ມິດ ສະຫວັນນິມິດ (ພໍ່ໃຫຍ່ ມິດ) ສິລະປິນລາວຜູ້ມີພອນສະຫວັນທາງດ້ານການແຕ້ມຮູບ ໂດຍມີລາຍເສັ້ນທີ່ເປັນເອກະລັກ

ການແຕ້ມຮູບ

ມິດ ສະຫວັນນິມິດ ສິລິພົນ ຫຼືຮູ້ຈັກກັນດີໃນນາມ “ພໍ່ໃຫຍ່ ມິດ” ເປັນອີກໜຶ່ງໄວໜຸ່ມຈາກແຂວງຈໍາປາສັກທີ່ມີຄວາມສາມາດຫຼາກຫຼາຍບໍ່ວ່າຈະເປັນ ການແຕ້ມຮູບ ທີ່ເປັນເອກະລັກສະເພາະຕົວ, ການຫຼິ້ນເຄື່ອງດົນຕີກໍໂດດເດັ່ນເຊັ່ນກັນ. ນອກຈາກນີ້ ພໍ່ໃຫຍ່ ມິດ ຍັງເຄີຍເປັນອາຈານສອນພິເສດວິຊາເປຍໂນໃຫ້ກັບບັນດານ້ອງໆ ນັກຮຽນມາແລ້ວ ແລະ ທີ່ຜ່ານມາກໍໄດ້ສ້າງສັນຜົນງານຮູບແຕ້ມທີ່ມີຊື່ສຽງ ເຊັ່ນຮູບແຕ້ມຂອງ ທ່ານອະດີດນາຍົກຍີ່ປຸ່ນ “ຊິນໂຊ ອາເບະ” ມື້ນີ້ Lao X ຂອງພວກເຮົາຈະພາມາທໍາຄວາມຮູ້ຈັກກັບຊາຍທີ່ຊື່ ພໍ່ໃຫຍ່ ມິດ ຄົນນີ້ຕື່ມ.

Lao X: ພໍ່ໃຫຍ່ ມິດ ຊ່ວຍແນະນໍາຕົວອີກຄັ້ງແດ່ໄດ້ບໍ່?

ເຈົ້າສະບາຍດີທຸກຄົນ ຂ້ອຍຊື່ວ່າ ສະຫວັນນິມິດ ສິລິພົນ ມີຊື່ຫຼິ້ນວ່າ ມິດ ຫຼືຄົນທົ່ວໄປໃນໂລກໂຊຊຽວຮູ້ກັນໃນນາມ “ພໍ່ໃຫຍ່ ມິດ” ປັດຈຸບັນອາຍຸ 28 ປີ, ເປັນຄົນມາຈາກ ບ້ານ ໂພນທອງ ເມືອງໂພນທອງ ແຂວງ ຈໍາປາສັກ, ຈົບການສຶກສາມາຈາກປະເທດຫວຽດນາມ ທີ່ໂຮງຮຽນສິລະປະ-ວັດທະນະທໍາ ດົ່ງນາຍ (Trường văn hóa nghệ thuật Đồng Nai).

Lao X: ປັດຈຸບັນພໍ່ໃຫຍ່ ມິດ ປະກອບອາຊີບຫຍັງ? ແລະທີ່ມາຂອງການເປັນນັກແຕ້ມຮູບແມ່ນຫຍັງ?

ຫຼັງຈາກທີ່ຮຽນຈົບຈາກຫວຽດນາມໃນ ປີ 2017 ຕໍ່ມາກໍໄດ້ກັບມາລາວ ແລະ ໄປເຮັດວຽກເປັນອາຈານສອນເປຍໂນທີ່ໂຮງຮຽນເອກະຊົນແຫ່ງໜຶ່ງໃນນະຄອນຫຼວງວຽງຈັນເປັນເວລາ 4 ປີ ແລະ ປັດຈຸບັນ (2022) ແມ່ນເຮັດວຽກເປັນ Freelance (ຮັບວຽກອິດສະຫຼະ) ແລະ ເຮັດວຽກອອນລາຍເປັນຫຼັກ. ນອກຈາກນີ້ແລ້ວ ຍັງເຮັດວຽກເສີມເປັນນັກເທຣດຢູ່ເທິງແພລັດຟອມ FT trading.

ແຕ່ອາຊີບທີ່ເຮັດໃຫ້ຫຼາຍຄົນຮູ້ຈັກຂ້ອຍດີກໍໜ້າຈະແມ່ນການເປັນນັກແຕ້ມຮູບ ເພາະທີ່ຜ່ານມາໄດ້ສ້າງສັນຜົນງານອອກມາຢ່າງຫຼວງຫຼາຍ ແລະ ເປັນທີ່ຖືກໃຈຂອງຫຼາຍຄົນ. ຖ້າຫາກຖາມເຖິງທີ່ມາຂອງການແຕ້ມຮູບກໍຕ້ອງເລົ່າຢ້ອນໄປເມື່ອຕອນຍັງນ້ອຍ ຂ້ອຍເປັນຄົນໜຶ່ງທີ່ມັກແຕ້ມຮູບເປັນຫຼັກ ແລະໄດ້ແຮງບັນດານໃຈມາຈາກແມ່ ເພາະຍ້ອນວ່າເພິ່ນເຄີຍເລົ່ານິທານກະຕ່າຍກັບເຕົ່າໃຫ້ຟັງ ເລີຍມີແນວຄິດຢາກແຕ້ມຮູບໂຕກະຕ່າຍໃຫ້ແມ່ເບິ່ງ ແລະຈາກນັ້ນມາກໍເລີ່ມເຝິກຝົນສີມືການແຕ້ມຮູບຂອງຕົນເອງມາເລື້ອຍໆ.

ຕໍ່ມາໃນປີ 2016 ໄດ້ທົດລອງແຕ້ມຮູບໂຕເສືອໂດຍການໃຊ້ສີໄມ້ ແລ້ວໂພສລົງ Facebook ເຊິ່ງຜົນຕອບຮັບກໍດີເກີນຄາດເພາະໄດ້ມີຫຼາຍຄົນເຂົ້າມາຍ້ອງຍໍໃນຕົວຜົນງານດັ່ງກ່າວ ເຮັດໃຫ້ມີແນວຄິດວ່າຕ້ອງພັດທະນາ ແລະ ຕໍ່ຍອດສີມືຕົນເອງໃຫ້ຫຼາຍຂຶ້ນຕື່ມ ເພື່ອເປັນການສ້າງລາຍໄດ້ໃຫ້ແກ່ຕົນເອງ.

ນອກຈາກຜົນງານສິລະປະແລ້ວ ມິດ ຍັງມີຄວາມສົນໃຈໃນການສຶກສາຄວາມຮູ້ກ່ຽວກັບວິຊາພູມສາດຂອງປະເທດຕ່າງໆ ໃນໂລກ ເພາະເມື່ອມີເວລາວ່າງກໍຈະມັກສຶກສາຫາຄວາມຮູ້ໃນອິນເຕີເນັດ ແລະເອົາມາຮຽບຮຽງເປັນພາສາລາວເພື່ອເຜີຍແຜ່ລົງແພລັດຟອມໂຊຊ່ຽວຕ່າງໆ ໂດຍມີຈຸດປະສົງຢາກໃຫ້ທຸກຄົນເຂົ້າໃຈກ່ຽວກັບວິຊາພູມສາດຫຼາຍຂຶ້ນຕື່ມ ແລະຮຽນຮູ້ສິ່ງໃໝ່ໆ ທີ່ເກີດຂຶ້ນໃນໂລກເຮົາ.

ສຳລັບຄົນທີ່ສົນໃຈໃນວິຊາພູມສາດສາມາດເຂົ້າໄປຕິດຕາມໄດ້ທີ່: Facebook Fanpage: ຮຽນຮູ້ພູມສາດ (https://cutt.ly/SZDfJhq) ແລະ Facebook group: ຮຽນຮູ້ພູມສາດ-ປະຫວັດສາດ (https://cutt.ly/4ZDfnrO)

Lao x: ມີຜົນງານໃດແດ່ທີ່ພໍ່ໃຫຍ່ ມິດ ພູມໃຈນໍາສະເໜີ?

ໂດຍ ສໍາລັບຜົນງານທີ່ຜ່ານມາແມ່ນມີຫຼາຍຮູບແຕ້ມເລີຍ ແຕ່ທີ່ເດັ່ນ ພ້ອມກັບຕົນເອງພູມໃຈນໍາສະເໜີ ແລະ ຫຼາຍຄົນມັກໃນຕົວຜົນງານຈະແມ່ນ:

ການແຕ້ມຮູບ
ຮູບແຕ້ມຂອງ ອະດີດນາຍົກຍີ່ປຸ່ນ ທ່ານ ຊິນໂຊ ອາເບະ

ການແຕ້ມຮູບ
ຮູບແຕ້ມຂອງ ທ່ານ ທອງລຸນ ສິສຸລິດ ປະທານປະເທດແຫ່ງ ສປປ ລາວ

ຮູບແຕ້ມຂອງ ທ່ານ ນາງ ອອງຊານ ຊູຈີ

ການແຕ້ມຮູບ
ຮູບແຕ້ມຂອງ ໂມນາລິຊ່າ

ຮູບແຕ້ມສະຖານທີ່ທ່ອງທ່ຽວໃນ ສປປ ລາວ

ການແຕ້ມຮູບ
ປະຕູໄຊ

ຜາສາດຫີນວັດພູ

ການແຕ້ມຮູບ
ທຳມະຊາດວັງວຽງ

ການແຕ້ມຮູບ
ວັດຊຽງທອງ

ພະທາດຫຼວງວຽງຈັນ

ສຳລັບບັນດາຮູບແຕ້ມທີ່ເອົາມາໃຫ້ເບິ່ງນີ້ແມ່ນຕົນເອງມີຄວາມຕັ້ງໃຈໃນການແຕ້ມຫຼາຍ ແລະ ລາຍເສັ້ນທີ່ຢູ່ໃນຮູບແຕ້ມກໍເປັນລາຍເສັ້ນທີ່ສ້າງມັນອອກມາໃຫ້ມີຄວາມພິຖີພິຖັນແລະ ດີທີ່ສຸດ ເພື່ອຢາກພັດທະນາລາຍເສັ້ນຂອງຕົນເອງໃຫ້ຄ້າຍຄືລາຍເສັ້ນໃນໃບເງິນໃຫ້ຫຼາຍທີ່ສຸດ.

ນອກຈາກນີ້ ຍັງມີຜົນງານວິດີໂອການສອນແຕ້ມຮູບແຜນທີ່ຕ່າງໆ ເຊັ່ນ:  ແຜນທີ່ໂລກ, ແຜນທີ່ປະເທດລາວ, ແຜນທີ່ອາຊຽນ ແລະ ແຜນທີ່ທະວີບຕ່າງໆ ໃນໂລກ ແຕ່ໂດດເດັ່ນສຸດກໍຄືວິດີໂອການສອນແຕ້ມຮູບແຜນທີ່ປະເທດລາວເຊິ່ງມີຍອດຮັບຊົມໃນ Facebook ກວ່າ 200,000 ວິວ ແລະ ຍອດແຊຣ໌ກວ່າ 10,000 ແຊຣ໌.

ສາມາດເບິ່ງຜົນງານດັ່ງກ່າວໄດ້ທີ່:  https://cutt.ly/XZDiPyq

(ວິດີໂອຜົນງານການແຕ້ມແຜນທີ່ອື່ນໆ : https://cutt.ly/DZDiCMW (ແຜນທີ່ໂລກແບບໃຊ້ເສັ້ນສະແດງ), https://cutt.ly/AZDiM6X (ແຜນທີ່ອາຊຽນແບບບໍ່ໃຊ້ເສັ້ນສະແດງ), https://cutt.ly/jZDi250 (ແຜນທີ່ທະວີບເອເຊຍແບບບໍ່ໃຊ້ເສັ້ນສະແດງ), https://cutt.ly/cZDi7WL (ແຜນທີ່ໂລກແບບໃຊ້ເສັ້ນສະແດງໃນປຶ້ມ) ເຊິ່ງຈຸດປະສົງທີ່ສ້າງສັນບັນດາຜົນງານດັ່ງກ່າວອອກມາກໍເພື່ອຢາກແນະນໍາແລະ ສອນວິທີແຕ້ມແບບເຂົ້າໃຈງ່າຍໃຫ້ກັບຄົນທີ່ສົນໃຈໃນການແຕ້ມແຜນທີ່ຕ່າງໆ.

Lao X: ມຸມມອງຂອງ ມິດ ຕໍ່ຜົນງານຮູບແຕ້ມແມ່ນຫຍັງ? ແລະຢາກຝາກຫຍັງແດ່ເຖິງຄົນທີ່ຕິດຕາມ?

ສໍາລັບ ມິດ ແລ້ວຄິດວ່າຜົນງານຮູບແຕ້ມຕ່າງໆ ບໍ່ວ່າຈະເປັນຮູບແຕ້ມໃດກໍຕາມມັນລ້ວນແລ້ວແຕ່ມີຄຸນຄ່າ ແລະ ຄວາມໝາຍໃນຕົວຂອງມັນ ພ້ອມກັບຢາກໃຫ້ທຸກຄົນທີ່ຢູ່ໃນແວດວົງດຽວກັນ ຫຼືຄົນທົ່ວໄປເມື່ອເຫັນຜົນງານເຮົາໄດ້ຮັບຮູ້ວ່າຄົນທີ່ຢູ່ຕ່າງແຂວງກໍມີສືມື ແລະ ຄວາມສາມາດທີ່ໂດດເດັ່ນບໍ່ນ້ອຍໜ້າໃຜ ແລະຢາກໃຫ້ຜູ້ໃຫຍ່ສະໜັບສະໜູນຜົນງານຂອງ ມິດ ພ້ອມກັບໃຫ້ໂອກາດໄດ້ເຂົ້າໄປສະແດງຄວາມສາມາດໃນພື້ນທີ່ທີ່ກວ້າງກວ່ານີ້.

ສຸດທ້າຍແລ້ວ ມິດ ຂໍຂອບໃຈສໍາລັບທຸກໆຄົນທີ່ໃຫ້ຄວາມສົນໃຈ ແລະ ຕິດຕາມຜົນງານຕ່າງໆຂອງມິດຕະຫຼອດມາ ແລະ ຢາກໃຫ້ຝາກຕິດຕາມຜົນງານຄັ້ງຕໍ່ໄປຂອງ ມິດ ໄດ້ທີ່:

Facebook: Phoryai Mith (https://cutt.ly/rZDdNIC)

TikTok: @phoryai_mith (https://cutt.ly/SZDd06K)

ຂອບໃຈບົດສຳພາດຈາກ: ມິດ ສະຫວັນນິມິດ (ພໍ່ໃຫຍ່ ມິດ)

ສໍາພາດໂດຍທີມຂ່າວ Lao X: (Tern Saiyasack).

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ