ປູຕິນເຜີຍ ຄວາມສຳພັນ ຣັດເຊຍ-ຈີນ ຍັງແໜ້ນແຟ້ນ ແລະ ພ້ອມບັນລຸເປົ້າໝາຍຫຼາຍຢ່າງຮ່ວມກັນ

ປູຕິນເຜີຍ

ທ່າມກາງຄວາມຂັດແຍ້ງ, ການຂວໍ້າບາດ ແລະ ກີດກັນຣັດເຊຍຂອງບັນດາຊາດຕາເວັນຕົກ ແລະ ປະເທດພັນທະມິດ ທີ່ເບິ່ງຄືນັບມື້ນັບທະວີຄວາມເຄັ່ງຕຶງຂຶ້ນ. ແຕ່ໃນໂລກອີກຝັ່ງໜຶ່ງກໍຄື ສປ ຈີນ ອີກໜຶ່ງປະເທດທີ່ມີບົດບາດ ແລະ ອິດທິພົນເປັນອັນດັບຕົ້ນໆຂອງໂລກ ຈະບໍ່ມີບັນຫາຫຍັງກັບຣັດເຊຍເລີຍ.

ຫຼ້າສຸດ ຜູ້ນຳ ຣັດເຊຍ ວະລາດິເມຍ ປູຕິນ ໄດ້ອອກມາເປີດເຜີຍ ຫຼັງໄດ້ພົບກັບ ວັງຢີ້ ກຳມະການກົມການເມືອງ ຫົວໜ້າຫ້ອງວ່າການຄະນະກຳມະການວຽກງານການຕ່າງປະເທດຂອງສູນກາງພັກຄອມມູນິດຈີນ ວ່າຄວາມສຳພັນ ຣັດເຊຍ-ຈີນ ຍັງແໜ້ນແຟ້ນ ແລະ ພ້ອມຍົກລະດັບການຮ່ວມມືຂອງທັງສອງປະເທດຂຶ້ນໄປອີກລະດັບໜຶ່ງ.

ໂດຍ ປູຕິນກ່າວວ່າ ປັດຈຸບັນ, ສາຍພົວພັນຣັດເຊຍ-ຈີນ ພວມເດີນໄປຕາມເປົ້າໝາຍທີ່ວາງໄວ້, ສອງຝ່າຍເພີ່ມທະວີຄວາມສາມັກຄີ ແລະ ການປະສານສົມທົບໃນວຽກງານສາກົນ ແມ່ນມີຄວາມໝາຍສຳຄັນຕໍ່ການຊຸກຍູ້ໃຫ້ສາຍພົວພັນສາກົນມີ ປະຊາທິປະໄຕ, ໂຄງປະກອບສາກົນມີຄວາມດຸນດ່ຽງ ແລະ ໝັ້ນທ່ຽງ.

ໃນຂະນະດຽວກັນ ທາງດ້ານຂອງ ວັງຢີ້ກໍເຜີຍວ່າ ຈີນ ພ້ອມຮ່ວມມືກັບ ຣັດເຊຍ ເຖິງແມ່ນວ່າທັງສອງປະເທດຈະພົບກັບວິກິດການ ແລະ ຄວາມວຸ້ນວາຍຕ່າງໆ ແຕ່ວິກິດເຫຼົ່ານັ້ນກໍສາມາດພິກເປັນໂອກາດໄດ້ເຊັ່ນກັນ.

ເຊິ່ງ ວັງຢີ້ ລະບຸວ່າ: ສະພາບການສາກົນໃນປັດຈຸບັນມີຄວາມສັບສົນ ແລະ ວຸ້ນວາຍ, ແຕ່ສາຍພົວພັນຈີນ-ຣັດເຊຍຜ່ານການທົດສອບຈາກການປ່ຽນແປງຂອງສະພາບການສາກົນ, ແມ່ນມີຄວາມເຂັ້ມແຂງໜຽວແໜ້ນ ແລະ ມີຄວາມໝັ້ນທ່ຽງຢູ່ສະເໝີ ເຖິງແມ່ນວ່າວິກິດການ ແລະ ສະພາບຄວາມວຸ້ນວາຍໄດ້ປາກົດຂຶ້ນເລື້ອຍໆກໍຕາມ, ແຕ່ສິ່ງທ້າທາຍ ແລະ ໂອກາດຕ່າງໆນັ້ນແມ່ນມັກຢູ່ຮ່ວມກັນ. ສາຍພົວພັນຄູ່ຮ່ວມປະສານງານຍຸດທະສາດຮອບດ້ານຍຸກໃໝ່ຈີນ-ຣັດເຊຍບໍ່ເຄີຍແນໃສ່ຝ່າຍທີ 3, ບໍ່ເຄີຍຖືກກະທົບຈາກຝ່າຍທີ 3 ແລະ ຍິ່ງຍອມບໍ່ຮັບເອົາການຂົ່ມຂູ່ຈາກຝ່າຍທີ 3.

ປູຕິນເຜີຍ

ນອກຈາກນີ້ ວັງຢີ້ ຍັງໄດ້ກ່າວຄຳເຫັນຕໍ່ກັບວິກິດການ ຣັດເຊຍ-ຢູເຄຣນໄວ້ວ່າ: ຈີນຍ້ອງຍໍຊົມເຊີຍຕໍ່ຣັດເຊຍທີ່ໄດ້ກ່າວຢ້ຳວ່າຍິນດີແກ້ໄຂບັນຫາຜ່ານການສົນທະນາ ແລະ ເຈລະຈາ. ຈີນຈະຢຶດໝັ້ນຫຼັກການທີ່ພາວະວິໄສ ແລະ ທ່ຽງທຳຢ່າງສະເໝີຕົ້ນສະເໝີປາຍ, ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນເຂົ້າໃນການແກ້ໄຂວິກິດການຜ່ານທາງການເມືອງ.

ເຊິ່ງການພົບກັນຄັ້ງນີ້ ຫຼາຍຝ່າຍຄາດວ່າເປັນການປູທາງ ລໍຖ້າການມາຢ້ຽມຢາມຣັດເຊຍຂອງປະທານປະເທດຈີນ ສີ ຈິ້ນຜິງ ເພື່ອປຶກສາຫາລືໃນການຈັດການເຈລະຈາສັນຕິພາບເພື່ອແກ້ໄຂຂໍ້ຂັດແຍ້ງລະຫວ່າງ ຣັດເຊຍ-ຈີນ.

ປູຕິນເຜີຍ

ການເດີນທາງມາຢາມຣັດເຊຍຄັ້ງນີ້ ຂອງວັງຢີ້ ຖືເປັນຄັ້ງທຳອິດ ທີ່ເຈົ້າໜ້າທີ່ລະດັບສູງຂອງຈີນ ເດີນທາງມາຢາມຣັດເຊຍ ນັບຕັ້ງແຕ່ ຂໍ້ຂັດແຍ້ງເລີ່ມຕົ້ນຂຶ້ນ ແລະ ອີກໜຶ່ງຄວາມສຳຄັນຂອງເລື່ອງນີ້ ກໍຄື ວັງຢີ້ ອະດີດລັດຖະມົນຕີກະຊວງການຕ່າງປະເທດ ທີ່ປັດຈຸບັນ ດຳລົງຕຳແໜ່ງ ຄະນະກຳມະການວຽກງານການຕ່າງປະເທດຂອງສູນກາງພັກຄອມມູນິດຈີນ ທີ່ຖືໄດ້ວ່າມີບົດບາດຢ່າງຍິ່ງກັບເລື່ອງການຕ່າງປະເທດຂອງຈີນຕະຫຼອດໄລຍະທີ່ເຮັດວຽກມາ.

     ໃນຕະຫຼອດໄລຍະທີ່ຜ່ານມາ ຈີນ ສະແດງຈຸດຢືນມາຕະຫຼອດວ່າຄັດຄ້ານການໃຊ້ກຳລັງທະຫານເຂົ້າໄປໃນ ຢູເຄຣນ ຂອງ ຣັດເຊຍ ແຕ່ຂະນະດຽວກັນກໍເບິ່ງວ່າ ສາມາດທີ່ເຮັດໃຫ້ຣັດເຊຍ ເຮັດແບບນີ້ ແມ່ນມີຜົນມາຈາກຄວາມພະຍາຍາມໃນການຂະຫຍາຍອິດທິພົນ ແລະ ວົງລ້ອມ ຂອງ NATO ເຊິ່ງເປັນໄພຄຸກຄາມຕໍ່ ຣັດເຊຍ ແຕ່ກໍຢືນຢັນຕະຫຼອດວ່າ ຈະບໍ່ມີການເຂົ້າໄປຮ່ວມ ຫຼື ແຊກແຊງກິດຈະກຳພາຍໃນຂອງປະເທດໃດປະເທດໜຶ່ງ ຢ່າງເດັດຂາດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/