ຜົວຄິດວ່າເມຍຕົນເອງໂດດນ້ຳແລະຈົມໄປແລ້ວ ເລີຍແຈ້ງກູ້ໄພໃຫ້ມາຊອກຫາ ສຸດທ້າຍພົບວ່າໄປລີ້ຢູ່ພຸ່ມໄມ້

ຜົວ

ເຄີຍບໍ່ ເວລາຜິດຖຽງ ຫຼື ບໍ່ເຂົ້າໃຈກັນກັບແຟນ ແລ້ວແຟນມັກຈະນ້ອຍໃຈ, ຄຽດໃຫ້ເຮົາ ແລະກໍມັກຈະປະຊົດດ້ວຍການບໍ່ເວົ້າບໍ່ລົມນໍາ, ບລັອກສື່ໂຊຊຽວຕ່າງໆ ຫຼືແມ່ນແຕ່ໜີອອກຫ່າງຈາກເຮົາ.

ແຕ່ອາການນ້ອຍໃຈຕ່າງໆ ທີ່ກ່າວມານີ້ເບິ່ງຄືຈະທຳມະດາໄປ ເມື່ອທຽບກັບກໍລະນີຂອງຄູ່ຜົວເມຍຈາກໄທຄູ່ນີ້ ທີ່ທັງສອງໄດ້ເກີດການຜິດຖຽງກັນ ຈົນເຮັດໃຫ້ຝ່າຍເມຍໂດດລົງນ້ຳ ທາງຜົວກໍຄິດວ່າເມຍຕົນເອງໂດດນ້ຳແລ້ວຈົມ-ຫາຍໄປແລ້ວ ເລີຍແຈ້ງກູ້ໄພໃຫ້ມາຊອກຫາ ສຸດທ້າຍພົບວ່າໄປລີ້ຢູ່ພຸ່ມໄມ້.

ຜົວ

ເລື່ອງລາວດັ່ງກ່າວຖືກເຜີຍແຜ່ເມື່ອວັນທີ 19 ສິງຫາ ໂດຍຜູ້ໃຊ້ Facebook ຊື່ “วสันต์ พันธ์เดช” ເຊິ່ງໄດ້ໂພສຂໍ້ຄວາມພ້ອມກັບຮູບພາບວ່າ: ສອງຜົວເມຍຄູ່ນີ້ແມ່ນເກີດການຜິດຖຽງ (ເພາະກິນເຫຼົ້າ ແລະ ເມົາໝົດສອງ) ເຊິ່ງທັງສອງແມ່ນໄດ້ຕັດສິນໃຈໄປນັດເຄຼຍກັນຢູ່ທີ່ແຄມຫ້ວຍ ຜູ້ເປັນເມຍໄດ້ໂດດລົງໄປໃນນ້ຳຫ້ວຍດັ່ງກ່າວ ຂະນະທີ່ຜູ້ເປັນຜົວກໍໄດ້ຫັນຫຼັງໄປພັນກໍ້ຢາສູບ ແຕ່ເມື່ອຫັນກັບມາກໍບໍ່ເຫັນເມຍຂອງຕົນເອງ ຈຶ່ງໄດ້ມີການໂທແຈ້ງໄປທີ່ກູ້ໄພວ່າເມຍຂອງຕົນເອງຈົມນ້ຳຫາຍໄປແລ້ວ.

ເມື່ອເຈົ້າໜ້າທີ່ມາຮອດກໍໄດ້ພາກັນກຽມຊຸດດໍານ້ຳ ແລະ ຊຸດກູ້ໄພ ເພື່ອເຮັດການລົງນ້ຳໄປຫາເມຍຂອງຜູ້ແຈ້ງເຫດ ແຕ່ພາລະກໍກິດການຄົ້ນຫາແມ່ນໃຊ້ເວລາບໍ່ດົນເລີຍ ເພາະເຈົ້າໜ້າທີ່ສາມາດພົບຕົວຂອງຜູ້ເປັນເມຍ ທີ່ໄດ້ໄປລີ້ຢູ່ກ້ອງພຸ່ມໄມ້ໃນແຄມຫ້ວຍ ເຊິ່ງຫ່າງຈາກຈຸດເກີດເຫດ 200 ແມັດ ແຕ່ອີກໜຶ່ງອຸປະສັກຂອງເຈົ້າໜ້າທີ່ກູ້ໄພໃນການເຮັດພາລະກິດນີ້ກໍຄື ຕ້ອງໄດ້ພາກັນໃຊ້ຄໍາເວົ້າບອກໃຫ້ແມ່ປ້າຄົນນີ້ຂຶ້ນຈາກນ້ຳ.

ຜົວ

ທັງນີ້ ລາຍງານບອກວ່າເຫດການນີ້ແມ່ນບໍ່ມີຄົນບາດເຈັບ ແລະສາເຫດທີ່ແມ່ປ້າໂດດລົງນ້ຳໄປແບບນັ້ນ ເພາະວ່ານ້ອຍໃຈໃຫ້ຜົວຂອງຕົນເອງ ແລະ ໂພສດັ່ງກ່າວກໍໄດ້ກາຍເປັນກະແສໄປທັນທີໂດຍມີຄົນແຊຣ໌ກວ່າ 12,000 ແຊຣ໌ ແລະສະແດງຄໍາເຫັນ ກວ່າ 4,000 ຄັ້ງແລ້ວ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ