ປົກເວັບ 44

ກະຊວງອຸດສາຫະກຳ ແລະ ການຄ້າ ຜະນຶກກຳລັງພາກທຸລະກິດ ເຊັນ MOU ຍົກລະດັບການຄຸ້ມຄອງການນຳເຂົ້າຍານພາຫະນະໃຫ້ໂປ່ງໃສ ແລະ ທັນສະໄໝ. ພ້ອມຕັ້ງເປົ້າສ້າງແຜນແມ່ບົດຊຸກຍູ້ການນຳໃຊ້ລົດໄຟຟ້າ (EV) ໃຫ້ບັນລຸ 30% ພາຍໃນປີ 2030 ເພື່ອຫຼຸດຜ່ອນການນຳເຂົ້ານ້ຳມັນ ແລະ ຫັນມາຊົມໃຊ້ພະລັງງານສະອາດທີ່ລາວມີທ່າແຮງ.

ພິທີລົງນາມບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 19 ມິຖຸນາ 2026 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍການຮ່ວມມືລະຫວ່າງ ກົມການຄ້າຕ່າງປະເທດ, ສະມາຄົມອຸດສາຫະກຳຍານພາຫະນະລາວ ແລະ ບໍລິສັດ ເອເຊຍລົງທຶນ ແລະ ບໍລິການ ຈໍາກັດຜູ້ດຽວ (AIFs) ພາຍໃຕ້ການເປັນສັກຂີພະຍານຂອງທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ. ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານ.

ການຮ່ວມມືຄັ້ງນີ້ແມ່ນເພື່ອປະເມີນ ແລະ ປັບປຸງດໍາລັດວ່າດ້ວຍການຄຸ້ມຄອງທຸລະກິດຍານພາຫະນະທາງບົກ (ສະບັບເລກທີ 470/ລບ) ໃຫ້ສອດຄ່ອງກັບຍຸກສະໄໝ ແນໃສ່ສ້າງກົນໄກການນຳເຂົ້າລົດໃຫ້ມີຄວາມໂປ່ງໃສ, ສາມາດກວດສອບໄດ້ ແລະ ສ້າງບັນຍາກາດທີ່ເອື້ອອຳນວຍຕໍ່ການດຳເນີນທຸລະກິດຢ່າງແທ້ຈິງ.

ໃນຂະນະດຽວກັນ, ການຮ່ວມມືກັບບໍລິສັດ AIFs ແມ່ນເນັ້ນໜັກໃສ່ການພັດທະນາແຜນແມ່ບົດ (Roadmap) ເພື່ອຜັນຂະຫຍາຍນະໂຍບາຍສົ່ງເສີມການນຳໃຊ້ລົດໄຟຟ້າຢ່າງເປັນຮູບປະທຳ. 

ແຜນແມ່ບົດນີ້ຖືເປັນກຸນແຈສຳຄັນໃນການປ່ຽນຜ່ານຈາກການໃຊ້ພາຫະນະນໍ້າມັນທີ່ ສປປ ລາວ ຕ້ອງນຳເຂົ້າຮ້ອຍເປີເຊັນ ມາເປັນການນຳໃຊ້ພະລັງງານທາງເລືອກອື່ນທີ່ປະເທດເຮົາມີທ່າແຮງໃນການຜະລິດເອງ ຕາມຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ.

ທ່ານ ນາງ ກິ່ງສະດອນ ເພັດດາວເຮືອງ ຫົວໜ້າກົມການຄ້າຕ່າງປະເທດ ໄດ້ເນັ້ນຢໍ້າໃນພິທີວ່າ ການລົງນາມໃນຄັ້ງນີ້ແມ່ນຈຸດລິເລີ່ມອັນຍິ່ງໃຫຍ່ໃນການຍົກລະດັບຄຸນນະພາບການຄຸ້ມຄອງໃຫ້ມີປະສິດທິພາບ ສອດຄ່ອງກັບຜົນປະໂຫຍດສູງສຸດຂອງປະຊາຊົນ ແລະ ຜູ້ປະກອບການ ເຊິ່ງຈະເປັນການວາງຮາກຖານອັນແຂງແກ່ນໃຫ້ແກ່ການຜັນຂະຫຍາຍນະໂຍບາຍ ແລະ ການບັນລຸເປົ້າໝາຍນໍາໃຊ້ລົດໄຟຟ້າ 30% ພາຍໃນທ້າຍທົດສະວັດນີ້ຢ່າງແນ່ນອນ.

ປັດຈຸບັນ, ສປປ ລາວ ພວມຢູ່ໃນໄລຍະການຫັນປ່ຽນຄັ້ງປະຫວັດສາດໄປສູ່ການນຳໃຊ້ຍານພາຫະນະໄຟຟ້າ (EV) ຢ່າງເຕັມຮູບແບບ. ຍ້ອນການເອື່ອຍອີງການນຳເຂົ້ານ້ຳມັນເຊື້ອໄຟຈາກຕ່າງປະເທດເຖິງ 100% ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ທຶນສຳຮອງເງິນຕາຕ່າງປະເທດ ແລະ ອັດຕາແລກປ່ຽນ, ລັດຖະບານຈຶ່ງໄດ້ຍົກເອົາວາລະການສົ່ງເສີມລົດໄຟຟ້າເປັນບຸລິມະສິດລະດັບຊາດ ເພື່ອໝູນໃຊ້ທ່າແຮງດ້ານພະລັງງານໄຟຟ້ານ້ຳຕົກທີ່ລາວຜະລິດໄດ້ເອງໃຫ້ເກີດຜົນປະໂຫຍດສູງສຸດທາງເສດຖະກິດ ແລະ ສິ່ງແວດລ້ອມ.

ເພື່ອເລັ່ງລັດການຫັນປ່ຽນຢ່າງຈິງຈັງ, ໃນເດືອນພຶດສະພາ 2026 ຜ່ານມາ ລັດຖະບານໄດ້ອອກແຈ້ງການ ໂຈະການນຳເຂົ້າຍານພາຫະນະທີ່ໃຊ້ນ້ຳມັນ (ແອັດຊັງ ແລະ ກາຊວນ) ຊົ່ວຄາວ ຈົນຮອດທ້າຍປີ 2026 ເຊິ່ງມີຜົນບັງຄັບໃຊ້ແຕ່ວັນທີ 1 ມິຖຸນາ 2026. ມາດຕະການນີ້ຖືເປັນບາດກ້າວທີ່ເຂັ້ມງວດທີ່ສຸດເພື່ອຫຼຸດຜ່ອນການຊົມໃຊ້ນ້ຳມັນ ແລະ ສະກັດກັ້ນການໄຫຼອອກຂອງເງິນຕາ.

ລັດຖະບານໄດ້ຍົກເວັ້ນອາກອນຊົມໃຊ້ (Excise Tax) 0% ສໍາລັບລົດໄຟຟ້າເຕັມຮູບແບບ ທີ່ມີມູນຄ່າຕໍ່າກວ່າ 50,000 ໂດລາສະຫະລັດ. ນອກຈາກນີ້, ຍັງໄດ້ມອບໝາຍໃຫ້ພາກສ່ວນກ່ຽວຂ້ອງສ້າງໂຄງສ້າງລາຄາລົດໄຟຟ້າທີ່ເປັນມາດຕະຖານ ເພື່ອຄວບຄຸມລາຄາບໍ່ໃຫ້ແພງເກີນຈິງ ແລະ ປົກປ້ອງຜູ້ບໍລິໂພກ.

#LaoXperts #MOIC #EVLaos #GreenGrowthLaos #AIFs #LaoAutoIndustry #ລົດໄຟຟ້າລາວ #ພະລັງງານສະອາດ

Comments are disabled