ປົກເວັບ 2026 09 15T220829 812

ທະລຸສະຖິຕິ 16 ປີ! ຜົນຕອບແທນ ພັນທະບັດສະຫະລັດພຸ່ງແຕະ 5% ຮັບແຮງກົດດັນນ້ຳມັນແພງ-ຈໍ່ຂຶ້ນດອກເບ້ຍ

ອັດຕາຜົນຕອບແທນພັນທະບັດລັດຖະບານສະຫະລັດອາຍຸ 10 ປີ ພຸ່ງທະລຸຈຸດສູງສຸດນັບຕັ້ງແຕ່ປີ 2007 ຈາກແຮງກົດດັນຂອງລາຄານ້ຳມັນໂລກ ແລະ ການຄາດການວ່າ Fed ຈະປັບຂຶ້ນດອກເບ້ຍ ເຊິ່ງເຫດການນີ້ກຳລັງສ້າງແຮງສັ່ນສະເທືອນໂດຍກົງຕໍ່ຕົ້ນທຶນການກູ້ຢືມຂອງຜູ້ບໍລິໂພກ ແລະ ພາກທຸລະກິດເປັນວົງກວ້າງ.

CNBC ລາຍງານ ລ່າສຸດ ອັດຕາຜົນຕອບແທນພັນທະບັດອາຍຸ 10 ປີ (10-year Treasury yield) ໄດ້ປັບຕົວຂຶ້ນແຕະລະດັບ 5% ເຊິ່ງເປັນຈຸດສູງສຸດໃນຮອບ 16 ປີ ຂະນະທີ່ພັນທະບັດອາຍຸ 30 ປີ ແລະ 2 ປີ ກໍພຸ່ງສູງຂຶ້ນສ້າງສະຖິຕິໃໝ່ໃນຮອບຫຼາຍປີເຊັ່ນດຽວກັນ. 

ການເໜັງຕີງຄັ້ງສຳຄັນນີ້ເກີດຂຶ້ນກ່ອນການປະຊຸມນະໂຍບາຍຂອງທະນາຄານກາງສະຫະລັດ (Fed) ພຽງເລັກນ້ອຍ ໂດຍຕະຫຼາດແລະນັກລົງທຶນໃຫ້ໂອກາດຫຼາຍກວ່າ 92% ທີ່ Fed ຈະຕັດສິນໃຈປັບຂຶ້ນອັດຕາດອກເບ້ຍອີກ 0.25% ເພື່ອຮັບມືກັບສະພາວະເງິນເຟີ້ທີ່ຍັງຄົງຄ້າງຢູ່ໃນລະດັບສູງກວ່າເປົ້າໝາຍ 2%.

ປັດໄຈຫຼັກທີ່ກະຕຸ້ນສະຖານະການນີ້ແມ່ນລາຄານ້ຳມັນດິບໃນຕະຫຼາດໂລກ ໂດຍສະເພາະນ້ຳມັນດິບ WTI ທີ່ພຸ່ງທະລຸ 102 ໂດລາຕໍ່ບາເຣວ ອັນເປັນຜົນມາຈາກຄວາມເຄັ່ງຕຶງໃນອີຣານ ແລະ ການປິດກັ້ນຊ່ອງແຄບຮໍມຸດ. ເມື່ອຕົ້ນທຶນພະລັງງານ ໂດຍສະເພາະລາຄານ້ຳມັນກາຊວນເຊິ່ງເປັນຫົວໃຈຫຼັກຂອງພາກການຂົນສົ່ງແພງຂຶ້ນທະລຸ 6 ໂດລາຕໍ່ກາລອນ ມັນຈຶ່ງກາຍເປັນແຮງຍູ້ດັນໃຫ້ຄວາມກັງວົນເລື່ອງເງິນເຟີ້ຮຸນແຮງຂຶ້ນ. 

ບັນດານັກວິເຄາະ ແລະ ຜູ້ຊ່ຽວຊານຊີ້ໃຫ້ເຫັນວ່າ ຄວາມສຳພັນລະຫວ່າງລາຄານ້ຳມັນ ແລະ ຜົນຕອບແທນພັນທະບັດໃນຕອນນີ້ແມ່ນຜູກພັນກັນຢ່າງແໜ້ນແຟ້ນ ຕາບໃດທີ່ລາຄານ້ຳມັນຍັງຄົງຊົງຕົວໃນລະດັບສູງ ມັນກໍຈະຍິ່ງສ້າງແຮງກົດດັນຕໍ່ອັດຕາດອກເບ້ຍໃນຕະຫຼາດຢ່າງຫຼີກລ່ຽງບໍ່ໄດ້.

ເຖິງຢ່າງໃດກໍຕາມ ທ່ານ Kevin Hassett ຜູ້ອຳນວຍການສະພາເສດຖະກິດແຫ່ງຊາດ (NEC) ໄດ້ໃຫ້ມຸມມອງຜ່ານລາຍການຂ່າວຂອງ CNBC ວ່າ ຕົວເລກເງິນເຟີ້ກຳລັງສະແດງສັນຍານຂອງການຊະລໍຕົວລົງ ເຊິ່ງອາດຈະເປັນເຫດຜົນສຳຄັນໃນການໂຕ້ແຍ້ງການຂຶ້ນດອກເບ້ຍໃນຄັ້ງນີ້ໄດ້ ແຕ່ໃນທ້າຍທີ່ສຸດແລ້ວ ທຸກຝ່າຍກໍຍັງຄົງຕ້ອງຈັບຕາເບິ່ງ ແລະ ເຄົາລົບການຕັດສິນໃຈຂັ້ນສຸດທ້າຍຂອງ Fed ທີ່ຈະປະກາດອອກມາໃນໄວໆນີ້.

#LaoXperts #ເສດຖະກິດໂລກ #ພັນທະບັດສະຫະລັດ #ເງິນເຟີ້ #ລາຄານ້ຳມັນ #ທະນາຄານກາງສະຫະລັດ #FED #ຂ່າວເສດຖະກິດ #ການລົງທຶນ

Comments are disabled