ທຶນເຢຍລະມັນປ່ຽນທິດ ເລັ່ງລົງທຶນໃນຈີນເພີ່ມຂຶ້ນ ຂະນະທີ່ສະຫະລັດຫຼຸດລົງຢ່າງໜັກ
ບໍລິສັດເຢຍລະມັນພວມປັບປ່ຽນທິດທາງການລົງທຶນຄັ້ງໃຫຍ່ ໂດຍຫັນໜ້າເຂົ້າສູ່ຕະຫຼາດຈີນເພີ່ມຂຶ້ນເຖິງໜຶ່ງສ່ວນສາມໃນເຄິ່ງປີທຳອິດຂອງປີ 2026 ສວນທາງກັບການລົງທຶນໃນສະຫະລັດທີ່ຫຼຸດລົງຢ່າງໜັກໜ່ວງເຖິງ 65% ເຊິ່ງສະທ້ອນໃຫ້ເຫັນເຖິງການປັບຕົວຂອງທຸລະກິດ ຕໍ່ຄວາມບໍ່ແນ່ນອນທາງດ້ານນະໂຍບາຍເສດຖະກິດໂລກ. Xinhua ລາຍງານ
ຂໍ້ມູນຈາກສະຖາບັນເສດຖະກິດເຢຍລະມັນ (IW) ທີ່ອ້າງອີງຕົວເລກຈາກທະນາຄານກາງເຢຍລະມັນ ລະບຸວ່າ ມູນຄ່າການລົງທຶນໂດຍກົງຂອງທຸລະກິດເຢຍລະມັນໃນຈີນ ໄດ້ເພີ່ມຂຶ້ນເປັນ 5,6 ຕື້ເອີໂຣ (ປະມານ 6,5 ຕື້ໂດລາສະຫະລັດ) ໃນໄລຍະ 6 ເດືອນທຳອິດຂອງປີນີ້.
ແນວໂນ້ມດັ່ງກ່າວບໍ່ແມ່ນເລື່ອງບັງເອີນ ເພາະຫາກເບິ່ງຍ້ອນຫຼັງໃນປີ 2025 ບໍລິສັດເຫຼົ່ານີ້ໄດ້ນຳເອົາຜົນກຳໄລມູນຄ່າກວ່າ 7,8 ຕື້ເອີໂຣ ກັບມາລົງທຶນຄືນໃໝ່.
ເມື່ອເບິ່ງໃນໄລຍະຍາວ ລະດັບການລົງທຶນຂອງເຢຍລະມັນໃນຈີນແມ່ນສາມາດຮັກສາສະຖຽນລະພາບໃນລະດັບສູງມາໂດຍຕະຫຼອດ ດ້ວຍຄ່າສະເລ່ຍປະມານ 5,6 ຕື້ເອີໂຣຕໍ່ເຄິ່ງປີ ນັບຕັ້ງແຕ່ປີ 2020 ເຖິງ 2025.
ທ່ານ ເຈີເກນ ແມັດເທສ ຊ່ຽວຊານຈາກ IW ຊີ້ໃຫ້ເຫັນວ່າ ບໍລິສັດເຢຍລະມັນສ່ວນໃຫຍ່ຍັງຄົງໃຫ້ຄວາມສຳຄັນ ແລະ ຕັ້ງໃຈທີ່ຈະເຕີບໂຕໃນຕະຫຼາດຈີນ.
ຜົນການສຳຫຼວດຈາກສະພາການຄ້າເຢຍລະມັນປະຈຳຈີນ ຍັງຢັ້ງຢືນວ່າ ຫຼາຍກວ່າ 85% ຂອງບໍລິສັດເຢຍລະມັນໃນຈີນມີແຜນທີ່ຈະຮັກສາ ຫຼື ຂະຫຍາຍທຸລະກິດຂອງຕົນ ໂດຍຫຼາຍກວ່າເຄິ່ງໜຶ່ງກຽມພ້ອມທີ່ຈະອັດສີດເງິນລົງທຶນເພີ່ມຕື່ມ.
ທ່ານ ແມັດເທສ ປຽບທຽບຢ່າງໜ້າສົນໃຈວ່າ ຈີນບໍ່ພຽງແຕ່ເປັນຕະຫຼາດການຂາຍທີ່ສຳຄັນ ແຕ່ຍັງເປັນຄືກັບ “ສະຖານທີ່ອອກກຳລັງກາຍ” ທີ່ທົດສອບຄວາມແຂງແກ່ນຂອງທຸລະກິດ ເພາະບໍລິສັດໃດທີ່ສາມາດຢືນຢັດໃນຕະຫຼາດຈີນທີ່ມີການແຂ່ງຂັນສູງໄດ້ ກໍມີໂອກາດສູງທີ່ຈະປະສົບຄວາມສຳເລັດໃນເວທີໂລກ.
ໃນທາງກົງກັນຂ້າມ, ທິດທາງການລົງທຶນຂອງເຢຍລະມັນໃນສະຫະລັດພາຍໃຕ້ການນຳຂອງທ່ານ ໂດນັລ ທຣຳ ແມ່ນກຳລັງປະເຊີນກັບພາວະຖົດຖອຍ. ການລົງທຶນໃນສະຫະລັດຫຼຸດລົງເຫຼືອພຽງ 4,3 ຕື້ເອີໂຣ ໃນເຄິ່ງປີທຳອິດຂອງປີ 2026 ເຊິ່ງເປັນການຫຼຸດລົງເຖິງ 65% ເມື່ອທຽບກັບປີກາຍ ແລະ ຫາຍໄປເກືອບ 80% ຫາກທຽບກັບໄລຍະດຽວກັນຂອງປີ 2024.
ທາງສະຖາບັນ IW ປະເມີນວ່າ ສາເຫດຫຼັກທີ່ເຮັດໃຫ້ບັນດາບໍລິສັດເຢຍລະມັນຕ້ອງຊະລໍການຕັດສິນໃຈລົງທຶນໃໝ່ໆໃນສະຫະລັດນັ້ນ ແມ່ນມາຈາກຄວາມບໍ່ແນ່ນອນຂອງນະໂຍບາຍທາງດ້ານເສດຖະກິດທີ່ເພີ່ມສູງຂຶ້ນ ເຊິ່ງສ້າງຄວາມກັງວົນໃຫ້ນັກລົງທຶນໃນການວາງແຜນທຸລະກິດໄລຍະຍາວ.
#LaoXperts #ເສດຖະກິດໂລກ #ການລົງທຶນ #ເຢຍລະມັນ #ຈີນ #ສະຫະລັດອະເມລິກາ #ທຸລະກິດລະຫວ່າງປະເທດ


