ແມ່ຍິງຈາກທົ່ວໂລກ  ຮ່ວມໃຈກັນອອກມາອັດຄລິບເຕັ້ນລົງໂຊຊຽວ ເພື່ອສະໜັບສະໜູນນາຍົກ ຊານນາ ມາຣິນ ທີ່ເຕັ້ນໃນງານສັງສັນຈົນຖືກວິຈານ

ແມ່ຍິງ

ຈາກກໍລະນີກ່ອນໜ້ານີ້ ທີ່ມີຄລິບເຕັ້ນໃນງານສັງສັນຂອງນາຍົກລັດຖະມົນຕີຟິນແລນ ຊານນາ ມາຣິນ ກັບໝູ່ເພື່ອນ ຖືກເຜີຍແຜ່ອອກມາໃນໂລກໂຊຊຽວເຊິ່ງນັ້ນເຮັດໃຫ້ເກີດກະແສວິພາກວິຈານເຖິງການກະທຳ, ການວາງຕົວທີ່ບໍ່ເໝາະສົມຂອງນາຍົກ ແລະ ຖືກກ່າວຫາວ່າໃຊ້ສານເສບຕິດ.

ທ່າມກາງກະແສສຽງວິພາກວິຈານ ໃນອີກດ້ານໜຶ່ງກໍໄດ້ມີແມ່ຍິງທັງໃນປະເທດຟິນແລນ ແລະ ທົ່ວໂລກໄດ້ຮ່ວມໃຈກັນອອກມາໂພສຄລິບວິດີໂອການເຕັ້ນທັງຢູ່ໃນເຮືອນ ແລະ ງານສັງສັນ ພ້ອມກັບຕິດ #SannaMarin #solidaritywithsanna #istandwithsanna ເພື່ອສະແດງຈຸດຢືນສະໜັບສະໜູນ “ສິດທິງານລ້ຽງສັງສັນ” ຂອງ ຊານນາ ມາຣິນ ນາຍົກລັດຖະມົນຕີຟິນແລນອາຍຸ 36 ປີ ຫຼັງຈາກທີ່ກໍາລັງຕົກເປັນກະແສວິພາກວິຈານຢ່າງໜັກວ່າ ມີພຶດຕິກໍາທີ່ບໍ່ເໝາະສົມໃນຖານະນາຍົກລັດຖະມົນຕີ ເນື່ອງຈາກມີຄົນລັກປ່ອຍວິດີໂອທີ່ສະແດງໃຫ້ເຫັນວ່າຊານນາກໍາລັງເຕັ້ນຢ່າງມ່ວນຊື່ນກັບໝູ່ເພື່ອນ ໃນສະຖານທີ່ສ່ວນຕົວ ເຮັດໃຫ້ສັງຄົມຕັ້ງຂໍ້ສົງໄສວ່າ ຊານນາ ອາດມີການໃຊ້ສານເສບຕິດ ແລະ ການວາງຕົວບໍ່ເໝາະສົມ.

ແມ່ຍິງ
ແມ່ຍິງ

ໃນສ່ວນຂອງຜູ້ທີ່ໂພສວິດີໂອສະໜັບສະໜູນ ຊານນາ ມາຣິນ ໄດ້ກ່າວວ່າ:

  • ຂ້ອຍສົງໄສວ່າ? ການທີ່ ຊານນາ ອອກໄປເຕັ້ນ ໃນຂະນະທີ່ລາວດໍາລົງຕໍາແໜ່ງຜູ້ນໍາ ມັນມີບັນຫາຫຍັງ ? ລາວລົບກວນເຈົ້າຫຼາຍຫວາ?
  • ຂ້ອຍບອກໄດ້ເລີຍວ່າ ຜູ້ຍິງທົ່ວໂລກຕ້ອງໂພສວິດີໂອຂອງຕົນເອງທີ່ກໍາລັງເຕັ້ນຢູ່ ແລະ ກິນລ້ຽງສັງສັນກັບໝູ່ເພືື່ອນ ເພື່ອໃຫ້ຮູ້ວ່າການເຕັ້ນໃນງານລ້ຽງບໍ່ແມ່ນເລື່ອງທີ່ຜິດ
  • ພວກທີ່ອອກມາວິພາກວິຈານ ຊານນາ ແມ່ນມີແຕ່ພວກແນວຄິດເກົ່າແກ່ຫຼ້າຫຼັງ ທີ່ແສງສະຫວ່າງຂອງແດດສ່ອງບໍ່ເຖິງ
  • ບາງຄົນກໍວ່າ ມັນເປັນເລື່ອງບໍ່ຜິດເລີຍ ທີ່ ຊານນາ ຈະເຕັ້ນກັບໝູ່ເພື່ອນ ເພາະມັນເປັນເວລານອກລັດຖະການ ແລະ ຊານນາ ກໍຄືກັບມະນຸດທົ່ວໄປ ທີ່ຫຼັງຈາກສຳເລັດໜ້າທີ່ກໍຢາກຈະມ່ວນຊື່ນກັບຕົນເອງ ແລະ ໝູ່ເພື່ອນ.
ແມ່ຍິງ

ທັງນີ້ ຊານນາ ຍອມຮັບວ່າຕົນເອງດື່ມແອລກໍຮໍແທ້ ແຕ່ປະຕິເສດເລື່ອງໃຊ້ຢາເສບຕິດ ພ້ອມກ່າວວ່າ “ຂ້ອຍບໍ່ເຫັນໃຜຈັກຄົນບ່ອນນັ້ນ (ງານລ້ຽງສັງສັນ) ໃຊ້ຢາເລີຍ ແລະ ສິ່ງທີ່ຂ້ອຍເຮັດກໍຖືກກົດໝາຍ ບໍ່ວ່າຈະເປັນການເຕັ້ນ, ຮ້ອງເພງ, ມ່ວນຊື່ນໃນງານລ້ຽງ ຫຼື ກອດກັນກັບໝູ່ເພື່ອນ”.

ແລະ ຊານນາ ຍັງຢືນຢັນວ່າຕົນເອງບໍ່ຈໍາເປັນຕ້ອງປິດບັງຫຍັງ ແລະ ຍັງຈະເປັນຄົນເກົ່າຢ່າງທີ່ເຄີຍເປັນມາຕະຫຼອດ “ຂ້ອຍເປັນຄົນເດີມຢ່າງທີ່ເຄີຍເປັນຈົນມາຮອດຕອນນີ້ ແລະ ໃນເວລາວ່າງຂ້ອຍກໍໃຊ້ມັນເພື່ອໝູ່ຂອງຂ້ອຍ ແລະ ຂ້ອຍໝັ້ນໃຈວ່ານີ້ເປັນສິ່ງດຽວທີ່ຄົນອາຍຸເທົ່າໆກັນກັບຂ້ອຍເຮັດ”.

ແມ່ຍິງ

ຢ່າງໃດກໍຕາມ ເມື່ອວັັັນທີ 19 ສິງຫາ ທີ່ຜ່ານມາ ເພື່ອຢືນຢັນຄວາມບໍລິສຸດໃຈ ຊານນາ ມາຣິນ ໄດ້ຖະແຫຼງການກັບສື່ມວນຊົນວ່າຕົນເອງໄດ້ກວດຮ່າງກາຍຫາສານເສບຕິດແລ້ວ ແລະ ຜົນກໍໜ້າຈະອອກມາພາຍໃນອາທິດນີ້ ແລະ ກ່າວວ່າຕົນເອງກໍເສຍໃຈທີ່ຄລິບດັ່ງກ່າວຫຼຸດອອກໄປ ເພາະເຖິງແມ່ນວ່າ ຕົນເອງຈະຮູ້ວ່າຖືກຖ່າຍວິດີໂອຢູ່ ແລະ ຍິນຍອມໃຫ້ຖ່າຍ ແຕ່ມັນກໍຄວນເປັນຄລິບວິດີໂອສ່ວນຕົວເທົ່ານັ້ນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ