ລາວ-ຢຸນນານ ປຶກສາຫາລືຄວາມເປັນໄປໄດ້ ໃນການສົ່ງເສີມການຮ່ວມມືດ້ານເສດຖະກິດ ແລະ ການຄ້າ ໃຫ້ທັງສອງຝ່າຍ

ລາວ-ຢຸນນານ

ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ຮ່ວມກັບພະແນກການຄ້າ, ແຂວງຢຸນນານຂອງຈີນ ໄດ້ຈັດກອງປະຊຸມແນະນໍາ ແລະ ສົ່ງເສີມການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງ ແຂວງຢຸນນານຂອງຈີນ ແລະ ສປປ ລາວ ໃນວັນທີ 21 ກຸມພານີ້ ທີ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ຫຼີ ເຊິນຢາງ, ຫົວໜ້າພະແນກການຄ້າ ແຂວງ ຢຸນນານ, ທ່ານ ອຸເດດ ສຸວັນນະວົງ, ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກທຸລະກິດຈາກລາວ ແລະ ຈີນ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ມີຄວາມໝາຍສໍາຄັນລະຫວ່າງ ສປ ຈີນ ແລະ ສປປ ລາວ ໂດຍສະເພາະໄດ້ສ້າງໂອກາດໃຫ້ບັນດາວິສາຫະກິດທີ່ມີຄວາມສາມາດຂອງຈີນ ຈໍານວນ 31 ພາກສ່ວນ ທີ່ດຳເນີນທຸລະກິດ ກ່ຽວກັບການຄ້າລະຫວ່າງປະເທດ, ການລົງທຶນຕ່າງປະເທດ, ການຜະລິດ ແລະ ການປຸງແຕ່ງ, ການກໍ່ສ້າງພື້ນຖານໂຄງລ່າງ, ການບໍລິການ ແລະ ທຸລະກິດອື່ນໆ ໄດ້ແນະນໍາບໍລິສັດ ກໍຄືສະເໜີການດໍາເນີນກິດຈະການຂອງຕົນ ແລະ ຮັບຟັງການນໍາສະເໜີກິດຈະການຂອງວິສາຫະກິດຂອງລາວ ເພື່ອສ້າງໂອກາດ ໃນການສົ່ງເສີມການຮ່ວມມືດ້ານເສດຖະກິດ-ການຄ້າ ຂອງສອງຝ່າຍ ເຊິ່ງເປັນການປະກອບສ່ວນປະຕິບັດຂອບການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ ຕາມແລວທາງເສດຖະກິດລາວ-ຈີນ.

ລາວ-ຢຸນນານ

ທ່ານ ອຸເດດ ສຸວັນນະວົງ ກ່າວວ່າ: ສຄອຊ ກໍຄື ບັນດາວິສາຫະກິດ ໄດ້ຖືບັນດາວິສາຫະກິດ ຂອງແຂວງຢຸນນານ ເປັນເພື່ອນກັນ ໃນດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ. ສຄອຊ ເປັນອົງການຂອງພາກທຸລະກິດທີ່ນໍາໜ້າ ແລະ ໃຫຍ່ທີ່ສຸດ ໃນ ສປປ ລາວ ເຊິ່ງມີສະມາຊິກຢູ່ເກືອບທົ່ວປະເທດ ເກືອບ 1.000 ກວ່າບໍລິສັດ ໃນນີ້ ມີຫຼາຍບໍລິສັດ ທີ່ມີຈຸດປະສົງຢາກຮ່ວມມືເຮັດການຄ້າ ແລະ ການລົງທຶນກັບແຂວງຢຸນນານ.

ລາວ-ຢຸນນານ

ໃນໄລຍະຜ່ານມາການຮ່ວມມືດ້ານການຄ້າລະຫວ່າງລາວ ແລະ ຈີນ ສ່ວນໃຫ່ຍແມ່ນຮູບແບບການຄ້າຊາຍແດນ (ໂດຍສະເພາະລາວ-ຢຸນນານ) ເຊິ່ງປະຕິບັດພາຍໃຕ້ຂອບສັນຍາການຄ້າເສລີອາຊຽນ-ຈີນ, ສັນຍາການຄ້າເອເຊຍ-ປາຊີຟິກ, ສັນຍາ RCEP, ສິນຄ້າໄດ້ຮັບບູລິມະສິດພິເສດ-ໂກຕາ ແລະ ສິດທິພິເສດດ້ານອັດຕາພາສີນຳເຂົ້າ ເປັນຕົ້ນ ສິດທິພິເສດ 98% ຂອງລາຍການສິນຄ້າສົ່ງອອກທັງໝົດໄປ ສປ ຈີນ.

ລາວ-ຢຸນນານ

ສປ ຈີນ ຖືເປັນຄູ່ຄ້າອັນດັບ 2 ຂອງ ສປປ ລາວ ເຊິ່ງເຫັນໄດ້ໃນໄລຍະ 5 ປີ (2018-2022) ທີ່ຜ່ານມາ ມູນຄ່າການຄ້າສອງຝ່າຍສາມາດບັນລຸໄດ້ 15,9 ຕື້ໂດລາ, ສະເລ່ຍເພີ່ມຂື້ນ 15,63%/ປີ. 

ໂດຍສິນຄ້າຕົ້ນຕໍທີ່ ສປປ ລາວ ນໍາເຂົ້້າຈາກຈີນ ໃນປີ 2022 ປະກອບມີ:  ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນໄຟຟ້າ, ຊິ້ນສ່ວນອາໄຫຼ່ລົດ, ເຫຼັກ-ເຫຼັກກ້າ ແລະ ອື່ນໆ.

ລາວ-ຢຸນນານ

ສ່ວນສິນຄ້າຕົ້ນຕໍທີ່ ສປປ ລາວ ສົ່ງອອກໄປຈີນ ໃນປີ 2022 ປະກອບມີ: ຄຳປະສົມ, ຄຳແທ່ງ, ໝາກກ້ວຍ, ແຮ່ທອງແຮ່ເຫຼັກ, ຜະລິດຕະພັນໄມ້ ແລະ ເຟີນິເຈີ້, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ຝຸ່ນ (ປຸ໋ຍ), ຢາງພາລາ, ໝາກໄມ້ (ໝາກໂມ, ໝາກນອດ, ໝາກຂາມ) ແລະ ອື່ນໆ.

ຂອບໃຈຂໍ້ມູນຈາກ: https://bit.ly/3YWJTFE

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/