ລັດຖະບານສະຫະລັດ ເປີດໂຕມາດຕະການພາສີໃໝ່ 10% – 12.5% ກວມເອົາ 60 ປະເທດຄູ່ຄ້າ ລວມທັງ ອີຢູ ແລະ ຈີນ ໂດຍອ້າງເຫດຜົນດ້ານການປາບປາມແຮງງານບັງຄັບ ໂດຍມີຜົນບັງຄັບໃຊ້ທັນທີຫຼັງມາດຕະການພາສີຊົ່ວຄາວເດີມໝົດອາຍຸ ເຊິ່ງກວມເອົາສິນຄ່ານຳເຂົ້າເຖິງ 99.4% ແລະ ສ້າງກະແສຄັດຄ້ານຢ່າງຮຸນແຮງຈາກຄູ່ຄ້າທົ່ວໂລກ.
ຄວາມເຄື່ອນໄຫວລ້າສຸດຂອງທຳນຽບຂາວ ມີຂຶ້ນຫຼັງຈາກມາດຕະການພາສີຊົ່ວຄາວ 10% ໄດ້ໝົດອາຍຸລົງ ເຊິ່ງເປັນການພະຍາຍາມຮັກສາລະດັບການເກັບພາສີຂັ້ນຕໍ່າ ຕາມວິໄສທັດຂອງປະທານາທິບໍດີ ໂດນັລ ທຣຳ ຫຼັງຈາກທີ່ສານສູງສຸດຂອງສະຫະລັດ ໄດ້ໂມຫະກະມາດຕະການພາສີ “ຕອບໂຕ້” ເດີມໄປເມື່ອເດືອນກຸມພາ.
ການປະກາດໃນຄັ້ງນີ້ອາໄສອໍານາດຕາມມາດຕາ 301 ຂອງກົດໝາຍວ່າດ້ວຍການຄ້າປີ 1974 ເຊິ່ງຜູ້ເຊ່ຽວຊານດ້ານກົດໝາຍປະເມີນວ່າ ຈະມີຄວາມສ່ຽງທາງກົດໝາຍໜ້ອຍກວ່າ ແລະ ສາມາດປ້ອງກັນການຟ້ອງຮ້ອງໃນສານໄດ້ດີກວ່າ.
ມາດຕະການພາສີໃໝ່ນີ້ ກວມເອົາສິນຄ່ານຳເຂົ້າເກືອບທັງໝົດຂອງສະຫະລັດ ແຕ່ກໍມີການຍົກເວັ້ນສິນຄ້າສໍາຄັນຫຼາຍລາຍການ ເຊັ່ນ: ນ້ຳມັນ, ກ໊າຊທຳມະຊາດ, ຝຸ່ນເກສດ, ອາຫານບາງປະເພດ, ເຮືອບິນ, ແຮ່ທາດຈຳເປັນ, ລວມເຖິງສິນຄ້າກຸ່ມລົດໂອໂຕ, ເຫຼັກ, ອາລູມິນຽມ ແລະ ທອງແດງ ທີ່ຢູ່ພາຍໃຕ້ມາດຕະການຄວາມໝັ້ນຄອງ ແລະ ສິນຄ້າທີ່ປະຕິບັດຕາມຂໍ້ຕົກລົງການຄ້າ USMCA.
ຜູ້ຕາງໜ້າການຄ້າສະຫະລັດ ລະບຸວ່າ ມາດຕະການນີ້ມີຈຸດປະສົງເພື່ອແກ້ໄຂການລະເມີດສິດທິມະນຸດ ແລະ ການຄ້າທີ່ບິດເບືອນ ພ້ອມທັງຢືນຢັນວ່າ ຈະບໍ່ໃຫ້ອັດຕາພາສີເກີນເພພານທີ່ເຄີຍຕົກລົງໄວ້ກັບບາງປະເທດ.
ສໍາລັບກຸ່ມປະເທດທີ່ຖືກເກັບພາສີ 10% ໄດ້ແກ່ ອາກຊັງຕິນ, ບັງກະລາເທດ, ອັງກິດ, ກຳປູເຈຍ, ຄານາດາ, ເອກວາດໍ, ເອນຊາລວາດໍ, ກົວເຕມາລາ, ຮົງດູຣັດ, ອິນເດຍ, ອິນໂດເນເຊຍ, ຝຣັ່ງ, ມາເລເຊຍ, ເມັກຊິໂກ, ປາກິດສະຖານ, ສຣີລັງກາ, ແລະ ຕຣີນີແດດ ແອນ ໂຕເບໂກ. ໃນຂະນະທີ່ ສະພາບອດ ອີຢູ, ໄຕ້ຫວັນ, ຍີ່ປຸ່ນ, ເກົາຫຼີໃຕ້, ແລະ ສະວິດເຊີແລນ ຖືກເກັບໃນອັດຕາທີ່ເມື່ອລວມກັບພາສີເດີມແລ້ວຕົກຢູ່ທີ່ 10% ຫຼື 12.5%. ສ່ວນອີກ 38 ປະເທດທີ່ເຫຼືອ ລວມທັງ ຫວຽດນາມ ແລະ ຈີນ ແມ່ນຖືກເກັບໃນອັດຕາ 12.5%. ສ່ວນ ສປປ ລາວ ບໍ່ຢູ່ໃນລິສ 60 ປະເທດເດັ່ງກ່າວ.
ການດໍາເນີນມາດຕະການດັ່ງກ່າວກໍ່ໃຫ້ເກີດປະຕິກິລິຍາຄັດຄ້ານຢ່າງຮຸນແຮງຈາກນານາປະເທດທັນທີ. ຜູ້ແທນນະໂຍບາຍຕ່າງປະເທດຂອງສະພາບອດ ອີຢູ ໄດ້ສະແດງຄວາມປະຫຼາດໃຈ ແລະ ຊີ້ວ່າເຫດຜົນຂອງສະຫະລັດບໍ່ມີນ້ຳໜັກ ເພາະ ອີຢູ ມີກົດໝາຍແຮງງານ ແລະ ສະພາບການເຮັດວຽກທີ່ດີກວ່າສະຫະລັດ.
ເຊັ່ນດຽວກັນກັບ ອົດສະຕຣາລີ, ບຣາຊິນ, ນອກແວ, ແລະ ແຄນນາດາ ທີ່ອອກມາໂຕ້ຕອບວ່າ ເປັນມາດຕະການທີ່ບໍ່ມີເຫດຜົນ ແລະ ຈະພະຍາຍາມເຈລະຈາເພື່ອໃຫ້ມີການຍົກເລີກ ໃນຂະນະທີ່ນັກວິເຄາະເບິ່ງວ່າ ນີ້ແມ່ນຍຸດທະສາດການໃຊ້ “ຄ້ອນປອນ” ທາງການຄ້າ ເພື່ອບັງຄັບໃຫ້ຄູ່ຄ້າຢູ່ພາຍໃຕ້ຂອບພາສີ 10% ທີ່ສະຫະລັດຕ້ອງການ.
#LaoXperts #ຂ່າວເສດຖະກິດ #ການຄ້າໂລກ #ສະຫະລັດ #ເກັບພາສີ #TrumpTariffs #TradeWar #ເສດຖະກິດໂລກ


