ປີ 2022 ລຮລ ຂາຍໄຟຟ້າທັງໝົດໄດ້ 1.172,57 ລ້ານໂດລາ ແລະ ໄດ້ຈ່າຍພັນທະໃຫ້ລັດຖະບານ ຈຳນວນ 34,88 ລ້ານໂດລາ


ໃນວັນທີ 24 ມີນາ 2023 ທີ່ຫໍປະຊຸມແຫ່ງຊາດ ຫຼັກ 6 ລັດວິສາຫະກິດຖືຮຸ້ນລາວ (ລຮລ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2022 ແລະ ຜ່ານທິດທາງແຜນການປີ 2023 ຂຶ້ນ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ມານະສິນ ວົງໄຊ ຜູ້ອໍານວຍການ ລຮລ, ມີຄະນະສະພາບໍລິຫານ ລຮລ, ຫ້ອງການ, ບັນດາກົມ ແລະ ສະຖາບັນ ຈາກກະຊວງພະລັງງານ ແລະ ບໍ່ແຮ່, ຕາງໜ້າກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ລັດວິສາຫະກິດໃນຂະແໜງພະລັງງານ ແລະ ບໍ່ແຮ່, ພະນັກງານອາວຸໂສບຳນານ ແລະ ພະນັກງານ ລຮລ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ມານະສິນ ວົງໄຊ ຜູ້ອໍານວຍການ ລຮລ ໄດ້ລາຍງານຜົນສຳເລັດໃນການດຳເນີນທຸລະກິດປະຈຳປີ 2022 ບາງຕອນວ່າ: ໃນປີ 2022 ຜ່ານມາ ລຮລ ສາມາດສ້າງລາຍຮັບໄດ້ທັງໝົດ 48,18 ລ້ານໂດລາ ເມື່ອທຽບໃສ່ປີ 2021 ເພີ່ມຂຶ້ນ 17,10%, ມີຜົນກໍາໄລທ້າຍປີ 25,17 ລ້ານໂດລາ, ຊໍາລະຕົ້ນທຶນ ແລະ ດອກເບ້ຍໃຫ້ກະຊວງການເງິນໄດ້ຕາມສັນຍາ 41,82 ລ້ານໂດລາ ແລະ ມອບພັນທະອາກອນ 4,63 ລ້ານໂດລາ, ບັນດາໂຄງການທີ່ ລຮລ ຮ່ວມຖືຮຸ້ນໃນປັດຈຸບັນ ສາມາດຜະລິດພະລັງງານໄຟຟ້າໄດ້ທັງໝົດ 19.427 GWh. ໃນນັ້ນປະກອບມີ: ໂຄງການໄຟຟ້ານ້ໍາເທີນ 2 ຜະລິດໄດ້ 4.426 GWh, ໂຄງການໄຟຟ້າຄວາມຮ້ອນຫົງສາຜະລິດໄດ້ 12.180 GWh, ໂຄງການໄຟຟ້າເຊປຽນ-ເຊນ້ຳນ້ອຍ 1.896 GWh ແລະ ໂຄງການໄຟຟ້ານໍ້າງຽບ 1 ຜະລິດໄດ້ 925 GWh, ລວມລາຍຮັບຈາກການຂາຍໄຟຟ້າທັງໝົດ 1.172,57 ລ້ານໂດລາ ແລະ ໄດ້ຈ່າຍພັນທະໃຫ້ລັດຖະບານຕາມສັນຍາສຳປະທານ ຈຳນວນ 34,88 ລ້ານໂດລາ.

ຜ່ານມາ ລຮລ ໄດ້ຮັບໃບຢັ້ງຢືນເປັນໜ່ວຍພັກເຂັ້ມແຂງຮູ້ນໍາພາຮອບດ້ານ 10 ສະໄໝຕິດຕໍ່ກັນ (ປີ 2008-2017) ແລະ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 3 ສະໄໝຕິດຕໍ່ກັນ (2019-2021), ພິເສດໃນກອງປະຊຸມ ລຮລ ຍັງໄດ້ຮັບການຍ້ອງຍໍປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ກົມກອງລວມໝູ່, ມອບຫຼຽນໄຊແຮງງານຊັ້ນ I (3 ສະຫາຍ), ຊັ້ນ II (4 ສະຫາຍ), ຊັ້ນ III (12 ສະຫາຍ), ຫຼຽນກາແຮງງານ (18 ສະຫາຍ) ແລະ ໃບຍ້ອງຍໍລັດຖະບານ (29 ສະຫາຍ) ໃນຂະບວນການແຂ່ງຂັນຮັກຊາດ, ຜັນຂະຫຍາຍວຽກງານສາມສ້າງເຂົ້າສູ່ລວງເລິກທົ່ວປະເທດໄລຍະ 05 ປີ (2016-2020), ໃບຍ້ອງຍໍຈາກກະຊວງການເງິນ ທີ່ມີຜົນງານດີເດັ່ນໃນການປະຕິບັດພັນທະສັນຍາກູ້ຢືມຕໍ່ ທີ່ສາມາດລະຕົ້ນທຶນ, ດອກເບ້ຍ ແລະ ພັນທະອາກອນຕ່າງໆໃຫ້ແກ່ກະຊວງການເງິນ ຢ່າງເປັນປົກກະຕິແຕ່ປີ 2005-2022 ພ້ອມຍັງໄດ້ເອົາໃຈໃສ່ປະກອບສ່ວນຊ່ວຍເຫຼືອສັງຄົມ ລວມມູນຄ່າ 336.253.500 ກີບ.

ທ່ານກ່າວຕື່ມວ່າ: ສຳລັບທິດທາງແຜນການປີ 2023 ລຮລ ໄດ້ວາງຄາດໝາຍສູ້ຊົນສ້າງລາຍຮັບ ແລະ ມອບພັນທະອາກອນໃຫ້ລັດຖະບານໃຫ້ໄດ້ຫຼາຍກວ່າເກົ່າ. ລຮລ ຈະສືບຕໍ່ປະຕິບັດວຽກງານຕາມພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບຂອງຕົນໃຫ້ດີ ເພື່ອເປັນຫົວໜ່ວຍທຸລະກິດຂອງລັດທີ່ມີຄວາມເຂັ້ມແຂງ,ປະກອບສ່ວນສ້າງລາຍຮັບທີ່ໝັ້ນຄົງ, ມີ 5 ວິໄສທັດໃນການຄຸ້ມຄອງບໍລິຫານຂອງ ລຮລ ກໍາໄລຍືນຍົງ ເພື່ອສົ່ງມອບໃຫ້ລັດຖະບານນັບມື້ຫຼາຍຂຶ້ນຕາມລົງທຶນຢ່າງມີປະສິດທິຜົນ; ສ້າງຜົນກຳໄລໃຫ້ໄດ້ຫຼາຍ; ສ້າງຄວາມເຊື່ອຖືຈາກສະຖາບັນການເງິນສາກົນ ແລະ ຜູ້ສະໜອງທຶນ; ສ້າງຄວາມເຂັ້ມແຂງໃຫ້ແກ່ອົງກອນຢ່າງຕໍ່ເນື່ອງ; ບໍລິຫານລາຍຮັບ ແລະ ລາຍຈ່າຍຢ່າງໂປ່ງໃສ.

ໂອກາດດັ່ງກ່າວ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໂອ້ລົມຕໍ່ກອງປະຊຸມບາງຕອນວ່າ: ລັດວິສາຫະກິດຖືຮຸ້ນລາວ ແມ່ນຫົວໜ່ວຍວິສາຫະກິດຂອງກະຊວງທີ່ມີການຈັດຕັ້ງໜັກແໜ້ນ, ຄົບຊຸດ, ການເຄື່ອນໄຫວດຳເນີນທຸລະກິດໃນໄລຍະທີ່ຜ່ານມາມີປະສິດທິຜົນຊຶ່ງຜົນສຳເລັດໃນການດຳເນີນທຸລະກິດຂອງພວກສະຫາຍໄດ້ກາຍເປັນສ່ວນປະກອບທີ່ສຳຄັນໃນຜົນສຳເລັດຂອງການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ກໍຄືການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ. ພວກສະຫາຍຍັງໄດ້ເອົາໃຈໃສ່ຄຸ້ມຄອງລາຍຮັບ-ລາຍຈ່າຍຢ່າງມີປະສິດທິຜົນ ແລະ ມີຄວາມໂປ່ງໃສ ໂດຍມີການກວດສອບຈາກອົງການກວດສອບແຫ່ງລັດ ແລະ ບໍລິສັດກວດສອບສາກົນຈາກພາຍນອກລວມທັງໄດ້ສົ່ງເອກະສານລາຍງານການເງິນປະຈຳປີໃຫ້ຜູ້ສະໜອງທຶນແກ່ ລຮລ ຢ່າງເປັນປົກກະຕິ. ໝາກຜົນໃນການເຄື່ອນໄຫວດໍາເນີນທຸລະກິດໃນປີ 2022 ທີ່ຜ່ານມາ, ສາມາດຕີລາຄາ ແລະ ຢືນຢັນໄດ້ວ່າ ລຮລ ບໍ່ພຽງແຕ່ ແມ່ນຫົວໜ່ວຍທຸລະກິດ ທີ່ໄດ້ປະຕິບັດພາລະບົດບາດ, ໜ້າທີ່ຂອງຕົນຢ່າງຖືກຕ້ອງ ແລະ ດຳເນີນທຸລະກິດມີປະສິດທິຜົນດີເທົ່ານັ້ນ.ແຕ່ຫາກຍັງເປັນຫົວໜ່ວຍທຸລະກິດທີ່ເຄື່ອນໄຫວຖືກຕ້ອງຕາມແນວທາງ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ເປັນຫົວໜ່ວຍທຸລະກິດຕົວແບບຢູ່ໃນຂະແໜງການຂອງພວກເຮົາອີກດ້ວຍ.

ຄຽງຄູ່ກັບຜົນງານທີ່ ລຮລ ຍາດມາໄດ້ໃນປີ 2022 ຜ່ານມາ, ເຫັນວ່າມີບາງດ້ານຍັງບໍ່ທັນໄດ້ຮັບຜົນດີເທົ່າທີ່ຄວນ, ມີລັກສະນະກວມລວມ ທີ່ຈະຕ້ອງໄດ້ປັບປຸງຕື່ມ ຄື: ການດຳເນີນທຸລະກິດໃນເງື່ອນໄຂໃໝ່, ທ່າມກາງສະພາບທີ່ມີການຜັນແປຢ່າງວ່ອງໄວ, ບວກກັບລະດັບເທັກໂນໂລຢີ, ຂໍ້ມູນ-ຂ່າວສານມີລະດັບທັນສະໄໝ, ຂະຫຍາຍຕົວໄວ ແລະ ມີການແຂ່ງຂັນສູງ ຄືສູ່ມື້ນີ້ແລ້ວ, ເຖິງວ່າ, ລຮລ ໄດ້ເຄື່ອນໄຫວດີ, ມີຜົນກໍາໄລເປັນໜ້າພໍໃຈ. ແຕ່, ຂ້າພະເຈົ້າຍັງເຫັນວ່າ ຍັງບໍ່ທັນຮອບດ້ານ, ໜັກແໜ້ນ, ລັກສະນະຍືນຍົງຍັງບໍ່ທັນເປັນຮູບປະທຳຢ່າງຊັດເຈນ. ນອກຈາກນີ້, ຂອດການປະສານສົມທົບພາຍໃນ ແລະ ກັບພາກສ່ວນທີ່ກ່ຽວຂ້ອງ ກໍຍັງມີຫຼາຍອັນບໍ່ທັນຄ່ອງແຄ້ວ, ການນຳພາວຽກງານການເມືອງ-ແນວຄິດ, ວຽກງານຄຸ້ມຄອງ ແລະ ບຳລຸງສ້າງພະນັກງານຫຼາຍດ້ານເຮົາເຮັດບໍ່ທັນໄດ້ດີເທື່ອ, ບໍ່ທັນກັບສະພາບ ແລະ ຄວາມຮຽກຮ້ອງຕ້ອງການໃໝ່ ໂດຍສະເພາະແມ່ນຄຸນະພາບຂອງພະນັກງານ, ນັກວິຊາການ ແລະ ກຳມະກອນເຮົາຍັງຂະຫຍາຍຕົວຊ້າຫຼາຍ, ທຽບໃສ່ຄວາມຮຽກຮ້ອງຕ້ອງການຕົວຈິງ.

ຂໍ້ມູນຈາກ: https://bit.ly/3yZ4fmx

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/