ໄຕ້ຫວັນເຜີຍ ກອງທັບຈີນຍັງຊ້ອມຮົບໃກ້ກັບເຂດແດນຂອງຕົນຢ່າງຕໍ່ເນື່ອງ ຫຼັງການມາຢາມຂອງຄະນະຜູ້ນຳສະຫະລັດອາເມຣິກາ

ໄຕ້ຫວັນ

ເບິ່ງຄືວ່າໃນຂະນະນີ້ ສະຖານະການລະຫວ່າງ ຈີນ ແລະ ໄຕ້ຫວັນແມ່ນຍັງທະວີຄວາມເຄັ່ງຕຶງຂຶ້ນເລື້ອຍໆ ເພາະເມື່ອວັນທີ 20 ສິງຫາ 2022 ທາງການໄຕ້ຫວັນເຜີຍວ່າ ກອງທັບຈີນແມ່ນຍັງມີການຊ້ອມຮົບໃກ້ກັບເກາະໄຕ້ຫວັນຢ່າງຕໍ່ເນື່ອງ ໂດຍກວດພົບເຮືອບິນຮົບຂອງຈີນ 17 ລໍາ ແລະ ເຮືອຮົບຈີນອີກ 5 ລໍາ ເຂົ້າໃກ້ເຂດນ້ຳ ແລະ ເຂດທ້ອງຟ້າຂອງ ໄຕ້ຫວັນ.

ໄຕ້ຫວັນ

ໂດຍທາງການຈີນປະກາດຊ້ອມຮົບອ້ອມຮອບເກາະໄຕ້ຫວັນ ກໍເພື່ອເປັນການຕອບໂຕ້ການຕັດສິນໃຈມາຢາມໄຕ້ຫວັນຂອງ ແນນຊີ ເພໂລຊີ ປະທານສະພາຂອງສະຫະລັັດອາເມຣິກາ ແລະ ຖືວ່າເປັນຜູ້ແທນລະດັບສູງຂອງສະຫະລັດອາເມຣິກາ ຄົນທໍາອິດໃນຮອບ 25 ປີ ທີ່ໄດ້ຕັດສິນໃຈມາທີ່ໄຕ້ຫວັນ. ນອກຈາກນີ້ ຍັງໄດ້ເຂົ້າພົບ ໄຊ່ ອິງເຫວິນ ປະທານາທິບໍດີຂອງໄຕ້ຫວັນຢ່າງເປັນທາງການ ເຊິ່ງນັ້ນເຮັດໃຫ້ຄວາມສຳພັນລະຫວ່າງ ສະຫະລັດອາເມຣິກາ – ຈີນ ອາດເຖິງຈຸດແຕກຫັກໄດ້.

ໄຕ້ຫວັນ

ນອກຈາກນີ້ແລ້ວ ໃນໄລຍະອາທິດທີ່ຜ່ານມາ ເອັດ ມາກີ້ ວຸດທິສະພາສະມາຊິກສະຫະລັດອາເມຣິກາ ກໍຍັງໄດ້ນໍາຄະນະຜູ້ແທນສະຫະລັດອາເມຣິກາເດີນທາງໄປທີ່ໄຕ້ຫວັນ ແລະເຂົ້າພົບ ໄຊ່ ອິງເຫວິນ ປະທານາທິບໍດີຂອງໄຕ້ຫວັນອີກຄັ້ງໜຶ່ງ ສົ່ງຜົນໃຫ້ກອງທັບຈີນ ແມ່ນຍັງສືບຕໍ່ເດີນໜ້າຊ້ອມຮົບກັນຢ່າງຕໍ່ເນື່ອງ ເພື່ອເປັນການນາບຂູ່ການກະທຳຂອງໄຕ້ຫວັນ ແລະສະແດງຈຸດຢືນບໍ່ເຫັນດີກັບສະຫະລັດອາເມຣິກາ ທີ່ມີຄວາມສຳພັນແໜ້ນແຟ້ນກັບໄຕ້ຫວັນ ເຊິ່ງອາດເປັນການລະເມີດຫຼັກການຈີນດຽວຂອງຈີນແຜ່ນດິນໃຫຍ່.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ