ປີ 2022 ພົບເຫັນພະນັກງານສໍ້ລາດບັງຫຼວງ 19 ຄະດີ ລວມມູນຄ່າເສຍຫາຍ 95,61 ຕື້ກວ່າກີບ

ປີ-2022-ພົບເຫັນພະນັກງານສໍ້ລາດບັງຫຼວງ

ກອງປະຊຸມສະຫຼຸບວຽກງານກວດກາທົ່ວປະເທດ ປະຈໍາປີ 2022 ໄດ້ເປີດຂຶ້ນໃນວັນທີ 23 ກຸມພານີ້ ທີ່ສະໂມສອນຄະນະກວດກາສູນກາງພັກ ພາຍໃຕ້ການເປັນປະທານຂອງສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີບັນດາສະຫາຍຮອງປະທານຄະນະກວດກາສູນກາງພັກ, ຫົວໜ້າກົມກວດກາກະຊວງ-ອົງການ, ປະທານ-ຮອງປະທານກວດກາແຂວງ ພ້ອມດ້ວຍບັນດາແຂກຖືກເຊີນເຂົ້າຮ່ວມ.

ໃນພິທີ ສະຫາຍສີໄນ ມຽງລາວັນ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ສະເໜີຮ່າງບົດສະຫຼຸບ-ຕີລາຄາການເຄື່ອນໄຫວວຽກງານກວດກາປະຈໍາປີ 2022 ແລະ ທິດທາງແຜນການເຄື່ອນໄຫວໃນປີ 2023 ໄລຍະຜ່ານມາມີຜົນສໍາເລັດຫຼາຍດ້ານເປັນຕົ້ນ: ຄະນະພັກ, ຄະນະກວດກາແຕ່ລະຂັ້ນ ສ່ວນຫຼາຍຍັງຮັກສາໄດ້ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ມີແບບແຜນນຳພາ, ວີທີເຮັດວຽກ ແລະ ແບບແຜນດຳລົງຊີວິດທີ່ດີ, ໄດ້ຢຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ປະຕິບັດຢ່າງເຂັ້ມງວດ ມີການປະສານສົມທົບກັບຄະນະພັກຂັ້ນຕ່າງໆ ເພື່ອຊຸກຍູ້, ຕິດຕາມ, ກວດກາ ປະເມີນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ 5.778 ໜ່ວຍພັກ, ກາງ 1.473 ໜ່ວຍພັກ, ອ່ອນ 18 ໜ່ວຍພັກ ແລະ ບໍ່ໄດ້ຈັດປະເພດ 4.897 ໜ່ວຍພັກ; ໄດ້ລົງຊຸກຍູ້, ຕິດຕາມ ສະພາບການເຄື່ອນໄຫວ ຂອງອົງການກວດກາລັດ ຢູ່ກະຊວງ-ອົງການ ແລະ ທ້ອງຖິ່ນ ຈໍານວນໜຶ່ງ.

ຜ່ານການເຄື່ອນໄຫວຊຸກຍູ້-ຕິດຕາມ ສາມາດຕີລາຄາ ການຈັດຕັ້ງປະຕິບັດ ພາລະບົດບາດ, ສິດ ແລະ ໜ້າທີ່ໃນການຕິດຕາມ, ກວດກາ ແລະ ຊຸກຍູ້ ຂອງບັນດາຂະແໜງການອ້ອມຂ້າງແຂວງ ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ, ການຕິດຕາມ, ຊຸກຍູ້ ແລະ ແກ້ໄຂຕາມຜົນການກວດສອບ ຂອງບາງຂະແໜງການຍັງເຮັດບໍ່ທັນເປັນປົກກະຕິ, ຄວາມຮັບຜິດຊອບ, ຄວາມເປັນເຈົ້າການບໍ່ທັນສູງ, ຊັກຊ້າແກ່ຍາວເວລາ. ໄດ້ລົງກວດກາ ໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ ຈໍານວນ 18 ໂຄງການ ຜ່ານການກວດກາພົບເຫັນການຈັດຕັ້ງປະຕິບັດໂຄງການ ຈໍານວນໜຶ່ງ ຍັງບໍ່ປະຕິບັດຄົບຖ້ວນຕາມກົດໝາຍ ແລະ ລະບຽບການທີ່ກໍານົດໄວ້, ໄດ້ດໍາເນີນກວດກາ ຕາມຄໍາສັ່ງ ໄດ້ທັງໝົດ 12 ເປົ້າໝາຍ, ກວດກາສໍາເລັດແລ້ວ 5ເປົ້າໝາຍ ຄື: ສໍາເລັດການກວດກາທະນາຄານພັດທະນາລາວ ແລະ ທະນາຄານນະໂຍບາຍສໍານັກງານໃຫຍ່, ກວດກາການຄຸ້ມຄອງການລົງທຶນ ແລະ ການນໍາໃຊ້ງົບປະມານ ຂອງກະຊວງປ້ອງກັນຄວາມສະຫງົບ, ກວດກາຄວາມຮັບຜິດຊອບຂອງພະນັກງານ ກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ກ່ຽວກັບການຫັນທີ່ດິນລັດຊໍາລະໂຄງການກໍ່ສ້າງຕຶກອາຄານຂອງກະຊວງ, ການກວດກາຄວາມຮັບຜິດຊອບຂອງບຸກຄົນໃນການຈັດຕັ້ງປະຕິບັດໂຄງການຊົນລະປະທານຝົນຝອຍໄລຍະ 2 ທີ່ລັດຖະບານປະເທດອອສເຕຣຍ ໃຫ້ການກູ້ຢືມໃນຮູບແບບດອກເບ້ຍຜ່ອນຜັນ ແລະ ກວດກາການຊໍາລະໃຫ້ໂຄງການກໍ່ສ້າງຂົວເບເລ່ຢູ່ບ້ານພູວຽງ ເມືອງພູກູດ ແຂວງຊຽງຂວາງ. ນອກນັ້ນ ຍັງໄດ້ກວດກາໂຄງການລົງທຶນຂອງລັດທີ່ມີມູນຄ່າ 10 ຕື້ກີບຂຶ້ນໄປມີ 416 ໂຄງການ. ໃນນີ້ໄດ້ກວດກາສໍາເລັດ 280 ໂຄງການ, ຍັງບໍ່ທັນກວດກາ 136 ໂຄງການ ແລະ ໂຄງການທີ່ມີມູນຄ່າ 10 ຕື້ກີບລົງມາມີ 2.850 ໂຄງການ, ໃນນີ້ໄດ້ກວດກາສໍາເລັດ 616 ໂຄງການ ແລະ ຍັງບໍ່ທັນໄດ້ກວດກາ 2.234 ໂຄງການ.

ປີ-2022-ພົບເຫັນພະນັກງານສໍ້ລາດບັງຫຼວງ

ຜ່ານການກວດກາເຫັນມູນຄ່າທີ່ຄິດໄລ່ບໍ່ຖືກລະບຽບ ເປັນຕົ້ນ: ໜ້າວຽກບໍ່ໄດ້ຈັດຕັ້ງປະຕິບັດ, ຊໍາລະເກີນໜ້າວຽກປະຕິບັດໄດ້ຕົວຈິງ ເຊິ່ງຕ້ອງເກັບກູ້ຄືນ, ລວມທັງພັນທະອາກອນທີ່ຍັງຄ້າງມອບໃຫ້ລັດ ຈໍານວນ 2.012,55 ຕື້ກີບ ແລະ 750.801,94 ໂດລາ. ພ້ອມນັ້ນໄດ້ເອົາໃຈໃສ່ ກວດກາຕາມມະຕິສະພາແຫ່ງຊາດ ສະບັບເລກທີ 14/ສພຊ, 24/ສພຊ ແລະ ຕາມການສະໜອງຂໍ້ມູນ ຂອງອົງການກວດສອບແຫ່ງລັດສະໜອງໃຫ້ໃນປີ 2019-2020 (ທີ່ຍັງຄ້າງ) ຄື:

1. ການໃຫ້ເຊົ່າ-ສຳປະທານທີ່ດິນຂອງລັດ ຈໍານວນ 30 ໂຄງການ ເນື້ອທີ່ 318,89 ເຮັກຕາ ຢູ່ແຂວງຜົ້ງສາລີ, ຫຼວງພະບາງ ແລະ ບໍລິຄໍາໄຊ.

2. ເກັບກູ້ໜີ້ຕ້ອງຮັບທີ່ຄ້າງມອບ ຂອງຫົວໜ່ວຍງົບປະມານໃນ 9 ກະຊວງ, ມູນຄ່າທັງໝົດ 1.173,39 ຕື້ກີບ.

3.ກວດກາ 9 ຫົວໜ່ວຍທຸລະກິດ ທີ່ກູ້ຢືມເງິນຈາກກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອເກັບຊື້ເຂົ້າແຮແຊກແຊງລາຄາເຂົ້າ ແລະ ດັດສົມຕະຫຼາດ ທີ່ຍັງຄ້າງຊຳລະຕົ້ນທຶນ ແລະ ດອກເບ້ຍ 124,24 ຕື້ກີບ ແມ່ນຢູ່ຂັ້ນຕອນການດຳເນີນການກວດກາຍັງບໍ່ທັນສຳເລັດ.

4.ການແກ້ໄຂຜົນການກວດກາຢູ່ 5 ກົມຂອງກະຊວງການເງິນ, ອົງການກວດກາແຫ່ງລັດໄດ້ມອບໃຫ້ກະຊວງການເງິນ ເປັນຜູ້ດຳເນີນການແກ້ໄຂຜົນການກວດກາ ແຕ່ຮອດປັດຈຸບັນຍັງບໍ່ມີຄວາມຄືບໜ້າ.

5.ໂຄງການລົງທຶນຂອງລັດ ທີ່ບໍ່ຜ່ານການປະເມີນ, ໂຄງການຈ່າຍນອກແຜນງົບປະມານ, ໂຄງການບໍ່ຜ່ານການປະມູນ, ໂຄງການບໍ່ໄດ້ຄໍ້າປະກັນສັນຍາ-ໂຄງການ ແລະ ໂຄງການນອກແຜນ ທັງໝົດຈໍານວນ 160 ໂຄງການໃນນີ້ກວດກາສໍາເລັດແລ້ວ 85 ໂຄງການ ແລະ ຍັງຄ້າງກວດກາ 75 ໂຄງການ.

ຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາແຕ່ລະຂັ້ນ ໄດ້ຖືວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ເປັນວຽກໜຶ່ງທີ່ສຳຄັນ ແລະ ໄດ້ເອົາໃຈໃສ່ຍົກລະດັບວຽກງານສຶກສາອົບຮົມ, ໄດ້ດໍາເນີນການສືບສວນ-ສອບສວນ ຄະດີທີ່ກ່ຽວຂ້ອງກັບການສໍ້ລາດບັງຫຼວງໃນຂອບເຂດທົ່ວປະເທດ 19 ລາຍຄະດີ, ເປົ້າໝາຍພົວພັນທັງໝົດ 187 ຄົນ, ໃນນີ້ ພະນັກງານລັດ 134 ຄົນ, ພະນັກງານລັດວິສາຫະກິດ 33 ຄົນ, ພະນັກງານບໍລິສັດ 16 ຄົນ ແລະ ປະຊາຊົນ 04 ຄົນ, ໃນເປົ້າໝາຍພົວພັນທັງໝົດ ແກ້ໄຂທາງດ້ານບໍລິຫານທັງໝົດ 169 ຄົນ ແລະ ດຳເນີນຄະດີ 18 ຄົນໃນການດຳເນີນຄະດີໄດ້ສະຫຼຸບຄະດີສົ່ງໃຫ້ໄອຍະການ 11 ຄົນ ໃນນີ້ ພະນັກງານລັດ 7 ຄົນ, ພະນັກງານລັດວິສາຫະກິດ 2 ຄົນ, ພະນັກງານບໍລິສັດ 1 ຄົນ ແລະ ປະຊາຊົນ 1 ຄົນ; ສານຕັດສິນແລ້ວ 2 ຄົນ; ພົບເຫັນຜົນເສຍຫາຍທັງໝົດ 95,61 ຕື້ກວ່າກີບ, 65,85 ລ້ານກວ່າບາດ, 100.000 ໂດລາ; ໃນເບື້ອງຕົ້ນສາມາດເກັບກູ້ຄືນໄດ້ 9,56 ຕື້ກວ່າກີບ, 4,63 ລ້ານກວ່າບາດ. ນອກນີ້ກອງປະຊຸມຍັງໄດ້ເຜີຍແຜ່ ຄໍາສັ່ງແນະນໍາ ເລກທີ 169/ຄລສພ ຂອງຄະນະເລຂາທິການສູນກາງພັກ ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຜົນກວດກາ ແລະ ເຜີຍແຜ່ແນະນໍາບາງບັນຫາໃນຄໍາສັ່ງ ເລກທີ 268/ຄລສພ ກ່ຽວກັບການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານແຕ່ລະຂັ້ນ ແລະ ປະກອບຄໍາເຫັນໃສ່ເອກະສານສໍາຄັນ ກ່ຽວກັບວຽກງານກວດກາຈໍານວນໜຶ່ງ. ຫຼັງຈາກນັ້ນ ຜູ້ແທນກອງປະຊຸມແຕ່ລະພາກສ່ວນກໍໄດ້ຜັດປ່ຽນກັນຂຶ້ນປະກອບຄຳເຫັນຕໍ່ດ້ານທີ່ຕັ້ງໜ້າ, ດ້ານອ່ອນຂໍ້ຄົງຄ້າງວິທີແກ້ໄຂໃນຕໍ່ໜ້າ ໃນການເຄື່ອນໄຫວວຽກງານກວດກາສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃນໄລຍະຜ່ານມາ.

ປີ-2022-ພົບເຫັນພະນັກງານສໍ້ລາດບັງຫຼວງ

ຂອບໃຈຂໍ້ມູນຈາກ:

https://bit.ly/3kiCKRc

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/