ຄືນນີ້! Manchester United ລະວັງຖືກປັບເສຍ ຖ້າຫາກເລື່ອນການແຂ່ງຂັນກັບ Liverpool


ຄືນນີ້ ເວລາ 02:00 ພົບກັນກັບນັດແດງເດືອດ ທີ່ແຟນບານທຸກຄົນລໍຄອຍ. Jurgen Norbert Klopp ຜູ້ຈັດການທີມຫົງແດງ ໄດ້ອອກມາກ່າວວ່າ “ຖ້າແດງເດືອດໃນຄ່ຳຄືນນີ້ຕ້ອງຖືກເລື່ອນເພາະການປະທ້ວງຂອງແຟນບານ, Liverpool ກໍຄວນໄດ້ຮັບ 3 ແຕ້ມ ເພາະບໍ່ມີສ່ວນກ່ຽວຂ້ອງກັບຄວາມວຸ້ນວາຍຂອງທາງທີມເຈົ້າບ້ານ (ແມນຢູ)”.

ເຫດການປະທ້ວງຈາກທີມບານແມນຢູ ເຄີຍເກີດຂຶ້ນແລ້ວ ເມື່ອລະດູການທີ່ຜ່ານມາ (ວັນທີ 2 ພຶດສະພາ 2021) ໂດຍຄັ້ງນັ້ນເປັນການປະທ້ວງ ຈາກແຟນບານທີ່ບໍ່ພໍໃຈທີ່ເຈົ້າຂອງທີມແມນຢູ ໄປມີສ່ວນກ່ຽວຂ້ອງໃນການຈັດຕັ້ງ ຢູໂຣປ້ຽນ ຊຸບເປີ້ລີກ  ການປະທ້ວງບານປາຍເຖິງຂັ້ນມີແຟນບານແມນຢູ ບຸກເຂົ້າໄປໃນສະໜາມ ແລະ ​ຜິດຖຽງກັບເຈົ້າໜ້າທີ່ ເຮັດໃຫ້ຕ້ອງເລື່ອນການແຂ່ງຂັນເປັນອາທິດຕໍ່ໄປ.

ກ່ອນເກມການແຂ່ງຂັນກັບລິເວີ້ພູລ ໃນເສິກແດງເດືອດນັດທຳອິດຂອງລະດູການ 2022-2023 ແຟນບານແມນຢູ ກໍໄດ້ນັດລວມຕົວກັນປະທ້ວງອີກຄັ້ງ ເພາະຄວາມບໍ່ພໍໃຈໃນເລື່ອງຜົນງານລວມຂອງທີມແມນຢູ ແລະ ການເສີມທັບນັກເຕະ. ຜູ້ຈັດການທີມລິເວີ້ພູລ ຫວັງວ່າມັນຈະບໍ່ມີສິ່ງນີ້ຂຶ້ນອີກ ຫຼື ຖ້າເກີດຂຶ້ນ ກໍຄວນໃຫ້ Liverpool ໄດ້ຮັບຄະແນນໄປ 3​ແຕ້ມ.

Man U

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ