ປົກເວັບ 98

ລັດຖະບານເລັ່ງຍົກລະດັບ 4 ແຂວງພາກໃຕ້ ສູ່ການເປັນສູນກາງໂລຈິສຕິກ ແລະ ເສດຖະກິດສີຂຽວ ໂດຍທ່ານນາຍົກລັດຖະມົນຕີ ໄດ້ວາງມາດຕະການເດັດຂາດໃນການຢຸດສົ່ງອອກວັດຖຸດິບ ເພື່ອເນັ້ນການປຸງແຕ່ງສ້າງມູນຄ່າເພີ່ມ ເຊິ່ງຈະເປັນບາດກ້າວສຳຄັນໃນການພິກໂສມໜ້າເສດຖະກິດ, ສ້າງວຽກເຮັດງານທຳ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນຢ່າງຍືນຍົງ.

ເມື່ອວັນທີ 23 ກໍລະກົດ 2026 ທີ່ຜ່ານມາ ຢູ່ທີ່ສະໂມສອນແຂວງຈຳປາສັກ ໄດ້ມີການຈັດກອງປະຊຸມສຳມະນາທິດທາງ ແລະ ແຜນພັດທະນາເຂດແຄວ້ນ 4 ແຂວງພາກໃຕ້ (ຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື) ເພື່ອເຊື່ອມຈອດເສດຖະກິດກັບປະເທດໃກ້ຄຽງ ແລະ ພາກພື້ນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ. ຈຳປາໃໝ່ ໜັງສືພີມໃນທ້ອງຖິ່ນ ລາຍງານ.

ກອງປະຊຸມດັ່ງກ່າວໄດ້ລວບລວມເອົາບັນດາການນຳຂັ້ນສູງຈາກສູນກາງ ແລະ ທ້ອງຖິ່ນ ມາຮ່ວມກັນກຳນົດທິດທາງຍຸດທະສາດໃໝ່ ເພື່ອຜັນຂະຫຍາຍມະຕິຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໃຫ້ປະກົດຜົນເປັນຮູບປະທຳ ໂດຍເນັ້ນການສ້າງແຜນພັດທະນາທີ່ຊັດເຈນ, ບໍ່ຊ້ຳຊ້ອນ ແລະ ສາມາດແຂ່ງຂັນໄດ້ໃນເວທີສາກົນ.

ຈຸດປ່ຽນສຳຄັນຂອງທິດທາງໃໝ່ນີ້ ແມ່ນການປະຕິຮູບຂະແໜງກະສິກຳ ແລະ ອຸດສາຫະກຳຢ່າງຖອນຮາກຖອນໂຄນ. ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ໝູນໃຊ້ທ່າແຮງດ້ານພູມອາກາດຂອງພູພຽງບໍລິເວນ ໂດຍປ່ຽນຈາກການເຮັດກະສິກຳແບບດັ້ງເດີມ ມາເປັນການນຳໃຊ້ເຕັກໂນໂລຊີທັນສະໄໝ ເຊັ່ນ ການໃຊ້ພະລັງງານແສງອາທິດໃນລະບົບຊົນລະປະທານ ແລະ ການສ້າງສູນຄົ້ນຄວ້າພັນພືດ-ພັນສັດພາຍໃນ ເພື່ອຫຼຸດຜ່ອນການນຳເຂົ້າປຸ໋ຍ ແລະ ແນວພັນລາຄາແພງ. ພ້ອມດຽວກັນນັ້ນ, ທັງຂະແໜງກະສິກຳ ແລະ ບໍ່ແຮ່ ຈະຕ້ອງຢຸດຕິການຂຸດຄົ້ນແລ້ວສົ່ງອອກແບບດິບໆ ໂດຍບັງຄັບໃຫ້ຫັນມາສ້າງໂຮງງານປຸງແຕ່ງພາຍໃນ ເພື່ອຍົກລະດັບມູນຄ່າສິນຄ້າ ສ້າງຍີ່ຫໍ້ທ້ອງຖິ່ນໃຫ້ເປັນທີ່ຍອມຮັບໃນລະດັບສາກົນ ແລະ ທີ່ສຳຄັນແມ່ນເພື່ອສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນພື້ນທີ່.

ເພື່ອຮອງຮັບການຂະຫຍາຍຕົວດັ່ງກ່າວ, ພາກໃຕ້ຈະຖືກຍົກລະດັບໃຫ້ເປັນສູນກາງໂລຈິດສະຕິກ ແລະ ການຄ້າຜ່ານແດນ ໂດຍການພັດທະນາທ່າບົກ ແລະ ສູນປ່ຽນຖ່າຍສິນຄ້າຢູ່ຈຳປາສັກ ແລະ ອັດຕະປື ເຊິ່ງຈະເປັນຈຸດເກັບຄ່າບໍລິການທາງຜ່ານຈາກໄທ ໄປຫາ ຫວຽດນາມ ແລະ ກຳປູເຈຍ. ລະບົບສາງເກັບຮັກສາ ແລະ ຫ້ອງເຢັນຈະຖືກສ້າງຂຶ້ນ ເພື່ອແກ້ໄຂບັນຫາສິນຄ້າກະສິກຳລົ້ນຕະຫຼາດ ແລະ ຖືກກົດລາຄາ ພ້ອມທັງຫຼຸດຜ່ອນຂັ້ນຕອນເອກະສານຊາຍແດນ ເພື່ອດຶງດູດນັກລົງທຶນ. ຄຽງຄູ່ກັນນີ້, ການພັດທະນາພະລັງງານສະອາດ ເຊັ່ນ ໂຄງການພະລັງງານລົມຂະໜາດໃຫຍ່ ເພື່ອສົ່ງອອກ ແລະ ການຊຸກຍູ້ການນຳໃຊ້ລົດໄຟຟ້າ (EV) ໃນຂະແໜງຂົນສົ່ງ ແລະ ການທ່ອງທ່ຽວ ຈະເປັນກົນໄກສຳຄັນໃນການຫຼຸດຜ່ອນການນຳເຂົ້ານ້ຳມັນເຊື້ອໄຟ ແລະ ສ້າງສະຖຽນລະພາບທາງພະລັງງານ.

ນອກຈາກການພັດທະນາໂຄງລ່າງແລ້ວ, ລັດຖະບານຍັງໄດ້ວາງມາດຕະການອັດຮູຮົ່ວທາງເສດຖະກິດຢ່າງຮອບດ້ານ ໂດຍສະເພາະການຊຸກຍູ້ການທ່ອງທ່ຽວສີຂຽວ ທີ່ບັງຄັບໃຫ້ໂຮງແຮມ ແລະ ຮ້ານອາຫານນຳໃຊ້ຜົນຜະລິດ ແລະ ເຄື່ອງຫັດຖະກຳພາຍໃນ ເພື່ອປ້ອງກັນເງິນຕາໄຫຼອອກນອກປະເທດ. 

ຂະແໜງສາທາລະນະສຸກ ແລະ ການສຶກສາ ກໍຈະຖືກຍົກລະດັບຂຶ້ນ ເພື່ອປັບປຸງໂຮງໝໍໃຫ້ເປັນສູນກາງການແພດຂອງພາກໃຕ້ ຫຼຸດຜ່ອນການເດີນທາງໄປປິ່ນປົວຢູ່ຕ່າງປະເທດ ພ້ອມທັງຜະລິດບຸກຄະລາກອນໃຫ້ກົງກັບຄວາມຕ້ອງການຂອງຕະຫຼາດ. ທ້າຍສຸດນີ້, ທຸກການພັດທະນາຈະຕິດພັນກັບການຮັກສາຄວາມສະຫງົບລຽບຕາມຊາຍແດນ ການນຳໃຊ້ເຄື່ອງມືທັນສະໄໝສະກັດກັ້ນຢາເສບຕິດ ແລະ ການລັກລອບຕ່າງໆ ເພື່ອສ້າງສະພາບແວດລ້ອມທີ່ປອດໄພ ເອື້ອອຳນວຍຕໍ່ການດຶງດູດການລົງທຶນ ແລະ ຫັນປ່ຽນແຜນແມ່ບົດນີ້ໃຫ້ກາຍເປັນຄວາມຈິງ.

#LaoXperts #ເສດຖະກິດລາວ #ພັດທະນາພາກໃຕ້ #ຈຳປາສັກ #ສາລະວັນ #ເຊກອງ #ອັດຕະປື #ໂລຈິສຕິກ #ກະສິກຳສີຂຽວ #ລັດຖະບານລາວ

Comments are disabled