ໃນທຸກໆປີ ນັກຮຽນຈາກໂຮງຮຽນ Zilla Parishad High School ຈະມີກິດຈະກຳປູກຕົ້ນໄມ້ ເຊິ່ງປົກກະຕິຈະຕ້ອງໃຊ້ຖົງພລາສຕິກໃນການບັນຈຸຕົ້ນໄມ້ເພື່ອປູກ, “Srija A” ນັກຮຽນຍິງອາຍຸ 14 ປີ ໃນໂຮງຮຽນດັ່ງກ່າວ ໄດ້ຂຸດດິນເພື່ອຈະປູກຕົ້ນໄມ້ ແຕ່ພົບຖົງພລາສຕິກເຕັມໄປໝົດ ລາວຈຶ່ງໄດ້ຄຳນຶງເຖິງບັນຫາດັ່ງກ່າວ ແລະ ໄດ້ເກີດແນວຄວາມຄິດປະດິດກະຖາງຕົ້ນໄມ້ທີ່ຍ່ອຍສະຫຼາຍໄດ້ແທນຖົງພລາສຕິກ.

Srija A ໄດ້ເຮັດກະຖາງຕົ້ນໄມ້ ຫຼື ຖົງກ້າເບ້ຍໄມ້ ຈາກເປືອກຖົ່ວ ທີ່ສາມາດປັກລົງດິນໄດ້ເລີຍ ແລະ ຈະຍ່ອຍສະຫຼາຍໄປເອງພາຍໃນເວລາ 20 ມື້ ຫຼື ໜ້ອຍກວ່ານັ້ນ ເພື່ອທົດແທນຖົງພລາສຕິກທີ່ຍ່ອຍສະຫຼາຍໄດ້ຍາກ.
ລາວໄດ້ບອກວ່າ ຈາກທີ່ລາວໄດ້ຂຸດໄປເຫັນຖົງພລາສຕິກພວກນັ້ນ ກໍບໍ່ຢາກໃຫ້ມັນເປັນແບບນັ້ນອີກ ກໍເລີຍຄິດຫາວິທີທີ່ດີກວ່າໃນການປູກ ຫຼັງຈາກນັ້ນລາວກໍຄິດຄົ້ນກະຖາງເປືອກຖົ່ວຂຶ້ນມາ ເນື່ອງຈາກເຫັນວ່າເມືອງທີ່ລາວອາໃສຢູ່ ລັດ Telangana ນັ້ນມີການປູກຖົ່ວ ແລະ ມີຂີ້ເຫຍື້ອເປືອກຖົ່ວຫຼາຍ ຈຶ່ງເອົາມາໃຊ້ໃຫ້ເປັນປະໂຫຍດ.

ໂດຍປົກກະຕິແລ້ວ Srija A ຈະນຳເອົາເປືອກຖົ່ວນີ້ໄປເຮັດເປັນປຸ໋ຍຢູ່ແລ້ວ ຫຼື ໄປເຮັດປະໂຫຍດອື່ນໆ, ລາວຍັງໄດ້ຮຽນຮູ້ວ່າເປືອກຖົ່ວເຫຼົ່ານີ້ມີຟອສຟໍຣັສ ແລະ ແຄລຊຽມ ແຖມມັນຍັງກັກເກັບນ້ຳໄດ້ດ້ວຍ.

ວິທີການເຮັດກະຖາງເປືອກຖົ່ວຂອງລາວແມ່ນ ລອງເອົາເປືອກຖົ່ວມາບົດປັ່ນໃຫ້ມຸ່ນ ແລ້ວປະສົມກັບນ້ຳ, ຫຼັງຈາກນັ້ນ ເອົາໄປປະກອບກັບສ່ວນປະສົມທຳມະຊາດອື່ນໆໃຫ້ມັນຈັບກັນຢູ່ ແລ້ວປັ້ນເປັນຮູບຮ່າງກະຖາງ. ຫຼັງຈາກທີ່ Srija A ໄດ້ໃສ່ດິນ ແລະ ເບ້ຍໄມ້ຝັງໄວ້ໃນໂຮງຮຽນແລ້ວ ລາວໄດ້ມາກວດສອບເປັນໄລຍະ ເພື່ອຕິດຕາມເບິ່ງຜົນການຍ່ອຍສະຫຼາຍຂອງມັນ ພົບວ່າມັນຍ່ອຍສະຫຼາຍພາຍໃນເວລາບໍ່ຮອດ 20 ມື້.

ຄວາມຄິດຂອງ Srija A ໄດ້ຮັບຮາງວັນ Council of Scientific and Industrial Research (CSIR) Innovation award ເມື່ອປີ 2020 ທີ່ຜ່ານມາອີກດ້ວຍ.

ຜົນງານຂອງລາວນັບໄດ້ວ່າເປັນແບບຢ່າງທີ່ສະແດງໃຫ້ເຫັນເຖິງຄວາມອາດສາມາດໃນຫຼາຍດ້ານ ບໍ່ວ່າຈະເປັນຄົນທີ່ອາຍຸຍັງນ້ອຍແຕ່ສາມາດເຮັດສິ່ງທີ່ເປັນປະໂຫຍດຕໍ່ສັງຄົມ ຫຼື ການໝູນໃຊ້ຊັບພະຍາກອນທີ່ມີຢູ່ຢ່າງສະຫຼາດ ນຳເອົາຂີ້ເຫຍື້ອທີ່ເຫຼືອຖິ້ມມາຣີໄຊເຄິນເປັນສິ່ງທີ່ມີປະໂຫຍດ ແລະ ເພີ່ມມູນຄ່າໃຫ້ມັນ.
ຂອບໃຈຂໍ້ມູນຈາກ: