ລັດຖະບານ ກຽມຄຸ້ມຄອງສັງຄົມ ຊ່ວຍເຫຼືອປະຊາຊົນທີ່ສ່ຽງຕໍ່ໄພນ້ຳຖ້ວມ ຢູ່ແຂວງສາລະວັນ

ແຂວງສາລະວັນ

ວັນທີ 19 ສິງຫາ 2022 ນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ພ້ອມຄະນະລົງເຄື່ອນໄຫວຊຸກຍູ້-ຊີ້ນຳວຽກງານຢູ່ ແຂວງສາລະວັນ ແລະ ໄດ້ພົບປະໂອ້ລົມການນຳ, ພະນັກງານຫຼັກແຫຼ່ງຂອງແຂວງ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ, ມີບັນດາການນຳຂອງແຂວງ, ຫົວໜ້າ-ຮອງພະແນກການ, ກົມກອງ, ເຈົ້າເມືອງ, ຮອງເຈົ້າເມືອງ 8 ຕົວເມືອງ ແລະ ພະນັກງານການນຳຫຼັກແຫຼ່ງອ້ອມຂ້າງແຂວງ ແລະ ເມືອງ ໃນທຸກຂົງເຂດວຽກງານ ເຂົ້າຮ່ວມ.

ແຂວງສາລະວັນ

ທ່ານ ໂພໄຊ ໄຊຍະສອນ ກໍໄດ້ລາຍງານບາງຜົນສໍາເລັດ ການຈັດຕັ້ງປະຕິບັດວຽກງານຂອງແຂວງໃນປີ 2022 ໂດຍສະເພາະໄລຍະ 6 ເດືອນຕົ້ນປີ ເປັນຕົ້ນ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການເຕີບໂຕເສດຖະກິດຂອງແຂວງ, ວຽກງານວັດທະນະທຳ-ສັງຄົມ, ວຽກງານການພົວພັນຮ່ວມມືກັບຕ່າງປະເທດ ແລະ ລາຍງານສະພາບການຈັດຕັ້ງປະຕິບັດວຽກງານໃນແຕ່ລະຂົງເຂດວຽກງານ ພາຍໃຕ້ການຊີ້ນໍາຂອງອົງການປົກຄອງແຂວງ, ຂະບວນການກະກຽມສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ແລະ ການສຸມໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາເສດຖະກິດ-ການເງິນ, ການແກ້ໄຂບັນຫາຢາເສບຕິດ ແລະ ທິດທາງທີ່ຈະສືບຕໍ່ສຸມໃສ່ ໃນອີກ 6 ເດືອນທ້າຍປີ 2022. ພ້ອມນີ້, ທ່ານເຈົ້າແຂວງສາລະວັນ ກໍໄດ້ສະເໜີສິ່ງທີ່ເປັນບັນຫາທ້າທາຍຕໍ່ການພໍາພາ-ຊີ້ນໍາ ກໍຄື ການພັດທະນາເສດຖະກິດຂອງແຂວງ ບາງດ້ານຍັງມີຄວາມຊັກຊ້າ, ດ້ານການດຶງດູດການລົງທຶນ ຍັງບໍ່ທັນກວ້າງຂວາງ, ມີໜ້ອຍ, ການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຍັງບໍ່ສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ ແລະ ບາງເນື້ອໃນຈິດໃຈອັນມີຄວາມຈຳເປັນ, ສຳຄັນ ສະເໜີຂໍໃຫ້ລັດຖະບານ ຊ່ວຍຊຸກຍູ້, ແກ້ໄຂຫຼາຍດ້ານ ເປັນຕົ້ນແມ່ນ ບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງຕ່າງໆ ທີ່ສຳຄັນ ແລະ ມີຄວາມຈຳເປັນ ຕໍ່ກັບການຂົນສົ່ງ, ຜະລິດ, ການຈໍລະຈອນສິນຄ້າຂອງປະຊາຊົນ ແລະ ການກໍ່ສ້າງເສັ້ນທາງການເຊື່ອມຕໍ່ລະຫວ່າງແຂວງຕໍ່ແຂວງ, ຕ່າງປະເທດ, ຊ່ວຍຊຸກຍູ້ໂຄງການສຸກເສີນ ຟື້ນຟູຊົນລະປະທານຢູ່ພາຍໃນແຂວງ, ບັນດາໂຮງຈັກໂຮງງານ ທີ່ສູນກາງເປັນຜູ້ຄຸ້ມຄອງ ໃນການເສຍພັນທະອາກອນຕ່າງໆຕາມເງື່ອນໄຂຕົວຈິງ ແລະ ດ້ານວຽກງານໄພພິບັດ ທີ່ມີຄວາມຈໍາເປັນທີ່ຈະຕ້ອງແກ້ໄຂໃນການຊ່ວຍເຫຼືອປະຊາຊົນ ໂດຍສະເພາະເຂດທີ່ມີຄວາມສ່ຽງ ເຊັ່ນ: ອາຫານແຫ້ງ, ເຄື່ອງດື່ມ, ເຮືອທ້ອງແບນ ແລະ ອຸປະກອນຮັບໃຊ້ອື່ນໆທີ່ສຳຄັນ.

ແຂວງສາລະວັນ

ໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ໃຫ້ທິດຊີ້ນຳຫຼາຍບັນຫາ ໃນການນໍາພາ-ຊີ້ນຳ ແລະ ເຄື່ອນໄຫວວຽກງານແຕ່ລະຂົງເຂດໃນຕໍ່ໜ້າ ໂດຍເນັ້ນໃຫ້ໃຈໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ໃຫ້ເຂົ້າສູ່ລວງເລິກ ແລະ ກາຍເປັນວຽກງານຕົວຈິງ; ນຳພາປະຊາຊົນບັນດາເຜົ່າຜະລິດເປັນສິນຄ້າ ເພື່ອກ້າວໄປສູ່ການຫັນສັງຄົມບໍລິໂພກໃນປັດຈຸບັນໄປເປັນສັງຄົມຜູ້ຜະລິດໃນຕໍ່ໜ້າ; ສຸມໃສ່ສົ່ງເສີມການປູກ, ການລ້ຽງ ໃນທ້ອງຖິ່ນ ທີ່ມີທ່າແຮງໃຫ້ໄດ້ຫຼາຍ ຄຽງຄູ່ກັບການລົງກໍ່ສ້າງຮາກຖານເມືອງ, ເລັ່ງໃສ່ການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກ; ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ບັນລຸຕາມຄາດໝາຍ, ປະກອບສ່ວນສ້າງສະຖຽນລະພາບທາງດ້ານການເງິນ, ຄວບຄຸມໄພເງິນເຟີ້, ຕິດຕາມກວດກາລາຄາສິນຄ້າ, ຄຸ້ມຄອງລາຄານໍ້າມັນເຊື້ອໄຟ; ຍົກສູງປະສິດທິພາບໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ; ເພີ່ມທະວີເອົາໃຈໃສ່ ແລະ ຕິດຕາມຢ່າງໃກ້ຊິດຕໍ່ກັບໄພພິບັດ ທີ່ອາດຈະເກີດຂຶ້ນຕາມລະດູການ ເພື່ອຫຼີກເວັ້ນຜົນກະທົບ, ກະກຽມດ້ານອຸປະກອນ, ເຄື່ອງອຸປະໂພກ-ບໍລິໂພກທີ່ຈຳເປັນ ໃນການຊ່ວຍເຫຼືອປະຊາຊົນ ກໍຄື ສັງຄົມ ໃນເຂດທີ່ສ່ຽງຕໍ່ການເກີດໄພນ້ຳຖ້ວມ ໃຫ້ທ່ວງທັນ ແລະ ມີຜົນໄດ້ຮັບດີ.

ແຂວງສາລະວັນ

ຂໍ້ມູນຈາກ:

https://cutt.ly/dXWVvWi

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ