ມີຄວາມສຸກໃຫ້ເຕັມທີ່! ລັດຖະບານ ຟິນແລນ ກຽມແຈກທຣິບການເດີນທາງຟຣີໆ ເພື່ອໄປຮຽນຮູ້ຄວາມສຸກດ້ວຍຕົນເອງ ທີ່ຟິນແລນ


ໃນ​ບໍ່​ເທົ່າ​ໃດ​ມື້​ທີ່​ຜ່ານ​ມານີ້, ຟິນແລນ ໄດ້ຖືກຄັດເລືອກໃຫ້ເປັນປະເທດທີ່ປະຊາຊົນມີຄວາມສຸກທີ່ສຸດໃນໂລກ ເປັນປີທີ 6 ແລະ ເພື່ອໃຫ້ຄົນພາຍນອກໄດ້ສຳຜັດເຖິງຄວາມສຸກດັ່ງກ່າວ ທາງລັດຖະບານ ຟິນແລນ ໄດ້ຈັດຫ້ອງຮຽນ ‘Masterclass of Happiness’ ໃຫ້ແກ່ຜູ້ເຂົ້າຮ່ວມໄດ້ຮຽນຮູ້ ແລະ ໄດ້ຮັບປະສົບການແຫ່ງຄວາມສຸກແບບຟິນແລນ ໂດຍ Visit Finland, ອົງການການທ່ອງທ່ຽວຟິນແລນ ແລະ ທີ່ສໍາຄັນທີ່ສຸດ ແມ່ນຟຣີ.

ໂຄງການດັ່ງກ່າວຈະເປີດໃຫ້ຜູ້ເຂົ້າຮ່ວມຄັດເລືອກພຽງແຕ່ 10 ຄົນເທົ່ານັ້ນ ແລະ ຈະໄດ້ຮັບການເຝິກອົບຮົມໂດຍຄູເຝິກສອນຜູ້ຊ່ຽວຊານເພື່ອສອນວິທີການດໍາລົງຊີວິດຂອງຟິນແລນ, ເຊິ່ງກວມເອົາສີ່ຫົວຂໍ້ຕົ້ນຕໍ: ທໍາມະຊາດ ແລະ ຊີວິດ, ສຸຂະພາບ ແລະ ຄວາມສົມດຸນ, ການອອກແບບ ແລະ ການດໍາລົງຊີວິດປະຈໍາວັນ, ອາຫານ ແລະ ສຸຂະພາບ.

ຫ້ອງຮຽນແຫ່ງຄວາມສຸກນີ້ຈະຖືກຈັດຂຶ້ນທີ່ Kuru Resort ໃນ ທະເລສາບ Finnish Lakeland ແຕ່ວັນທີ 12-15 ມິຖຸນາ. ຜູ້ເຂົ້າຮ່ວມຕ້ອງມາຮອດວັນທີ 11 ເດືອນມິຖຸນາ ແລະກັບຄືນໃນວັນທີ 16 ເດືອນມິຖຸນາ.

ໂຄງການດັ່ງກ່າວ ແມ່ນເປີດຮັບສະໝັກຕັ້ງແຕ່ມື້ນີ້ເປັນຕົ້ນໄປ ຈົນໄປຮອດວັນທີ 2 ​ເມສາ. ໂດຍເງື່ອນໄຂໃນການສະໝັກ ແມ່ນຜູ້ສະໝັກຕ້ອງມີອາຍຸ 18 ປີຂຶ້ນໄປ ແລະ ຕ້ອງເຮັດກິດຈະກຳ ຖ່າຍວິດີໂອ ໂພສລົງໃນ Instagram ຫຼື TikTok ອະທິບາຍສິ່ງທີ່ເຮັດຄົນເຊື່ອວ່າທ່ານເປັນຄົນຟິນແລນ. ສຳລັບໃຜສົນໃຈສາມາດສະໝັກໄດ້ທີ່: https://www.visitfinland.com/en/find-your-inner-finn

Heli Jimenez, ຜູ້ອໍານວຍການອາວຸໂສຂອງທຸລະກິດຂອງລັດຖະບານຟິນແລນ (Business Finland), ເວົ້າກ່ຽວກັບໂຄງການຄັ້ງນີ້ວ່າ: “ພວກເຮົາເຊື່ອວ່າຄວາມສຸກຂອງຟິນແລນ ມາຈາກຄວາມໃກ້ຊິດກັບທໍາມະຊາດ ແລະ ວິຖີຊີວິດຂອງພວກເຮົາ ມັນບໍ່ແມ່ນສະພາວະທີ່ເລິກລັບ. ມັນເປັນທັກສະທີ່ສາມາດຮຽນຮູ້ ແລະ ແບ່ງປັນກັນໄດ້.”

ສໍາລັບປະເທດທີ່ມີຄວາມສຸກທີ່ສຸດໃນໂລກ ເຊັ່ນ ຟິນແລນ, ເຊິ່ງເປັນອັນດັບ 1 ນັບຕັ້ງແຕ່ປີ 2018 ໂດຍຄ່າຕ່າງໆແມ່ນອີງໃສ່ ‘ສະຫວັດດີການ’ ຈາກທັດສະນະຂອງພົນລະເມືອງຂອງຕົນ. ລວມທັງພິຈາລະນາ GDP ຂອງປະເທດ, ລະບົບສະຫວັດດີການສັງຄົມ ລະດັບເສລີພາບສ່ວນຕົວ ແລະ ລະດັບການສໍ້ລາດບັງຫຼວງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/