາກສະຖານີລົດໄຟທ່ານາແລ້ງ ຫາ ການລົດໄຟແຫ່ງປະເທດໄທ.

ລາວເຊັນບົດບັນທຶກ

ກຸ່ມບໍລິສັດ ດັ່ງກ່າວ, ​ວາງ​ເປົ້າ​ໝາຍ​ ຈະ​ຂົນ​ສົ່ງ​ໝາກ​ໄມ້​ຈາກ​ໄທ​ຜ່ານ​ລາວອອກໄປ ສປ ຈີນ ເປັນຫຼັກ, ໃນນັ້ນ, ບໍລິສັດ Global Multimodal Logistics ຈຳກັດ ເຊິ່ງເປັນບໍລິສັດຖືຮຸ້ນໂດຍ PTT ທັງໝົດ ຈະຮ່ວມມືກັບ ບໍລິສັດ Pan-Asia Silk Road ຈຳກັດ ໂດຍຈະເປັນຜູ້ປະສານງານ ກັບຜູ້ປະກອບການ (ພໍ່ຄ້າຖົ່ວລຽນ) ຈາກ ສປ ຈີນ ໂດຍມີ ບໍລິສັດເກົ້າຈະເລີນ ເທຣນ ທຣານສປອດ ຈຳກັດ ເປັນຜູ້ຮັບເໝົາ ຂົນສົ່ງ ​ແລະ ລັດວິສາຫະກິດລົດໄຟແຫ່ງຊາດລາວ ເປັນຜູ້ສະໜອງຕູ້ເກັບສິນຄ້າເຢັນ ສໍາລັບການຂົນສົ່ງ.

ພ້ອມກັນນັ້ນ, ກຸ່ມບໍລິສັດດັ່ງກ່າວ, ຕັ້ງເປົ້າຈະຂົນສົ່ງ ຖົ່ວລຽນ ແລະ ໝາກໄມ້ ໃຫ້ໄດ້ຢ່າງໜ້ອຍ 20 ພັນ ໂຕນຕໍ່ເດືອນ.

ຂອບໃຈຂໍ້ມູນຈາກ:

https://bit.ly/3Tn6wRO

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/