Billy ແມວຮີໂຣ້ ຊ່ວຍຊີວິດເຈົ້າຂອງດ້ວຍການໂດດຢຽບ ຈົນເຮັດໃຫ້ຕື່ນຫຼັງຈາກເຈົ້າຂອງມີອາການຫົວໃຈວາຍຂະນະນອນຫຼັບ

ແມວຮີໂຣ້

ແມວ ເອີ້ນໄດ້ວ່າເປັນສັດລ້ຽງທີ່ຂີ້ຄ້ານແລະບໍ່ຄ່ອຍຈະສົນໂລກ ເພາະນິດໄສທີ່ຍິ່ງແລະບໍ່ມັກໃຫ້ໃຜມາວຸ້ນວາຍ ເຮັດໃຫ້ບາງງຄັ້ງຄົນທີ່ລ້ຽງແມວຄືເຮົາກໍນ້ອຍໃຈຄືກັນ. ຢ່າງໃດກໍຕາມ ເຖິງວ່າບຸກຄະລິກຂອງແມວຈະເປັນແບບນັ້ນ ແຕ່ໃນສະຖານະການສຸກເສີນ ແມວກໍອາດຈະສາມາດຊ່ວຍຊີວິດເຮົາໄດ້ຄືກັນເດີ້.

ແມວຮີໂຣ້

ເຊັ່ນດຽວກັນກັບເລື່ອງລາວຂອງ Sam Felstead ຍິງອາຍຸ 42 ຈາກເມືອງ Stapleford ນະຄອນNottingham ຂອງປະເທດອັງກິດ ທີ່ເກີດອາການຫົວໃຈວາຍຂະນະນອນຫຼັບແຕ່ກໍໄດ້ Billy ແມວເພດຜູ້ ອາຍຸ 7 ປີທີ່ຕົນລ້ຽງໄວ້ຊ່ວຍເຫຼືອຕົນເອງໃຫ້ຫຼຸດພົ້ນຈາກຄວາມຕາຍໄວ້ໄດ້.

ໂດຍ Sam ເລົ່າວ່າ ໃນຂະນະທີ່ຕົນເອງກໍລັງນອນຫຼັບຄືກັນກັບທຸກໆ ຄືນ ແຕ່ແລ້ວໃນເວລາ 4:30 Sam ຕ້ອງສະເດີດຕື່ນຂຶ້ນມາເພາະໄດ້ຍິນສຽງ Billy ຮ້ອງຢູ່ຂ້າງຫູ ພ້ອມກັບໃຊ້ຕີນນ້ອຍໆ ຢຽບລົງເທິງໜ້າເອິກຂອງຕົນເອງ.

ແຕ່ເມື່ອ Sam ຕື່ນຂຶ້ນມາກໍຮູ້ສຶກວ່າຕົນຕົວເຄື່ອນເໜັງບໍ່ໄດ້ ແລະ ຮ່າງກາຍເຕັມໄປດ້ວຍເຫື່ອ ເຊິ່ງຕອນນັ້ນ Sam ຮູ້ສຶກຕົກໃຈ ຈຶ່ງໄດ້ຮ້ອງບອກ Karen (ແມ່ຂອງ Sam) ໃຫ້ມາຊ່ວຍເຫຼືອ ເຊິ່ງໃນເບື້ອງຕົ້ນນັ້ນ Karen ໄດ້ໂທໄປ 999 (ເບີໂທສຸກເສີນຂອງທາງອັງກິດ) ເພື່ອຂໍຄວາມຊ່ວຍເຫຼືອ ແຕ່ກໍໄດ້ຄໍາຕອບວ່າຕ້ອງຖ້າອີກ 2 ຊົ່ວໂມງລົດກູ້ໄພຈຶ່ງຈະມາຮອດ ເຊິ່ງນັ້ນເຮັດໃຫ້ທັງ 2 ແມ່ລູກຕັດສິນໃຈຂັບລົດໄປໂຮງໝໍທັນທີ.

ຫຼັງຈາກທີ່ມາຮອດໂຮງໝໍ ແລະ ໄດ້ຮັບການກວດສອບຢ່າງລະອຽດ ທ່ານໝໍກໍໄດ້ບອກວ່າ Sam ມີອາການຫົວໃຈວາຍຂະນະນອນຫຼັບ ເນື່ອງຈາກຫຼອດເລືອດແດງມີການອັດຕັນ. ຫຼັງຈາກນັ້ນ Sam ກໍໄດ້ພັກຟື້ນທີ່ໂຮງໝໍເປັນເວລາ 3 ມື້ ຈົນພົ້ນຂີດອັນຕະລາຍກ່ອນຈະກັບມາເຮືອນ.

ທັງນີ້ Sam ເຊື່ອວ່າ Billy ເປັນຄົນທີ່ຊ່ວຍເຫຼືອຊີວິດຕົນເອງເອົາໄວ້ ໂດຍ Sam ບອກວ່າ ປົກກະຕິແລ້ວ Billy ເປັນແມວທີ່ມີນິດໄສຂ້ອນຂ້າງມິດງຽບ ແລະ ບໍ່ເຄີຍມີພຶດຕິກໍາທີ່ປຸກຕົນເອງໃຫ້ຕື່ນນອນໃນຕອນກາງຄືນມາກ່ອນ.

ນອກຈາກນີ້ Sam ຍັງໄດ້ໃຫ້ສຳພາດເຖິງມື້ເກີດເຫດກັບສື່ວ່າ

“ທັນທີທີ່ຂ້້ອຍຕື່ນຂຶ້ນມາ ຮ່າງກາຍຂອງຂ້ອຍກໍເຕັມໄປດ້ວຍເຫື່ອ ແລະ ບໍ່ສາມາດເໜັງຕີງໄດ້ Billy ນອນຢູ່ເທິງໜັາເອິກຂ້ອຍ ແລະ ຮ້ອງ ແມວ ແມວ ແມວ ຂ້າງໆຫູ, ເຊິ່ງມັນບໍ່ແມ່ນເລື່ອງປົກກະຕິເລີຍ ເພາະ Billy ມີນິດໄສມັກນອນໝົດມື້ໝົດຄືນ ແຕ່ວ່າທ້າຍສຸດແລ້ວ Billy ກໍບໍ່ຖິ້ມຂ້ອຍ”

ພ້ອມນີ້ Sam ຍັງໄດ້ບອກເຖິງລັກສະນະນິດໄສຂອງ Billy ວ່າ ເປັນແມວທີ່ບໍ່ມັກສັງຄົມ ແລະມັກຢູ່ໂຕດຽວ ມາຕະຫຼອດ ເຖິງວ່າຈະຫິວກໍບໍ່ເຄີຍກວນ ຫຼືປຸກເຈົ້າເພື່ອຂໍອາຫານ.

“Billy ບໍ່ເຄີຍປຸກຂ້ອຍໃນຕອນເດິກມາກ່ອນ ແລະບໍ່ເຄີຍກວນຂ້ອຍຫຼືປຸກຂ້ອຍເພື່ອຂໍອາຫານ”

“ຂ້ອຍດີໃຈຫຼາຍທີ່ Billy ປຸກຂ້ອຍ ແລະໃຜຈະໄປຮູ້ ຖ້າຂ້ອຍບໍ່ຕື່ນຂຶ້ນມາເພາະ Billy ເລື່ອງລາວມັນອາດຈະໂຫດຮ້າຍກວ່ານີ້ກໍເປັນໄດ້” Sam ກ່າວ.

ອ່ານເລື່ອງລາວນີ້ແລ້ວ ບາງເທື່ອອາດເຮັດໃຫ້ໝູ່ເພື່ອນປ່ຽນມຸມມອງໃໝ່ກໍເປັນໄດ້ ເຖິງວ່າໃນບາງຄັ້ງແມວຂອງເຮົາອາດຈະບໍ່ສົນໃຈ ແຕ່ໃນສະຖານນະການສຸກເສີນມັນອາດຈະສາມາດຊ່ວຍເຫຼືອເຮົາຄືກັນກັບກໍລະນີຂອງ Billy ກໍເປັນໄດ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ