ກະຊວງສາທາລະນະສຸກຂອງປະເທດ ຍີ່ປຸ່ນ ໄດ້ອອກມາລາຍງານເຖິງກໍລະນີຍິງຊາວຍີ່ປຸ່ນ ອາຍຸ 70 ປີ ເສຍຊີວິດຈາກພາວະກ້າມຊີ້ນຫົວໃຈອັກເສບເມື່ອປີກ່ອນ ຫຼັງຈາກພົບວ່າຕິດເຊື້ອຈາກໄວຣັສ ອອສ (Oz) ທີ່ມາຈາກການທີ່ເຫັບກັດເຮັດໃຫ້ລາວກາຍເປັນຜູ້ເສຍຊີວິດຈາກການຕິດເຊື້ອໄວຣັສນີ້ເປັນຄົນທຳອິດຂອງໂລກ.
ໃນລາຍງານໄດ້ເປີດເຜີຍອີກວ່າ ຍິງຊາວຍີ່ປຸ່ນ ອາຍຸ 70 ປີ ອາໄສຢູ່ໃນແຂວງອິບາຣາກິ ທາງຕາເວັນອອກສຽງເໜືອຂອງໂຕກຽວ ບໍ່ມີປະຫວັດການເດີນທາງອອກນອກປະເທດແຕ່ຢ່າງໃດ. ຫຼັງຈາກມີອາການເປັນໄຂ້, ອ່ອນເພຍງ່າຍ ແລະ ເຈັບປວດຂໍ້ຕໍ່ ພ້ອມກັບໄດ້ເຂົ້າຮັບການປິ່ນປົວ ແຕ່ອາການຍັງບໍ່ດີ ເຊິ່ງນຳມາສູ່ການກວດ ແລະ ພົບເຫັນວ່າມີເຫັບແຂງດູດເລືອດທີ່ຕົ້ນຂາຂວາ.
![](https://laox.la/wp-content/uploads/2023/06/image-464.png)
ຈາກຂໍ້ມູນຍິງຊາວຍີ່ປຸ່ນ ອາຍຸ 70 ປີໄດ້ເສຍຊີວິດດ້ວຍໂຣກກ້າມຊີ້ນອັກເສບ ເຊິ່ງເປັນການອັກເສບຂອງຫົວໃຈປະມານໜຶ່ງເດືອນຕໍ່ມາ ທາງດ້ານສະຖາບັນ ໂຣກຕິດເຊື້ອແຫ່ງຊາດປະເທດຍີ່ປຸ່ນ (NIID) ໄດ້ອອກມາບອກວ່າໄວຣັສ ອອສ (Oz) ຖືກພົບເທື່ອທຳອິດໃນປີ 2018 ເຫັບແຂງຈະມີຊື່ທາງວິທະຍາສາດວ່າ amblyomma testudinarium ໃນແຂວງເອຮິເມະ ເຊິ່ງມີລັກສະນະເກັດແຂງ ແລະ ມີຂະໜາດປະມານ 3-4 ມິນລີແມັດ ມີຄວາມແຕກຕ່າງຈາກເຫັບທີ່ມັກພົບໃນເຮືອນ; ມັກພົບໃນປ່າ ແລະ ພຸ່ມໄມ້.
Tadaki Suzuki ຜູ້ຊ່ຽວຊານທາງດ້ານພະຍາດວິທະຍາຂອງ NIID ກ່າວວ່າ ເນື່ອງຈາກເປັນຄົນທຳອິດທີ່ໄດ້ຮັບການຢືນຢັນວ່າເສຍຊີວິດຈາກເຫັບກັດ ຈຶ່ງເປັນເລື່ອງຍາກທີ່ຈະຕັດສິນຄວາມຮຸນແຮງ ຫຼື ອັນຕະລາຍຂອງໄວຣັສໃນເວລານີ້ໄດ້ ກໍລະນີນີ້ມັນສະແດງໃຫ້ເຫັນວ່າໄວຣັສນີ້ສາມາດເຮັດໃຫ້ເກີດຄວາມຮຸນແຮງເຖິງຂັ້ນເສຍຊິວິດໄດ້ ແຕ່ການກວດພົບຜູ້ທີ່ມີແອນຕີ້ບໍດີ້ໃນອະດີດ ຍັງສະແດງໃຫ້ເຫັນວ່າບາງຄົນອາດບໍ່ຈະເປັນຫຍັງເລີຍກໍໄດ້.
![](https://laox.la/wp-content/uploads/2023/06/image-465.png)
ຢ່າງໃດກໍຕາມ ທາງກະຊວງສາທາລະນະສຸກຂອງປະເທດຍີ່ປຸ່ນ ລະບຸວ່າ ຂໍ້ຄວນປ້ອງກັນທີ່ດີທີ່ສຸດຄືການຫຼີກເວັ້ນການເປີດເຜີຍຜິວໜັງເມື່ອຢູ່ໃກ້ບໍລິເວນທ່ີ່ອາດຈະສຳຜັດກັບເຫັບແຂງ ໂດຍສະເພາະໃນລະດູໃບໄມ້ປົ່ງຈົນຮອດລະດຸໃບໄມ້ຫຼົ່ນ ເມື່ອມີແມງໄມ້ອອກຫາກິນ ການໃຊ້ຍາໄລ່ກໍຊ່ວຍໄດ້ ຫາກເຫັບກັດຄວນໄປພົບແພດທັນທີ ຢ່າພະຍາຍາມເອົາອອກເອງ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/