ແຮງງານຂຶ້ນທະບຽນ ເພື່ອໄປເຮັດວຽກຢູ່ເສດຖະກິດພິເສດສາມຫຼ່ຽມຄຳຈຳນວນ 1,267 ຄົນ


ຕາມການລາຍງານຈາກ ທ່ານ ອຸດອນ ມະນີບຸນ ຮອງຫົວຫນ້າກົມຄຸ້ມຄອງແຮງງານ, ຫົວໜ້າຄະນະຂຶ້ນທະບຽນ ແລະ ກວດສຸຂະພາບແຮງງານ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໃຫ້ຮູ້ວ່າ: ພາຍຫຼັງມີພິທີເປີດການຂຶ້ນທະບຽນ ແລະ ກວດສຸຂະພາບແຮງງານ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ຢ່າງເປັນທາງການ ໃນວັນທີ 1 ສິງຫາ 2022, ໜ່ວຍງານຂຶ້ນທະບຽນກໍໄດ້ເຮັດວຽກຮ່ວມກັບ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແລະ ສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ເພື່ອປຶກສາຫາລື ແລະ ວາງແຜນການເຄື່ອນໄຫວວຽກງານຕົວຈິງ ໂດຍກໍານົດໃຫ້ເລີ່ມຈາກການຂຶ້ນທະບຽນໃຫ້ແກ່ແຮງງານລາວກ່ອນ, ຈາກນັ້ນ ຈຶ່ງຂຶ້ນທະບຽນແຮງງານຈີນ, ມຽນມາ ແລະ ສັນຊາດອື່ນຕາມລໍາດັບ ແລະ ມາຮອດ ວັນທີ 18 ສິງຫາ ສາມາດຂຶ້ນທະບຽນແຮງງານລາວໄດ້ 1,267 ຄົນ.

ທ່ານ ອຸດອນ ມະນີບຸນ ໄດ້ໃຫ້ຮູ້ອີກວ່າ: ຈາກການຈັດຕັ້ງການຂຶ້ນທະບຽນ ແລະ ກວດສຸຂະພາບແຮງງານ ໄລຍະສອງອາທິດຜ່ານມາ ເຫັນວ່າມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ທີ່ຕ້ອງໄດ້ພົບບັນຫາທີ່ພ້ອມກັນຈະໄດ້ສືບຕໍ່ແກ້ໄຂ ເປັນຕົ້ນແມ່ນ ຂະຫຍາຍເວລາຂອງໜວ່ຍງານຂຶ້ນທະບຽນເພີ່ມອີກ, ເຂົ້າວຽກ-ເລີກວຽກ ພ້ອມກັນ, ເຮັດວຽກວັນຈັນ-ເສົາ, ພັກວັນອາທິດ, ເລີ່ມເຮັດວຽກເວລາ 8:00-17:00 ໂມງ, ກໍລະນີມື້ໃດຫາກມີຜູ້ອອກແຮງງານມາຫຼາຍ; ເພີ່ມປ່ອງບໍລິການ ຈາກ 2 ປ່ອງ ເປັນ 4 ປ່ອງ ເພື່ອໃຫ້ອໍານວຍຄວາມສະດວກໃຫ້ແກ່ຜູ້ມາຂຶ້ນທະບຽນໃຫ້ໄວ, ໃຫ້ສາມາດຂຶ້ນທະບຽນແຮງງານໃຫ້ໄດ້ຢ່າງໜ້ອຍປະມານ 400-500 ຄົນ/ມື້; ການຈັດເກັບຄ່າບໍລິການ ແມ່ນໄດ້ເອກະພາບກັນເກັບຄ່າຂຶ້ນທະບຽນແຮງງານ 150,000 ກີບຕໍ່ຄົນ ຫຼື 70 ຢວນຕໍ່ຄົນ, (ສ່ວນຜູ້ອອກແຮງງານລາວແມ່ນເກັບເຄິ່ງຄ່າຄື 75,000 ກີບຕໍ່ຄົນ ຫຼື 35 ຢວນຕໍ່ຄົນ) ແລະ ຄ່າບໍລິການກວດສຸຂະພາບປະຈໍາປີແມ່ນ 250,000 ກີບຕໍ່ຄົນ ຫຼື 130 ຢວນຕໍ່ຄົນ.

ໂອກາດນີ້, ຄະນະໜວ່ຍງານການຂຶ້ນທະບຽນ ແລະ ກວດສຸຂະພາບແຮງງານ ຍັງໄດ້ຮຽກຮ້ອງ ໃຫ້ບັນດາຫົວໜ່ວຍແຮງງານ, ຜູ້ປະກອບການໃຫ້ຄວາມຮ່ວມມືຢ່າງເຕັມສ່ວນໃນການລະດົມເອົາຜູ້ອອກແຮງງານ ຢູ່ແຕ່ລະຫົວໜ່ວຍແຮງງານໃນແຕ່ລະຕຶກອອກມາຂຶ້ນທະບຽນໃຫ້ທັນຕາມແຜນທີ່ໄດ້ກຳນົດໄວ້.

ຂໍ້ມູນຈາກ: https://cutt.ly/lXWKROJ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ